ປ. ທຣຳ ຊົມເຊີຍ ການຊື້ເຮືອບິນ ໂບອິ້ງ ແລະ ການຕໍ່ສູ້ຕ້ານ ກຸ່ມກໍ່ການຮ້າຍ ຂອງມາເລເຊຍ

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຕ້ອນຮັບ ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak ຢູ່ທີ່ທຳນຽບຂາວWhite, ວັນທີ 12 ກັນຍາ 2017.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ເປັນ​ເຈົ້າພາບ​ຕ້ອນຮັບ​ນາຍົກ ລັດຖະມົນຕີ
​ມາ​ເລ​ເຊຍ ທ່ານ Najib Razak ທີ່​ຕົກ​ເປັນ​ຂ່າວ​ນອງ​ນັນ ​ແລະ ໄດ້​ຊົມ​ເຊີຍ​ການ​ລົງທຶນ
ໃນ​ສະຫະລັດ ​ແລະ​ ການ​ຕໍ່ສູ້​ຕ້ານ​ພວກ​ກໍ່​ການ​ຮ້າຍ​ຂອງ​ມາ​ເລ​ເຊຍ.

ທ່ານ​ທຣຳ ກ່າວ​ວ່າ ທ່ານ​ເອງ​ແລະ​ທ່ານ Najib ກຳລັງ​ເຮັດ​ວຽກ​ກ່ຽວ​ກັບ​ການ​ຕົກລົງ​
ທາງ​ການ​ຄ້າ​ຂະໜາດ​ໃຫຍ່ ຮວມທັງ​ການ​ຊື້​ເຮືອບິນ​ໂດຍສານ​ໂອ​ອິ້ງ​ໃນມູນ​ຄ່າ​ ລະຫວ່າງ
10 ຫາ 20 ພັນ​ລ້ານ​ໂດ​ລາ ຕະຫລອດ​ທັງ​ການ​ຊື້​ເຄື່ອງ​ຈັກອາຍ​ພົ່ນ ​ຂອງ​ບໍລິສັດ
General Electric ຫລື ​ຈີ​ອີ.

ປະທານາທິບໍດີ ດໍໂນລ ທຣຳ, ຂວາ, ສະແດງທ່າທີ ໃນຂະນະທີ່ ກ່າວຖະແຫລງ ໃນກອງປະຊຸມ ກັບ ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak, ຄົນທີສອງຈາກຊ້າຍ, ໃນຫ້ອງ ຄະນະລັດຖະບານ ຫຼື Cabinet Room ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 12 ກັນຍາ 2017.

ທ່ານ Najib ​ໃຫ້ການ​ຢືນຢັນ​ວ່າ ການ​ຕົກລົງ​ໃນ​ໄລຍະ 5 ປີ​ດັ່ງກ່າວ “ຈະ​ມີ​ມູນ​ຄ່າ​ຫຼາຍ
ກວ່າ 10 ພັນ​ລ້ານ​ໂດ​ລາ” ​
ໂດຍ​ເວົ້າວ່າ ​ເຮືອບິນ​ໂບອີ້ງຈະ​ເຂົ້າປະຈຳການ​ ໃນ​ບໍລິສັດ
ລັດ​ວິ​ສາ​ຫະກິດ ສາຍ​ການບິນມາ​ເລ​ເຊຍ.

ທ່ານ Najib ກ່າວ​ຕໍ່​ທ່ານ​ທຣຳວ່າ “ພວກ​ເຮົາ​ມີ​ຄວາມ​ໝັ້ນໝາຍ ທີ່​ຈະ​ຊື້​ເຮືອບິນ 737
Max-10 ຈຳນວນ 25 ລຳບວກ​ໃສ່​ກັບ​ເຮືອບິນ 787 Dreamliner ຈຳນວນ 8 ລຳ ​
ແລະ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ບໍ່​ແມ່ນ​ເປັນ​ໄປ​ໄດ້​ລ້າໆ ທີ່​ຈະ​ຊື້​ເຮືອບິນ​ໂບອິ້ງ 737
Max-10 ຕື່ມ​ອີກ 25 ລຳ.”

