ທຳນຽບຂາວ ກ່າວວ່າ ທ່ານທຣຳ ສືບ​ຕໍ່​ປະຕິ​ເສດ ຂໍ້​ກ່າວ​ຫາ​ຂອງດາວໂປ້ ທີ່ອ້າງເຖິງ ປີ 2006

El popular cantante y compositor mexicano Armando Manzanero, considerado un símbolo de la música romántica en español, falleció el 28 de diciembre de 2020, a los 85 años, después de haber sido hospitalizado en Ciudad de México tras contraer coronavirus.

ທຳນຽບຂາວໄດ້ກ່າວ ​ໃນ​ວັນ​ຈັນ​ວານ​ນີ້ວ່າ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ
“ບໍ່​ເຊື່ອໃນຂໍ້ກ່າວ​ຫາ​ໃດໆ​ຈັກຢ່າງ” ທີ່ນາງ ສຕອມ​ມີ ດາ​ນຽລສ໌ ​ນັກສະ​ແດງ​ຮູບເງົາ​ໂປ້
(Stormy Daniels) ທີ່​ວ່າ​ລາວ​ໄດ້​ມີ​ສຳພັນ​ຄືນ​ນຶ່ງ​ກັບ​ຜູ້ນຳ​ໃນ​ອະນາ​ຄົດ​ຂອງ​ສະຫະລັດ
ເມື່ອ​ປີ 2006 ຜ່ານ​ມາ​ພຸ້ນ ​ແລະ 5 ປີ ຕໍ່​ມາ ​ໄດ້​ຖືກຂູ່ວ່າໃຫ້​ມິດ​ງຽບ​ກ່ຽວ​ກັບ​ຄວາມ​ສຳພັນ
​ທີ່ຖືກ​ກ່າວ​ຫາ​ນີ້.

​ໂຄສົກ​ຂອງ​ທ່ານ​ທຣຳ ທ່ານຣາຊ ຊາ (Raj Shah) ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ຫາ​ໃດ​ໆ ທີ່​ວ່າ
ທ່ານ ທຣຳ ​ໄດ້ພົວພັນ​ໃນການ​ກະທຳ​ຜິດ​ໃດໆ ຍ້ອນ​ວ່າ ທ່ານ​ໄມ​ເກິລ ​ໂຄ​ເຮັນ (Michael Cohen) ທະນາຍຄວາມ​ສ່ວນ​ຕົວຂອງ​ທ່ານ ​ໄດ້​ຈ່າຍ​ເງິນ​ໃຫ້​ດາວ​ໂປ້​ຄົນດັ່ງກ່າວຈຳນວນ
130 ພັນ ​ໂດ​ລາ ດ້ວຍ​ເງິນ​ຂອງ​ເພິ່ນ​ເອງ ບໍ່​ດົນ ກ່ອນການ​ເລືອກ​ຕັ້ງ​ປະທານາທິບໍດີ ປີ
2016.

​ທ່ານ​ຊາ ​ຜູ້​ຊຶ່ງໄດ້​ປະ​ເຊີນ​ໜ້າ​ກັບ​ຄຳ​ຖາມ​ຕ່າງໆ​ນາໆ ຈາກ​ພວກ​ນັກ​ຂ່າວ ຫຼັງ​ຈາກ​
ການສຳພາດ​ທີ່​ຍືດຍາວ​ກັບ​ນາງ ສຕອມ​ມີ ດາ​ນຽລສ໌ ​ທີ່ອອກ​ອາກາດ​ ​ໃນ​ວັນ​ອາທິດ
ຜ່ານ​ມາ​ນີ້ ໃນ​ລາຍການ 60 Minutes ທາງ​ຕາໜ່າງ CBS News ​ທີ່​ດຶງ​ດູ​ດ​ເອົາ
ພວກຜູ້​ຊົມຫຼາຍທີ່ສຸດ​ ໃນ​ຮອບ​ນຶ່ງ​ທົດ​ສະ​ວັດ ໄດ້ກ່າວ​ວ່າ “ການ​ກ່າວຫາ​ທີ່​ຜິດໆ ​
ແມ່ນ​ໄດ້ມີການ​ຕົກລົງກັນຢູ່​ຂ້າງ​ນອກ​ສານ​ຕະຫຼອດ​ເວລາ.”

ນາງ ສຕອມມີ ດານຽລສ໌ (Stormy Daniels), ນັກສະແດງຮູບເງົາໂປ້ ແລະເປັນຜູ້ກຳກັບ ທີ່ມີຊື່ຈິງວ່າສເຕັຟເຟນນີ ຄລິຟຟອຣ໌ດ (Stephanie Clifford), ການສຳພາດທີ່ຍືດຍາວກັບ ຈອນ ຄູບເປີ (Anderson Cooper) ໃນລາຍການ 60 Minutes ທາງຕາໜ່າງ CBS ໃນຕົ້ນເດືອນມີນາ 2018, ເປັນນິ້ງທີ່ຕັດມາຈາກພາບວີດີໂອ ໃນວັນທີ 25 ມີນາ 2018.

