ທ່ານ ໄມຄ໌ເກິລ ໂຄເຮັນ ທີ່ເປັນທະນາຍຄວາມສ່ວນຕົວຂອງປະທານາທິບໍດີທຣຳເວລາ
ດົນນານ ທີ່ກຳລັງຕົກຢູ່ພາຍໃຕ້ການສືບສວນດ້ານອາດຊະຍາກຳໃນການທຳທຸຮະກິດ
ຂອງທ່ານ ໄດ້ໃຫ້ການປຶກສາທາງກົດໝາຍຢ່າງລັບໆ ແກ່ທ່ານຊອນ ແຮນນິດີ (Sean
Hannity) ພິທີກອນໂທລະພາບຜູ້ຊຶ່ງສະໜັບສະນຸນທ່ານທຣຳນັ້ນ.
ການເປີດເຜີຍນີ້ ໄດ້ມີຂຶ້ນ ໃນວັນຈັນວານນີ້ ໃນການໃຫ້ປາກຄຳໃນສານລັດຖະບານ
ກາງ ໃນລັດນິວຢັອກ ບ່ອນທີ່ພວກທະນາຍຄວາມຂອງທ່ານໂຄເຮັນ ແລະທ່ານ ທຣຳ
ໄດ້ຂໍຮ້ອງຕໍ່ຜູ້ພິພາກສາສານວ່າ ໃຫ້ອະນຸຍາດກວດເບິ່ງເອກກະສານທັງຫຼາຍ ແລະບັນ
ທຶກຂອງອົງການສັນຕິບານກາງແຫ່ງຊາດ ຫຼື FBI ທີ່ຍຶດມາໄດ້ຈາກຫ້ອງການຂອງທ່ານ
ໂຄເຮັນບ້ານແລະໂຮງແຮມ ບ່ອນທີ່ທ່ານອາໄສຢູ່ ໃນສັບປະດາແລ້ວນີ້ ຊຶ່ງເປັນສ່ວນນຶ່ງ
ຂອງການສືບສວນຂອງພວກເຂົາເຈົ້າ ກ່ຽວກັບເລື່ອງການເງິນຂອງທ່ານ ໂຄເຮັນ.
ທ່ານໂຄເຮັນ ໄດ້ຕົກຢູ່ພາຍໃຕ້ການສືບສວນ ເປັນເວລາຫຼາຍເດືອນແລ້ວ ໃນຄະດີ
“ອາຍາທີ່ສ່ວນໃຫຍ່ແມ່ນທາງດ້ານການເງິນຂອງທຸລະກຳສ່ວນຕົວ,” ຄະນະໄອຍະ
ການລັດຖະບານກາງ ໄດ້ນຳອອກມາເປີດເຜີຍ ທີ່ສານໃນວັນສຸກແລ້ວນີ້. ການສືບ
ສວນດັ່ງກ່າວ ແມ່ນພົວພັນກັບກັບເງິນປິດປາກ ທີ່ກ່າວຫາວ່າ ທ່ານໂຄເຮັນ ໄດ້ຈ່າຍ
ໃຫ້ດາວໂປ້ ສຕອມມີດານຽລສ໌ ແລະນາງແບບເພລບອຍ ຄາເຣັນ ເມັກດູໂກລ ເພື່ອໃຫ້
ພວກເຂົາເຈົ້າມິດງຽບກ່ຽວກັບເລື່ອງສຳພັນທາງເພດກັບທ່ານທຣຳ.
