ທ່ານທຣຳ ກຳລັງປ່ຽນແປງ ລະບົບ ຕຸລາການ ຂອງສະຫະລັດ ຢ່າງງຽບໆ

ຊາຍຜູ້ນຶ່ງຢືນຢູ່ຂ້າງນອກ ປະຕູໃຫຍ່ ຂອງສານອຸທອນ ເຂດທີ 9 ໃນນະຄອນ ແຊນແຟຣນຊິສໂກ, 9 ກັນຍາ 2017.

ໂອກາດ​ຂອງປະທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣຳ ທີ່​ຈະ​ສະເໜີແຕ່ງ​ຕັ້ງ​ຜູ້ພິພາກ
ສາ​ສານ​ສູງ​ສຸດ ເພື່ອມາຮັບໜ້າທີ່ແທນຜູ້ພິພາກສາ ແອນ​ໂທ​ນີ ​ເຄນ​ເນ​ດີ ທີ່​ລາ​ອອກ​ບຳ
ນານນັ້ນ​ ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ປ່ຽນ​ແປງໃນ​ລະບົບ​ສານຍຸຕິທຳ​ຂອງລັດຖະບານກາງ
​ສະຫະລັດ ທີ່​ໄດ້​ລຳ​ຖ້າ​ມາ​ດົນ​ນານ​ແລ້ວ​ນັ້ນ.

ກ່ອນ​ໜ້າ ການ​ທີ່​ທ່ານເຄນ​ເນ​ດີ ​ໄດ້​ປະກາດ​ ລາ​ອອກບຳນານ ​ໃນ​ສັບປະດາ​ແລ້ວ​ນີ້,
ທ່ານ​ທຣຳ​ໄດ້​ເລີ້ມ​ຄັດ​ເລືອກ​ແບບ​ງຽບໆ​ໃນ​ການ​ເລືອກ​ຊື່ ພວກທີ່ນິຍົມ​ແນວທາງ​ເດີມ
ທີ່ຈະເຂົ້າໄປນັ່ງ​ ໃນສານ​ສູງ​ສຸດທີ່ມີອິດທິພົນ, ​ຮວມທັງ ຈຳນວນ​ຜູ້​ສະໝັກ​ຫຼວງ​ຫຼາຍ​ເປັນ
​ປະຫວັດ​ການ ຈາກ​ສານ​ອຸ​ທອນ ທີ່​ຕ່ຳ​ລົງ​ມາ​ພຽງ​ຂັ້ນ​ດຽວ ຂອງ​ສານ​ສູງ​ສຸດ​ນັ້ນ.

ການ​ແຕ່ງຕັ້ງ ພວກຜູ້​ພິພາກສາ​ທີ່​ຂ້ອນຂ້າງອາຍຸ​ຍັງ​ນ້ອຍ ທີ່ມີປະຫວັດນິຍົມແນວທາງ
ເດີມຢ່າງແຂງຂັນ ເພື່ອໃຫ້ເຂົ້າຮັບ​ຕຳ​ແໜ່​ງ​ຕະຫຼອດ​ຊີວິດ ໃນສານສູງສຸດນັ້ນ ຈະຄ້ຳ ປະກັນບົດບາດ ຂອງ​ປະທານາທິບໍດີ​ທຣຳ ຕໍ່​ລະບົບ​ຍຸຕິ​ທຳ​ຂອງ​ລັດຖະບານ​ກາງແລະ
ຕໍ່ສັງຄົມ​ອາ​ເມຣິກັນ ​ສຳລັບພວກຄົນຮຸ້ນຕໍ່ໄປໃນ​ອະນາຄົດ​ຂ້າງ​ໜ້າ​.

ທ່ານ​ທຣຳ ​ໄດ້​ກ່າວ​ ທີ່ທຳນຽບຂາວ ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ນີ້ວ່າ “​ເລື້ອງ​ຜູ້​ພິ​ພາກ​ສາ
​ສານ​ນີ້ ​ແມ່ນ​ເລື້ອງ​ທີ່​ບໍ່​ຖືກ​ເປີດ​ເຜີຍ. ບໍ່​ມີ​ຜູ້​ໃດ​ຢາກ​ເວົ້າ​ເຖິງ​ເລື້ອງ​ນີ້.”

