ນັບເປັນມື້ທີສອງຕິດຕໍ່ກັນ ທີ່ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ກ່າວ
ຢ່າງຍືດຍາວ ສະເໜີໃຫ້ຕິດອາວຸດພວກນາຍຄູ ເພື່ອປ້ອງກັນບໍ່ໃຫ້ເກີດການສັງຫານ
ໝູ່ຢູ່ຕາມໂຮງຮຽນ.
ປະທານາທິບໍດີທຣໍາ ປະກາດວ່າ “ນອກຈາກວ່າ ພວກເຮົາມີຄວາມສາມາດໃນການ
ປ້ອງກັນ ມັນຈະເກີດຂຶ້ນອີກແລະກໍຈະເກີດຂຶ້ນອີກ. ພວກເຮົາຈະບໍ່ສາມາດຈ້າງຍາມ
ມາຮັກສາຄວາມປອດໄພໄດ້ຢ່າງພຽງພໍ."
ເມື່ອມີການຖາມ ໂດຍນັກຂ່າວວີໂອເອ ເພື່ອຕອບຄຳຖາມພວກນາຍຄູຜູ້ທີ່ກ່າວວ່າ
ເຂົາເຈົ້າບໍ່ຕ້ອງການໃຫ້ມີປືນຢູ່ໃນຫ້ອງຮຽນຂອງເຂົາເຈົ້າ. ທ່ານທຣໍາຕອບວ່າ “ບຸກ
ຄົນເຫລົ່ານີ້ ແມ່ນພວກທີ່ເຂົາເຈົ້າຕ້ອງການຢາກຈະໃຫ້ມີປືນ ແລະມັນຈະມີເປີເຊັນ
ໜ້ອຍ ແຕ່ມັນຈະມີຫຼາຍຄົນ. ແລະເວລາໃດທີ່ທ່ານເຮັດດັ່ງນັ້ນແລ້ວ ທ່ານຈະຢູ່ໃນ
|ສະພາບ ບ່ອນທີ່ໃນທັນທີທັນໃດ ເຫດການທີ່ໜ້າຢ້ານກົວດັ່ງກ່າວ ກໍຈະຢຸດເຊົາ.”
ກ່ອນໜ້ານັ້ນຢູ່ໃນຫ້ອງປະຊຸມຣູສແວລຕ໌ ທ່ານໄດ້ສະເໜີວ່າ ມີຫຼາຍເຖິງ 40 ເປີເຊັນ
ຂອງບັນດາຫ້ອງຮຽນຕ່າງໆ ທີ່ພວກນາຍຄູມີຄຸນສົມບັດພຽງພໍທີ່ຈະຍິງປືນໄດ້ ແລະ
ພວກນາຍຄູເຫຼົ່ານີ້ຈະໄດ້ຮັບເງິນ “ລາງວັນໜ້ອຍນຶ່ງ” ໃນການມີຄຸນສົມບັດດັ່ງກ່າວ.
ປະທານາທິບໍດີທຣໍາ ກ່າວໃນລະຫວ່າງການປະຊຸມກັບພວກເຈົ້າໜ້າທີ່ປະຕິບັດ
ກົດໝາຍ ເຈົ້າໜ້າທີ່ລັດແລະເຈົ້າໜ້າທີ່ທ້ອງຖິ່ນ ເປັນເວລາ 55 ນາທີວ່າ “ຂ້າພະເຈົ້າຕ້ອງການໃຫ້ໂຮງຮຽນຂອງຂ້າພະເຈົ້າໄດ້ຮັບການປ້ອງກັນຄືກັນກັບຂ້າພະເຈົ້າຕ້ອງ
ການໃຫ້ທະນາຄານຂອງຂ້າພະເຈົ້າໄດ້ຮັບການປ້ອງກັນ.”
