ປ. ໂອບາມາ ກ່າວວ່າ ບໍ່ມີຂໍ້ແກ້ໂຕໃດໆ ຕໍ່ການຍິງ ຕຳຫຼວດ ທີ່ເມືອງ Ferguson

ຕຳຫລວດອາລັກຂາຄົນນຶ່ງ ຢືນຢູ່ໃກ້ກັບຈໍໂທລະພາບ ສະແດງ ໃຫ້ເຫັນການຖ່າຍທອດສົດ ໃນຂະນະປະທານາທິບໍດີ ໂອບາມາ ໃຫ້ສຳພາດ ແກ່ທ່ານ Jimmy Kimmel.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ປະ
ນາມ​ການ​ຍິງເຈົ້າ​ໜ້າ​ທີ່ຕຳຫຼວດ​ສອງ​ຄົນ ທີ່​ເມືອງ Ferguson
ລັດ Missouri ບ່ອນ​ທີ່ກຳລັງ​ມີ​ບັນຫາທາງດ້ານຜິ​ວພັນ ​ໂດຍ
ຮ້ອ​ງ​ເຫດກາ​ນດັ່ງ​ກ່າວນີ້​ວ່າ ​ເປັນ​ການ​ກະທຳ​ຜິດແລະ​ກ່າວ​ວ່າ
ຜູ້​ທີ່​ຍິງ ຫລື​ພວກ​ທີ່​ຍິງ​ນັ້ນ “ຕ້ອງ​ຖືກ​ຈັບ.”

ທ່ານ​ໄດ້​ໃຫ້ຄວາມເຫັນດັ່ງກ່າວ ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​
ນີ້ ຢູ່ໃນ​ລາຍການ ໂທລະພາບຕອນ​ເດິກ ຂອງ Jimmy
Kimmel ທີ່ອອກ​ອາກາດ​ສົດ ໂດຍກ່າວ​ວ່າ ບໍ່​ມີ​ຂໍ້ແກ້ຕົວໃດຕໍ່​
ການ​ຍິງໃນຄັ້ງນີ້ແລະ​ມັນກໍ “ບໍ່​ຄວນ​ຫັນເຫຄວາມສົນໃຈ​ອອກ
ໄປ​ຈາກ​ບັນຫາ.”

ຕຳ​ຫຼວດ​ ຖືກ​ຍິງ ທີ່ ມ. Ferguson ລັດ Missouri

ກ່ອນໜ້າ​ນັ້ນ ລັດຖະມົນຕີ​ຍຸ​ຕິ​ທຳ ສະຫະລັດ ທ່ານ Eric Holder ​ກໍໄດ້​ຮ້ອງ​ການ​ໂຈມ​ຕີ​
ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ນັ້ນ​ວ່າ “​ເປັນ​ການ​ລອບ​ຍິງ” ​ແລະ​ກ່າວ​ອີກ​ວ່າ ຄົນຮ້າຍແມ່ນ
“ພະຍາຍາມສ້າງ​ຄວາມ​ຂັດແຍ້ງຂຶ້ນ.” ທ່ານ​ຮ້ອງ​ມືປືນທີ່ຍິງ​ວ່າ “ເປັນຄົນບໍ່ດີ.”

ການ​ຍິງ​ກັນ​ໄດ້​ເກີດ​ຂື້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ຫລັງ​ຈາກຜູ້ບັນຊາການ​ຕຳຫລວດໃນ​ເມືອງ
​Ferguson ໄດ້​ລາ​ອອກ​ ຫລັງຈາກ​ລາຍ​ງານຂອງກະຊວງ​ຍຸຕິ​ທຳ ໄດ້ ກ່າວ​ຫາ​ວ່າ ກົມ
​ຕຳ​ຫລວດ ມີ​ຄວາມ​ລຳອຽງ​ດ້ານຜີວພັນໃນການປະຕິບັດງານ ຂອງຕຳຫຼວດ.

​ໃນ​ວັນ​ພະຫັດ​ວານ​ນີ້ ຕຳຫລວດ​ໄດ້​ຕາມ​ລ່າຫາມືປືນ​ທີ່ຍິງ ​ແຕ່​ຍັງບໍ່ທັນມີການ ຈັບ​ກຸມ
ເທື່ອ ​ໃນ​ຂະນະ​ທີ່​ຫຼາຍ​ສິບ​ຄົນ​ ພາກັນ​ເຕົ້າ​ໂຮມ​ກັນ​ເພື່ອໃຕ້ທຽນສູດ​ມົນ​ໃກ້​ໆກັບ​ບ່ອນ
ທີ່ມີການຍິງ​ກັນ​ນັ້ນ ແລະ​ພວກ​ປະ​ທ້ວງ​ຍັງສືບຕໍ່ພາກັນຖື​ປ້າຍ​ຢູ່​ຕໍ່ໜ້າປ້ອມ​ຕຳຫຼວດໃນ
ເມືອງດັ່ງກ່າວ.

Your browser doesn’t support HTML5

US Ferguson