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ທີ່ຍ່າງຄຽງຂ້າງ ກັບຜູ້ນຳສຽງສ່ວນຫຼາຍ ໃນສະພາສູງສະ ຫະລັດ ທ່ານມິຈ ແມັກຄໍແນລ ຈາກລັດຄັນເທີກີ, ຊ້າຍ, ເດີນເຂົ້າຮ່ວມຮັບປະທານອາຫານກາງວັນ ທີ່ລັດຖະສະພາ, ວໍຊິງຕັນ, 15 ພຶດສະພາ 2018.

ທ່ານ​ໄດ້​ກ່າວ​ຕື່ມ​ອີກ ຂະນະທີ່​ຢືນ​ຢູ່ຄຽງຂ້າງ ກັບຜູ້ນຳ​ສຽງ​ສ່ວນ​ຫຼາຍ ​ໃນ​ສະພາ​ສູງສະຫະ
ລັດ ທ່ານມິ​ຈ ​ແມັກ​ຄໍ​ແນ​ລ ວ່າ “​ແຕ່​ຕອນ​ທີ່​ທ່ານ​ຄິດ​ເຖິງ​ເລື້ອງ​ນີ້ ທ່ານມິ​ຈ ກັບ​ຂ້າພະ​
ເຈົ້າ ​ແມ່ນ​ໄດ້​ກ່າວ​ວ່າ, ນີ້​ແມ່ນ​ຜົນ​ກະທົບຕັ້ງ​ແຕ່ 40 ປີ​ມາ​ແລ້ວ ຊຶ່ງ​ມັນ​ຂຶ້ນ​ຢູ່​ກັບ​ອາຍຸ​
ຂອງ​ການເປັນ​ຜູ້​ພິພາກສາ ​ແຕ່​ປະມານ 40 ປີ​ນີ້​ລະ.”

ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣຳ​ສຳ​ລັບ​ທຳນຽບຂາວ ທີ່​ໃຫ້​ຄຳ​ໝັ້ນສັນຍາ​ຈະແຕ່ງ​ຕັ້ງ
​ພວກທີ່​ນິຍົມ​ແນວທາງ​ເດີມ ​ໃຫ້ເຂົ້າໄປກຳ​ຕຳ​ແໜ່​ງ ​ໃນ​ສານ​ສູງ​ສຸດ​ ແລະ​ຂະແໜງ​ອື່ນໆ​
ຂອງ​ລັດຖະບານ​ກາງ​ນຳ.

ເວລາ​ທີ່​ທ່ານ​ເຂົ້າກຳ​ຕຳ​ແໜ່​ງນັ້ນ ມີ​ຕຳ​ແໜ່​ງຫວ່າງຢູ່ຫຼາຍ​ກວ່າ 100 ບ່ອນ ​ໃນ​ລະບົບ
​ຕຸລາການ​ຂອງ​ລັດຖະບານ​ກາງ, ທັງນີ້ກໍຍ້ອນ​ຄວາມພະຍາຍາມຂອງພັກຣີພັບ​ບລີ​ກັນ
ທີ່​ໄດ້​ຂັດຂວາງ ​ເກືອບ​ວ່າທຸກການສະ​ເໜີ​ຊື່ ​ຂອງ​ພວກ​ທີ່ສະໝັກ​ເຂົ້າໄປຮັບໃຊ້ໃນ​
ລະບົບຕຸລາການ ໃນ​ຮອບ 2 ປີ​ສຸດ​ທ້າຍ​ຂອງ​ອະດີດ​ປະທານາທິບໍ​ດີຄົນ​ກ່ອນ ຄືສະ​ໄໝ
​ຂອງທ່ານ​ບາຣັກໂອ​ບາ​ມາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກປະທ້ວງ ພາກັນໂບກທຸງ ແລະໂຮຮ້ອງ ຕໍ່ຕ້ານນະໂຍບາຍການເກືອດຫ້າມ ການເດີນທາງ ຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ, ຂ້າງນອກ ນະຄອນຊີອາໂຕ, ລັດວໍຊິງຕັນ, 15 ພຶດສະພາ 2017.