ພາຍຸຫິມະໃຫຍ່ ຖະຫຼົ່ມ​ ພາກຕາເວັນອອກສຽງເໜືອ ຂອງ ສະຫະລັດ

ທ້າວ John Magane ພວມຂຸດເອົາຫິມະອອກ ຈາກລົດຄັນນຶ່ງ ທີ່ຖືກຫິມະຖົມ ຫລັງຈາກເກີດພາຍຸຫິມະໃຫຍ່ ທີ່ເມືອງ Portsmouth ໃນລັດ New Hampshire (27 ມັງກອນ 2015)

ພາຍຸຫິມະລະດູ​ໜາວ​ຂະໜາດແຮງ ໄດ້ພາໃຫ້ມີຫິມະຕົກ​ລົງ​ຫຼາຍ​ເຖິງ 60 ຊັງ​ຕີ​ແມັດ ​ໃນ​ບາງ​ເຂດຂອງພາກຕາ​ເວັນ​ອອກສຽງເໜືອຂອງ​ສະຫະລັດ ປ່ອຍ​ໃຫ້​ຜູ້​ຄົນ​ຈຳນວນ​ຫຼາຍ​ລ້ານ​ຄົນ ຕ້ອງໄດ້ຢູ່ກັບ​ບ້ານກັບ​ເຮືອນ​ ເພື່ອລໍຖ້​າ​ໃຫ້ພາຍຸ​ເຊົາ​ເສຍ​ກ່ອນ.

ທີ່ນະຄອນ Boston ​ແລະ​ອ້ອມ​ແອ້ມເຂດ​ ​New England ​ໄດ້​ຖືກຖະຫຼົ່ມ​ຢ່າງ​ໜັກ ໂດຍມີຫິມະຕົກເກືອບເປັນປະວັດ​ການ​ແລະ​ລົມ​ແຮງ ທີ່​ຍັງ​ຜົນ​ໃຫ້​ເກີດ​ສະພາວະ​ພາຍຸ​ຫິ​ມະ​ຢ່າງ​ຮ້າຍ​ແຮງ. ນ້ຳ​ຖ້ວມ​ທີ່​ມາ​ຈາກ​ພາຍຸ​ນີ້ ​ແມ່ນ​ໄດ້ສ້າງຜົນກະທົບຕໍ່ພວກ​ທີ່​ອາ​ໄສ​ຢູ່​ແຄມ​ຝັ່ງທະ​ເລ.

Your browser doesn’t support HTML5

NYC Officials Defend Shutting Down City for Blizzard That Wasn't

​ທີ່ເມືອງ Marshafield ຊຶ່ງເປັນ​ເມືອງ​ແຄມ​ຝັ່ງ​ທະ​ເລ​ເມືອງ​ນຶ່ງ ປະມານ 50 ກິ​ໂລ​ແມັດ ທາງ​ພາກໃຕ້ຂອງນະຄອນ Boston ຄື້ນຟ້ອງ​ໄດ້​ພັດ​ຝາ​ກັ້ນທະ​ເລ ທຳລາຍ​ບ້ານ​ເຮືອນ​ຫຼາຍໆ​ຫຼັງ ​ແລະ​ຍັງ​ຜົນ​ໃຫ້​ເຈົ້າ​ໜ້າ​ທີ່​ຮຽກຮ້ອງ​ໃຫ້​ມີ​ຍົກຍ້າຍພວກ​ທີ່ຢູ່​ອາ​ໄສ​ຢູ່ໃນເຂດດັ່ງກ່າວອອກໜີ.

​ເກາະ Nantucket ທີ່​ມີປະມານ 10 ພັນ​ຄົນ ອາ​ໄສ​ຢູ່​ຢ່າງ​ຖາວອນ​ນັ້ນ ບໍ່​ມີ​ໄຟຟ້າ​ໃຊ້ ​ເປັນ​ເວລາ​ຫຼາຍໆ​ຊົ່ວ​ໂມງ ​ໃນ​ຂະນະ​ທີ່​ພາຍຸ​ພັດເຂົ້າ​ຖະຫຼົ່ມ. ຈົນ​ມາ​ຮອດແລງວັນ​ອັງຄານ​ວານ​ນີ້ ຫົວໜ້າ​ຕຳຫຼວດ ​ໄດ້​ກ່າວ​ວ່າ ​ໄຟຟ້າ​ໄດ້​ເລີ້​ມ​ມີ​ໃຊ້​ແລ້ວໃນ​ຫຼາຍ​ເຮືອນ ​ແຕ່​ບໍ່ແມ່ນ​ທັງ​ໝົດຂອງ​ເກາະ​ດັ່ງກ່າວ. ມີ​ຊ່ວງນຶ່ງ ທີ່​ໄດ້ຮັບ​ລາຍ​ງານວ່າ ມີລົມ​ແຮງ​ເຖິງ 126 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ.