Your browser doesn’t support HTML5
Trump Outlines Plan to Arm School Teachers
ການປະຊຸມໃນວັນພະຫັດມີຂຶ້ນຫລັງຈາກການປະຊຸມທີ່ເຕັມໄປດ້ວຍຄວາມເສົ້າໂສກ
ແລະຍືດຍາວ ແລະກໍຢູ່ທີ່ທຳນຽບຂາວ ເພື່ອພົບພໍ້ກັບພວກນັກຮຽນ ບັນດາຜູ້ປົກຄອງ
ແລະພວກນາຍຄູ ທີ່ໄດ້ຮັບຜົນກະທົບຈາກການຍິງສັງຫານຢູ່ມັດທະ ຍົມປາຍໃນອາ
ທິດແລ້ວນີ້ໃນເມືອງພາກແລນ ລັດຟລໍຣິດາ ໂດຍອະດີດນັກຮຽນຄົນນຶ່ງ ທີ່ໄດ້ຖືກກ່າວ
ຫາວ່າ ສັງຫານ 17 ຄົນ.
ປ. ທຣໍາ ກ່າວໃນຂະນະທີເປັນເຈົ້າພາບ ຮັບຟັງທີ່ກອງປະຊຸມ ນັກຮຽນ ນາຍຄູ ມັດທະຍົມ ແລະຜູ້ປົກຄອງ ທີ່ທຳນຽບຂາວ.
ປະທານາທິບໍດີທຣໍາ ຜູ້ທີ່ໄດ້ຮັບການສະໜັບສະໜູນຢ່າງແຂງຂັນໃນລະຫວ່າງການ
ໂຄສະນາຫາສຽງເລືອກຕັ້ງ ປີ 2016 ຈາກສະມາຄົມ ປືນຍາວແຫ່ງຊາດ (NRA) ທີ່ມີ
ອິດທິພົນ ຊຶ່ງມີສະມາຊິກ 5 ລ້ານຄົນ ກ່າວວ່າ ທ່ານໄດ້ໂອ້ລົມກັບພວກເຈົ້າໜ້າທີ່ອົງ
ການ NRA ລະຫວ່າງສອງມື້ທີ່ຜ່ານມາແລະອົງການດັ່ງກ່າວ “ພ້ອມແລ້ວທີ່ຈະເຮັດ
ສິ່ງໃດສິ່ງນຶ່ງ.”
ລັດຖະມົນຕີກະຊວງສຶກສາ ທ່ານນາງແບຕຊີ ເດີໂວສ ຊ້າຍ ກ່າວຕໍ່ຄະນະກຳມະການ ກະຊວງສຶກສາລັດຟລໍຣິດາ ທ່ານນາງ ແພມ ສະຕວຕ ກ່ອນພົບປະກັບ ປະທານາທິດີ.
ປະທານາທິບໍດີ ເຖິງຢ່າງໃດກໍດີ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ທ່ານບໍ່ມີຄວາມ
ຕັ້ງໃຈທີ່ຈະຕໍ່ສູ້ກັບອົງການທີ່ມີອິດທິພົນ ແລະໃຫ້ເງິນຫຼາຍກວ່າ 11 ລ້ານໂດລາແກ່
ຄະນະໂຄສະນາຫາສຽງຂອງທ່ານທຣໍາ ໃນປີ 2016 ແລະໄດ້ໃຊ້ເງິນ ເກືອບ 20 ລ້ານ
ໂດລາ ໂຈມຕີພັກເດໂມແຄຣັດ ທີ່ເປັນຜູ້ທ້າທາຍໃນການເລືອກຕັ້ງທົ່ວໄປຂອງທ່ານ
ນາງຮີລລາຣີ.
ປະທານາທິບໍດີທຣໍາ ກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າ ຂ້າພະເຈົ້າຈະຕໍ່ສູ້ກັບພວກເຂົາ.
ເຂົາເຈົ້າເປັນຄົນດີ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Florida Schoool Shooting