ປ. ດໍໂນລ ທຣໍາ ອວຍພອນ ວັນສ້າງຕັ້ງ ທະຫານມາຣິນ

ປະທານາທິບໍດີ ດໍໂນລ ທຣໍາ ສັນລະເສີນ ທ່ານ Max Morgan ຈາກເມືອງ Santa Clarita ລັດ California ກ່ອນການກ່າວ ຢູ່ໃນພິທີ ວັນນັກລົບເກົ່າ ທີ່ໂຮງແຮມ Grand Hyatt ທີ່ເມືອງ Danang ປະເທດຫວຽດນາມ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້ໃຫ້ກຽດ​ອວຍພອນ​ວັນສ້າງຕັ້ງທະຫານ Marine ​ຄົບ​ຮອບ 242 ປີ.

ປະທານາທິບໍດີທຣໍາ ໄດ້ສົ່ງ​ຂໍ້ຄວາ​ມທາງ Twitter ພ້ອມ​ດ້ວຍຮູບ​ພາບ​ຫລາຍ​ໃບຂອງ​
ທ່ານ ທີ່ຖ່າຍກັບ​ທະຫານ Marines ໂດຍກ່າວວ່າ “ໃນນາມໝົດທັງປະເທດ ສຸກສັນ
ວັນເກີດຄົບຮອບ 242 ປີ ຕໍ່ພວກຜູ້ຊາຍແລະແມ່ຍິງ ທີ່ເປັນທະຫານ Marines
ຂອງສະຫະລັດ.”

ວັນ​ເສົາ​ມື້​ນີ້​ເປັນ​ຂີດ​ໝາຍ​ເທື່ອທຳ​ອິດ ໃນການສະຫລອງວັນນັບລົບເກົ່າ ຂອງ​ລັດຖະ
ບານທຣໍາ ​ແລະ​ທ່ານໄດ້​ໃຊ້​ວັນ​ສຸກ​ວານ​ນີ້ ຢູ່​ເມືອງ Danang ປະ​ເທດ​ຫວຽດນາມ ບ່ອນ
​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ບັນດາ​ນັກລົບເກົ່າ​ສະຫະລັດ ຜູ້​ທີ່​ໄດ້​ຮັບ​ໃຊ້​ຢູ່​ໃນ​ສົງຄາມ
​ຫວຽດນາມ.

ປະທານາທິບໍດີ​ທຣໍາ ກ່າວໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ທ່ານ​ຈະ​ລົງນາມໃນຄຳປະກາດ​ໃຫ້​
ກຽດ​ແກ່​ພວກນັກລົບເກົ່າທີ່ເຄີຍຮັບໃຊ້ຢູ່ໃນ​ສົງຄາມ ໂດຍກ່າວວ່າ “ພວກນັກລົບເກົ່າ
ຂອງ​ພວກ​ເຮົາ ແມ່ນ​ສົມບັດ​ຂອງ​ປະ​ເທດ ​ແລະ​ຂ້າພະເຈົ້າ​ຂໍ​ຂອບ​ໃຈ​ເຂົາ​ເຈົ້າ​ທັງ​ໝົດ
​ໃນ​ການ​ຮັບ​ໃຊ້ ​ເສຍ​ລະ​ຫຼະ ​ແລະ​ຄວາມ​ຮັກ​ຊາດ.”

ປະທານາທິບໍດີ​ທຣໍາກ່າວ​ວ່າ​ ທ່ານ​ໄດ້ພົບ​ກັບ​ພວກນັກລົບເກົ່າຈຳນວນນຶ່ງແລະ​ຮ້ອງ​
ເຂົາ​ເຈົ້າ​ວ່າ “​ແຂງ​ຂັນ ສະຫລາດ​ຫລັກ​ແຫລມ” ກ່ອນ​ເຊີນ​ເຂົາ​ເຈົ້າ​ຂຶ້ນກ່າວ. ​ເຂົາ​ເຈົ້າ​
ຫລາຍ​ຄົນ​ໄດ້​ຍ້ອງ​ຍໍ​ທ່ານ​ທຣໍາ ຮວມທັງ ທ່ານ Max Morgan ຜູ້​ທີ່​ໄດ້​ຂອບ​ໃຈ​ທ່ານ
​ທຣໍາ​ ໃນ​ການ​ສະໜັບສະໜູນ​ກອງທັບ.

ທ່ານ Morgan ກ່າວ​ວ່າ “ທ່ານ​ປະທານ​າທິບໍດີ ຈາກ​ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າ ຂໍຂອບ
ໃຈທີ່ໃຫ້ການ​ສະໜັບສະໜູນ​ຂອງ​ທ່ານ​ຕໍ່​ກອງທັບ ​ແລະ​ເປັນ​ກຽດຢ່າງຍິ່ງທີ່ໄດ້ມາຢູ່
ທີ​ນີ້​ໃນ​ນາມ​ຜູ້ນຶ່ງ​ ຂອງ​ພວກນັກລົບເກົ່າຫວຽດນາມ ເຈັດ​ຄົນ ຕາງໜ້າໃຫ້ວິລະ​ບຸຣຸດ
58,000 ຄົນ ​ທີ່​ບໍ່​ໄດ້​ກັບ​ຄືນບ້າ​ນ​.”

ປະທານາທິບໍດີ​ທຣໍາ ຢູ່ທີ່ປະ​ເທດ​ຫວຽດນາມ ຊຶ່ງ​ເປັນ​ສ່ວນນຶ່ງໃນການ​ເດີນທາງຢ້ຽມ
ຢາມເອເຊຍເປັນເວລາ 12 ວັນ​ຂອງທ່ານ. ຫລັງ​ຈາກ​ນັ້ນ​ ທ່ານ​ຈະ​ເຂົ້າ​ຮ່ວມ​ ກອງ​ປະ
ຊຸມ​ສຸດ​ຍອດ​ເສດຖະກິດ​ນາໆຊາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