ລັດທາງ​ພາກ​ຕາ​ເວັນອອກສຽງ​ເໜືອ​ຂອງ​ປະ​ເທດເຊັ່ນ: Massachesetts, Rhode Island ​ແລະ Connecticut ​ແມ່ນ​ໄດ້​ມີ​ຫິມມະ​ຕົກ​ຢ່າງ​ໜັກ ​ແຕ່​ວ່າ​ພາ​ຍຸຫິມະ​ນັ້ນ ​ແມ່ນ​ໜ້ອຍ​ກ່ວາ ທີ່​ທາງເຈົ້າໜ້າ ທີ່​ພະຍາກອນ​ອາກາດ ​ໄດ້​ຄາດ​ຄະ​ເນ​ໄວ້ ແລະລົມ​ພາຍຸ​ໄດ້ພາດເປົ້າໝາຍ​ຂອງການທຳນາຍເອົາໄວ້ ຢ່າງ​ຮ້າຍ​ແຮງ​ ​ໃນ​ບັນດາລັດທີ່ຢູ່ທາງໃຕ້​ລົງມາ ເຊັ່ນ: New York ​ແລະ New Jersey.

ບັນດາເຈົ້າ ​ໜ້າ​ທີ່​ແລະ​ພວກພາ​ຍາກ​ອນອາກາດ ແມ່ນຖືກ​ບັງຄັບ​ໃຫ້ປ້ອງ​ກັນ​ການ​ເຕືອນ​ຂອງ​ພວກ​ເຂົາ​ເຈົ້າ ຫຼັງຈາກ​ທີ່ພາຍຸ​ຫິມະ ​ໄດ້​ຕົກລົງ​ໜ້ອຍ​ກວ່າ ທີ່​ຄາດ​ຫວັງ​ໄວ້​ນັ້ນ.

ເຈົ້າ ​ຄອງ​ນະຄອນ​ນິວຢ໊ອກ ທ່ານ Bill de Blasio ​ໄດ້​ກ່າວວ່າ “ນີ້ບໍ່​ແມ່ນ​ສິ່ງທີ່ພວກ​ເຮົາ​ຢ້ານ​ວ່າ​ມັນ​ຈະ​ເປັນ” ​ນັ້ນ. ກ່ອນ​ໜ້າ​ນີ້ ທ່ານ de Blasio ​ໄດ້​ເຕືອນ​ວ່າ ພາຍຸ​ທີ່​ວ່າ​ນີ້ ອາດເປັນ​ນຶ່ງ​ໃນ​ພາຍຸທີ່​ຮ້າຍ​ແຮງ​ສຸດ ທີ່​ທາງ​ນະຄອນນິວຢ໊ອກໄດ້ປະ​ເຊີນມາ.

ຈົນ​ເທົາ​ເຖິງ​ປະຈຸ​ບັນ​ນີ້ ຖ້ຽວ​ບິນ​ຫຼາຍພັນຖ້ຽວ​ໄດ້ຖືກ​ຍົກ​ເລີກ​ຢູ່ ອິງ​ຕາມ FlightAware
.com ພາຍຸ​ຫິມະ​ຮ້າຍ​ແຮງ​ທີ່​ວ່າ​ນີ້ ​ໄດ້​ມີກະທົບ​ຕໍ່​ນັກ​ເດີນທາງ​ທັງຫຼາຍ​ແລະບັນດາ​ສະໜາມ​ບິນທົ່ວສະ​ຫະລັດ. ລົງ​ໄປ​ເຖິງ​ພາກ​ໃຕ້ ​ເຊັ່ນສະໜາມ​ບິນ Hartsfield-Jackson ໃນ​ນະຄອນ Atlanta ມີ​ຫຼາຍ​ກວ່າ 50 ຖ້ຽວ​ບິນໄດ້​ຖືກ​ຍົກ​ເລີກ.

ມີ​ລາຍ​ງານ​ເຖິງ​ການ ​ບາດ​ເຈັບ​ລົ້ມ​ຕາຍ​ພຽງ​ແຕ່​ນຶ່ງ​ລາຍ​ເທົ່າ​ນັ້ນຈາກ​ພາຍຸ​ຫິມະ​ຄັ້ງ​ນີ້ ​ໃນ​ເຂດ Long Island ຂອງ​ລັດ New York ທີ່​ໄດ້ຮັບຜົນ​ກະທົບ​ໜັກ​ກ່ວາ Manhattan. ຜູ້​ເຄາະ​ຮ້າຍ​ແມ່ນ​ເປັນ​ໄວ​ຮຸ້ນ ທີ່​ໄດ້​ຕຳ​ເສົາ ​ໃນ​ຂະນະ​ທີ່​ຫຼິ້ນ​ຫິມມະ​ຢູ່​ນັ້ນ.

ພາຍຸ​ຫິມະທີ່ຄວາມຮ້າຍແຮງທີ່​ວ່າ​ ນີ້ ແມ່ນໄດ້​ພັດ​ກາຍ​ຂົງ​ເຂດນະຄອນ​ຫຼວງວໍຊິງຕັນ ​ທີ່​ເຫັນ​ມີ​ພຽງ​ຫິມະ​ກະຈັດກະຈາຍ​ບາງໆ ປະສົມກັບຝົນ ແຕ່ຫ້ອງການຂອງລັດຖະບານກາງແລະ
ໂຮງຮຽນຕ່າງໆ ໃນເຂດ ນະຄອນຫຼວງສະຫະລັດ ໄດ້ເປີດ 2 ຊົ່ວໂມງຊ້າກວ່າປົກກະຕິ​ເພື່ອ
ໃຫ້ເວລາແກ່ຜູ້ຄົນເດີນທາງໄປເຮັດ ວຽກເຮັດການ.

ພາ​ຍຸ​ຫິ​ມະ ຖະ​ຫຼົ່ມ ພາກ​ຕາ​ເວັນ​ອອກ ສຽງ​ເໜືອ ສ​ຫລ