ທ່ານ​ຊາ​ ໄດ້​ກ່າວ​ກ່ຽວ​ກັບ​ທ່ານວ່າ “ທ່ານ​ໄດ້​ສືບ​ຕໍ່​ປະຕິ​ເສດ ການ​ກ່າວ​ຫາ​ເຫຼົ່າ​ນີ້ຢູ່ເລື້ອຍ
ມາ,”
ໂຄສົກ​ຂອງ​ທ່ານ​ທຣຳຜູ້ນີ້ ກ່າວວ່າ ດາວ​ໂປ້ ​ດາ​ນຽລສ໌ ໄວ 39 ປີ ທີ່​ມີ​ຊື່​ຈິງ​ວ່າ
ສ​ເຕັຟ​ເຟນນີ ຄລິ​ຟຟອຣ໌ດ (Stephanie Clifford) ນັ້ນ​ວ່າ “ເວົ້າ​ບໍ່​ຢູ່ຄວາມເກົ່າ”
ຍ້ອນ​ວ່າ ລາວ​ເຄີຍ​ໄດ້​ປະຕິ​ເສດ​ໃນ​ຫຼາຍໆ​ຄັ້ງ​ທີ່​ວ່າ ລາວ​ບໍ່​ໄດ້​ມີ​ຄວາມ​ສຳພັນ​ທາງ​ເພດ​
ກັບ​ທ່ານ​ທຣຳ, ແຕ່​ປັດຈຸບັນ​ນີ້ ກັບ​ກ່າວ​ອ້າງ​ວ່າ ລາວ​ໄດ້​ບອກ​ຄວາມ​ຈິງວ່າ​ລາວ​ໄດ້​ພົບ
​ປະ​ກັບ​ທ່ານ ​ໃນ​ງານ​ລ້ຽງ​ສັງ​ສັນ​ຫຼິ້ນ​ກອຟ ​ໃນ​ລັດ​ເນ​ວາດາ.

ນອກນັ້ນ ທ່ານ​ຊາ ຍັງ​ໄດ້​ຍົກ​ເລີກ ການ​ກ່າວ​ອ້າງ​ຂອງ​ນາງດາ​ນຽລສ໌ ​ໃນ​ປີ 2011,
ຕອນ​ທີ່ ລາວກຳລັງ​ເດີນທາງ​ໄປ​ຫ້ອງອອກກຳລັງກາຍ​ທີ່​ນະຄອນ​ລາສ ​ເວ​ກັສ ກັບ​ລູກ
​ສາວ​ນ້ອຍ​ຂອງ​ລາວ, ລາວ​ໄດ້​ຖືກ​ບຸກລຸກ ​ໂດຍ​ຄົນ​ແປກ​ໜ້າ ຜູ້​ຊຶ່ງ​ໄດ້​ຂົ່ມຂູ່​ລາວ.

“ມີ​ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ເຂົ້າ​ມາ​ຫາ​ຂ້ອຍ ​ແລ້ວເວົ້າ​ວ່າ, ‘ຢ່າໄປກວນທ່ານ​ທຣຳ ​ແລະ​
ໃຫ້​ລືມ​ເລື່ອງ​ທັງ​ໝົດ​ເສຍ’” ຊຶ່ງ​ນາງດາ​ນຽລສ໌ ​ໄດ້​ບອກ​ນັກ​ຂ່າວ ​ແອນ​ເດີ​ສັນ ຄູບ​ເປີ.
“ແລ້ວລາວກໍເບິ່ງອ້ອມ​ຂ້າງ​ແລະລູກ​ສາວ​ຂ້ອຍແລະກ່າວ​ວ່າ. ‘ສາວນ້ອຍ​ນີ້ງາ​ມ​ເໜາະ. ຈະເປັນເລື່ອງ​ໜ້າອາຍ​ຖ້າມີ​ຫຍັງ​ເກີ​ດຂຶ້ນ​ກັບ​ແມ່​ຂອງ​ລາວ.’ ຫຼັງ​ຈາກ​ນັ້ນ​ລາວ​ກໍ​ຫາຍ​
ໜີ​ໄປ​.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທຳນຽບຂາວປະຕິເສດຕໍ່ເລືອງທີ່ຖືກກ່າວຫາ

Your browser doesn’t support HTML5

White House Denies Porn Star's Claim of Trump Affair