ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານໄດ້ໂອ້ລົມແບບດີຫລາຍ ແລະໃນຂອບເຂດທີ່ກວ້າງຂວາງກັບທ່ານ Donald Trump ໃນລະຫວ່າງທີ່ປະທານາທິ ບໍດີທີ່ຖືກເລືອກໃໝ່ ໄປຢ້ຽມຢາມທຳນຽບຂາວ ເປັນເທື່ອທຳອິດ.
ໃນການຖະແຫຼງທີ່ຫ້ອງການປະທານາທິບໍດີນັ້ນ ທ່ານໂອບາມາ ໄດ້ກ່າວຢ້ຳວ່າ ບູລິມະສິດອັນດັບນຶ່ງຂອງທ່ານກໍແມ່ນອຳນວຍຄວາມສະດວກໃຫ້ມີການໂອນອຳນາດແບບລາບລື່ນ.
ສ່ວນທ່ານ Trump ກ່າວວ່າ ທ່ານຫວັງວ່າຈະໄດ້ເຮັດວຽກກັບທ່ານໂອບາມາຕື່ມໃນອະນາ ຄົດ ໂດຍເອີ້ນວ່າ “ເປັນກຽດຢ່າງໃຫຍ່.”
Your browser doesn’t support HTML5
Obama, Trump Meet at White House
“ການໂອນອຳນາດແບບສັນຕິແມ່ນຫລັກການພື້ນຖານຂອງລະບອບປະຊາທິປະໄຕຂອງພວກເຮົາ” ນັ້ນຄືຄຳຖະແຫຼງຂອງທຳນຽບຂາວ ກ່ອນການພົບປະທີ່ຫ້ອງການປະທານາທິ ບໍດີ. ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ກໍໄດ້ພົບປະຢ່າງເປັນການສ່ວນ ຕົວກັບພັນລະຍາຂອງທ່ານ Trump ທ່ານນາງ Melania ກ່ຽວກັບຊີວິດ ຢູ່ໃນເຂດສ່ວນຕົວຂອງຕຶກອາຄານຜູ້ນຳຝ່າຍບໍລິຫານ.
ທຳນຽບຂາວໄດ້ກ່າວດົນນານມາແລ້ວ ກ່ອນທີ່ທ່ານ Trump ຜູ້ສະໝັກຂອງພັກຣີພັບບລີ ກັນຊະນະຜູ້ສະໝັກຂອງພັກເດໂມແຄຣັດທ່ານນາງ Hillary Clinton ຢ່າງບໍ່ຄາດຝັນໃນການເລືອກຕັ້ງ ເມື່ອວັນອັງຄານຜ່ານມາ ຊຶ່ງເປັນທີ່ຈະແຈ້ງວ່າ ທ່ານໂອບາມາ ໄດ້ສັ່ງໃຫ້ເຈົ້າໜ້າທີ່ ໃນປີກາຍນີ້ “ໃຫ້ມີການໂອນອຳນາດແບບລາບລື່ນລະຫວ່າງລັດຖະບານເປັນບູລິມະສິດທີ່ສຳຄັນສຸດ” ໃນການດຳລົງຕຳແໜ່ງປີສຸດທ້າຍຂອງທ່ານ.
Your browser doesn’t support HTML5
Obama and Trump Hold ‘Excellent’ Transition Meeting at the White House
ທຳນຽບຂາວ ກ່າວວ່າ ເຈົ້າໜ້າທີ່ຂອງທ່ານໂອບາມາ ໄດ້ເຮັດໃຫ້ເປັນທີ່ຈະແຈ້ງວ່າ ທ່ານ Trump ແລະຄະນະເຈົ້າໜ້າທີ່ສຳຄັນໆ ທີ່ທ່ານຍັງບໍ່ທັນແຕ່ງຕັ້ງເທື່ອນັ້ນ ໄດ້ມີການກະ ກຽມນັບ ແຕ່ມື້ທຳອິດ ໃຫ້ການປົກປ້ອງຄຸ້ມຄອງ ຄວາມໝັ້ນຄົງແຫ່ງຊາດຂອງພວກເຮົາ. ເຈົ້າໜ້າທີ່ສືບລັບ ແລະກະຊວງປ້ອງກັນປະເທດຂອງສະຫະລັດ ເລີ້ມທຳການລາຍງານປະຈຳວັນໃຫ້ທ່ານ Trump ຊາບກ່ຽວກັບໄພຂົ່ມຂູ່ຕ່າງໆຕໍ່ຄວາມໝັ້ນຄົງແຫ່ງຊາດແລະການປະຕິບັດງານທາງທະຫານໃນຕ່າງປະເທດ.
ຍິ່ງໄປກວ່ານັ້ນ ລັດຖະບານທ່ານໂອບາມາຍັງມີແຜນການທີ່ຈະເປັນເຈົ້າພາບຈັດການຝຶກຊ້ອມສອງຄັ້ງ ຂອງຫຼາຍໆພະແນກການລັດຖະບານ ເພື່ອຊ່ອຍໃຫ້ເຈົ້າໜ້າທີ່ຂອງ ທ່ານ Trump ລຶ້ງເຄີຍກັບການຕອບຮັບຂອງລັດຖະບານຕໍ່ເຫດການສຸກເສີນພາຍໃນ ປະເທດ ບໍ່ວ່າຈະເປັນການໂຈມຕີຂອງພວກກໍ່ການຮ້າຍຫຼືໄພພິ ບັດທຳມະຊາດຕ່າງໆ ເຊັ່ນລົມພາຍຸທໍເນໂດແລະເຮີຮິເຄນທີ່ຮ້າຍແຮງເປັນຕົ້ນ.
Your browser doesn’t support HTML5
Explainer: Presidential Transition