ນາຍົກລັດຖະມົນຕີມາ​ເລ​ເຊຍ​ຍັງ​ເວົ້າວ່າ “ພວກ​ເຮົາ​ຈະ​ພະຍາຍ​າມຊັກ​ຊວນ​ໃຫ້​ບໍລິສັດ
Air Asia ຊື້​ເຄື່ອງ​ຈັກ​ຂອງ​ບໍລິສັດ​ຈີ​ອີ​ນຳ​ດ້ວຍ.”

ທ່ານ Najib ​ເວົ້າວ່າ ກອງ​ທຶນ​ເບ້ຍ​ບຳນານ​ມູນ​ຄ່າ 7 ຕື້​ໂດ​ລາ ແມ່ນ​ໄດ້​ລົງທຶນ ​ຢູ່​ໃນ
​ສະຫະລັດ​ແລ້ວ​ແລະອີກ 3 ຫາ 4 ຕື້​ໂດ​ລາ ກໍ​ຈະ​ໃຫ້ການ​ສະໜັບສະໜູນ ​ຕໍ່​ໂຄງ​ລ່າງ​
ພື້ນຖານຂອງ​ພວກ​ທ່ານ ​ແລະ ​ການ​ພັດທະນາ​ຢູ່​ໃນະ​ຫະລັດ.

ນອກ​ນັ້ນ ນາຍົກລັດຖະມົນຕີມາ​ເລ​ເຊຍ​ຍັງ​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ຍັງ​ສືບ​ຕໍ່ ໃຫ້ການ ​ສະໜັບສະໜູ​ນ​ ໃນ​ການ​ຕໍ່ສູ້​ຕ້ານ ​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ ​ເຊັ່ນ​ກຸ່ມ​ລັດ​ອິສລາມ​ ແລະ
​ອາລກາ​ອີ​ດາ​ເປັນຕົ້ນ. ທ່ານ Najib ​ເວົ້າວ່າ ກຸ່ມ​ເຫລົ່ານີ້​ເປັນ​ສັດຕູ​ທັງຂອງສະຫະລັດ
​ແລະ​ ມາ​ເລ​ເຊຍ​ນຳ​ດ້ວຍ ​ໂດຍ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ເຮັດ​ໃນພາກສ່ວນ​ ຂອງ
​ພວກ​ເຮົາ ​ເພື່ອໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ຂົງ​ເຂດ​ດັ່ງກ່າວ​ ໃນ​ໂລກ​ຂອງພວກ​ເຮົາ ​ມີ
ຄວາມ​ປອດ​ໄພ.”

ທ່ານ Najib ກ່າວ​ຢ້ຳວ່າ ສິ່ງ​ສຳຄັນ​ສຳລັບ​ສະຫະລັດ​ ​ເພື່ອ “​ເອົາ​ຊະນະ​ຈິດ​ໃຈຂອງ​
ຊາວ​ມຸສລິ​ມ​ໃນ​ໂລກ”
ກໍ​ແມ່ນ​ໃຫ້ການ​ສະໜັບສະໜູນຕໍ່ “ອຳນາດ​ການ​ປົກຄອງ ທີ່​
ນິຍົມ​ແນວທາງປານ​ກາງ ​ແລະ​ ມີ​ຫົວ​ກ້າວໜ້າ ​ແລະ​ ລັດຖະບານ​ຕ່າງໆ​ຢູ່​ໃນທົ່ວ​
ໂລກ”
​ເຊັ່ນ​ມາ​ເລ​ເຊຍ “ຍ້ອນ​ວ່າ ​ເປັນ​ໂສມ​ໜ້າ​ອັນ​ແທ້​ຈິງ​ຂອງ​ສາສະໜາ​ອິສລາມ
ນັ້ນ​ແມ່ນໃບ​ໜ້າ​ທີ່​ແທ້​ຈິງ​ຂອງ​ອິສລາມ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