ພາບວາດຂອງສານ ທີ່ສະແດງໃຫ້ເຫັນທ່ານ ໄມຄ໌ເກິລ ໂຄເຮັນ (Michael Cohen) ທະນາຍຄວາມສ່ວນຕົວ ຂອງປະທານາທິບໍດີດໍໂນລ ທຣຳ, ນັ່ງຢູ່ທີສອງຈາກຊ້າຍ ໃນໂຕະ ຄຽງຂ້າງທະນາຍຄວາມ ຂອງທ່ານທອດ ແຮຣິຊັນ (Todd Harrison), ຂວາ, ແລະທ່ານສເຕັຟຟັນ ໄຣເອັນ (Stephen Ryan), ໃນຂະນະທີ່ພວກເພິ່ນ ນັ່ງຟັງ ຮອງໄອຍະການທ່ານທອມ ເມັກເຄ (Tom McKay), ຢືນຢູ່ທາງຊ້າຍ, ສານໃນລັດນິວຟອກ, 16 ເມສາ 2018.
ທະນາຍຄວາມຂອງທ່ານໂຄເຮັນ ໄດ້ເອີ້ນການກວດຄົ້ນຂອງ ອົງການ FBI ນີ້ວ່າ
“ບໍ່ເໝາະສົມທີ່ສຸດ ແລະບໍ່ຈຳເປັນ” ແລະໄດ້ລະບຸວ່າ ເປັນຜົນຂອງ “ການຍຶດເອົາ
ຄວາມປົກປ້ອງຂອງການຕິດຕໍ່ລະຫວ່າງທະນາຍຄວາມແລະລູກຄວາມ.” ໃນສານ
ທີ່ເຕັມໄປດ້ວຍຝຸງຊົນໃນວັນອາທິດຜ່ານມານີ້ ທະນາຍຄວາມຂອງທ່ານທຣຳ ເອີ້ນການ
ເອົາບາດກ້າວນີ້ວ່າ “ສ້າງ\ຄວາມບໍ່ສະຫງົບ ສຳລັບທະນາຍຄວາມ, ລູກຄວາມ ,
ປະຊາຊົນ ແລະຜູ້ວິເຄາະວິຈານທັງຫຼາຍ” ແລະໄດ້ຮຽກຮ້ອງໃຫ້ພວກເຂົາເຈົ້າ ມີໂອກາດກວດເບິ່ງພວກເອກກະສານທັງຫຼາຍນີ້ ແລະຕັດສິນໃຈວ່າ ແມ່ນເອກກະສານອັນໃດແດ່
ທີ່ສາມາດນຳຂຶ້ນໄປກວດກາຈາກຄະນະໄອຍະການໄດ້.
ແຕ່ວ່າ ຜູ້ພິພາກສາສານ ຄິມບາ ວູດ ຂອງສານສະຫະລັດໃນຂົງເຂດພາກໃຕ້ຂອງລັດ
ນິວຢອກ ໄດ້ປະຕິເສດຕໍ່ການຮ້ອງຮຽນທີ່ວ່ານີ້, ໂດຍອອກຄຳສັ່ງໃຫ້ “ຄະນະທີ່ຖືກໃສ່
ຄວາມ” ວ່າໄດ້ວາງກົດເກນ ໂດຍຄະນະໄອຍະການ ທີ່ຈະກັ່ນກອງເອກກະສານທີ່ເປັນ
ເລື່ອງສ່ວນຕົວ ໃຫ້ເປັນ “ທາງເລືອກ” ໃນຂະນະທີ່ “ໄອຍະການພິເສດ” ສານອາດຖືກ
ແຕ່ງຕັ້ງ ທະນາຍຄວາມຂ້າງນອກມາ ຊຶ່ງ “ອາດມີບົດບາດໃນທີ່ນີ້ໄດ້.” ທ່ານນາງ
ໄດ້ຮຽກຮ້ອງ ໃຫ້ບັນດາໄອຍະການ ແລະທະນາຍຄວາມຂອງຈຳເລີຍ ໃຫ້ນຳສະເໜີຊື່
ຂອງໄອຍະການພິເສດມາ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ທ່ານ ໄມຄ໌ເກິລ ໂຄເຮັນ (Michael Cohen) ທີ່ເປັນທະນາຍຄວາມສ່ວນຕົວຂອງປະທານາທິບໍດີດໍໂນລ ທຣຳ, ຍ່າງໃນນະຄອນນິວຢອກ, 11 ເມສາ 2018.