ທ່ານ Trump ຮຽກຮ້ອງ​ໃຫ້​ ຕັ້ງໄອ​ຍະ​ການ​ພິ​ເສດ ​ເພື່ອ​​ສືບສວ​ນ ​ມູນ​ນິທິ ​Clinton

Your browser doesn’t support HTML5

ຜູ້​ສະໝັກ​ສັງ​ກັດ​ພັກ Republican ທ່ານ Donald Trump ​ໄດ້​ຮຽກຮ້ອງ​ໃຫ້​ຕັ້ງຄະນະໄອ​ຍະ ​ການ​ພິ​ເສດ ຂຶ້ນ​ໃນ​ທັນທີ ​ເພື່ອ​ທຳ​ການ​ສຶບສວ​ນສອບ​ສວນ​ມູນ​ນິທິຂອງ​ທ່ານນາງ Hillary ​ແລະທ່ານ Bill Clinton ​ໂດຍ​ກ່າວ​ວ່າ ອົງການ​ສັນຕິບານ​ກາງ FBI ບໍ່​ສາມາດ ​ເຊື່ອ​ຖື​ໄດ້ ​ໃນ​ການ​ສືບສວນຄະດີ​ທີ່​ວ່າ​ນີ້.

ທ່ານ Trump ​ໄດ້​ໃຊ້​ເວລາເກືອບ​ໝົດ​ມື້​ໃນ​ວັນ​ຈັນ​ວານ​ນີ້ ໃສ່​ໃນ​ການ​ກ່າວ​ຄຳ​ປາ​ໄສໃນ​ການໂຄສະນາ​ຫາ​ສຽງ ​ທີ່​ເມືອງ Akron, ລັດ Ohio ​ໃນ​ອັນ​ທີ່​ທ່ານ​ໄດ້​ອະທິບາຍ​ວ່າ“​ຂອບ​ເຂດ​ອັນ​ກວ້າງຂວາງ” ໃນ​ການ​ກະທຳ​ຜິດ​ກົດໝາຍຂອງ​ທ່ານ​ນາງ Clinton, ໂດຍ​ກ່າວ​ວ່າ ທ່ານ​ຕື່ນ​ຕົກ​ໃຈໃ​ນເຫດ​ທີ່ກ່າວ​ນີ້.

ຄູ່​ແຂ່ງຈາກ​ພັກ Republican ຂອງທ່ານ​ນາງ Clinton ໄດ້ກ່າວຫາຜູ້ອຸບປະຖຳລາຍໃຫຍ່ ຕໍ່​ມູນ​ນິທິການກຸສົນນີ້ ​ໂດຍໃຊ້​ມູນ​ນິທິດັ່ງກ່າວ ​ເພື່ອເຂົ້າເຖິງທ່ານນາງ Clinton ຫຼືບໍ່​ກໍພວກ ຜູ້ຊ່ອຍຂັ້ນສູງຂອງທ່ານນາງ ໃນຊ່ວງ ທີ່ທ່ານນາງດຳລົງ ຕຳແໜ່ງ ເປັນລັດຖະມົນຕີການ ຕ່າງປະເທດສະຫະລັດນັ້ນ.

​ທ່ານ​ນາງ Clinton ໄດ້ປະຕິເສດຕໍ່ຂໍ້ກ່າວຫານີ້ ຕະຫຼອດມາ. ພວກ e-mails ທີ່ຫາກໍນຳ ອອກເຜີຍແຜ່ໃໝ່ນີ້ ສະແດງໃຫ້ເຫັນວ່າ ໄດ້ມີພວກອຸບປະຖຳຫຼາຍລາຍ ໄດ້ຮ້ອງຂໍຄວາມ ຊ່ອຍ​ເຫຼືອ​ເປັນ​ການ​ພິ​ເສດ​ກໍ​ຈິງ ​ແຕ່ຍັງບໍ່ທັນມີຫຼັງຖານໃດໆສະ​ແດງ​ໃຫ້​ເຫັນ​ວ່າ ສິ່ງທີ່​ເຂົ​າ​ເຈົ້າຮຽກຮ້ອງມານັ້ນ ໄດ້ຮັບການສະໜອງ​ຕອບແຕ່ຢ່າງໃດ​ເລີຍ ຫຼືແມ່ນແຕ່ທ່ານນາງ Clinton ເອງ ໄດ້ມີສ່ວນພົວພັນຫຼືບໍ່.

ເມື່ອກ່ອນ ຕອນທີ່ທ່ານນາງ Hillary Clinton, ພັນລະຍາຂອງອະດີດ Bill Clinton, ຂຶ້ນກ່າວຄຳປາໄສ ໃນງານຫາລາຍໄດ້ ຂອງມູນນິທິ Clintonໃນ ນະຄອນ New York, 28 ຕຸລາ, 2006.

ທ່ານ Bill Clinton ໄດ້ປະກາດໄປໃນສັບປະດາແລ້ວນີ້ວ່າ ມູນ​ນິທິ ດັ່ງກ່າວຈະປ່ຽນທິດ ທາງ ໃນການປະກອບກິດຈະກຳ ຖ້າຫາກວ່າ ພັນລະຍາຂອງທ່ານນາງຫາກຖືກເລືອກ​ ເປັນ​ປະທາ ນາທິບໍດີ. ມູນ​ນິທິຈະຍຸຕິການຮັບເອົາເງິນບໍລິຈາກຈາກຕ່າງປະເທດ ຮວມທັງ ບັນດາບໍລິສັດ ທັງຫຼາຍ ແລະທ່ານ Bill Clinton ເອງ ກໍຈະລາອອກຈາກຄະນະກຳມະການ ບໍລິຫານມູນນິ ທິດັ່ງກ່າວ.

ບໍ່ມີຫຍັງໃນການສະເໜີທັງໝົດນີ້ເປັນທີ່ພຶງພໍໃຈ ຕໍ່ທ່ານ Trump. ທ່ານຮຽກຮ້ອງໃນວັນ ຈັນ ວານນີ້ ໃຫ້ມູນນິທິດັ່ງກ່າວປິດລົງ ແລະເອີ້ນມູນ​ນິທິທີ່ວ່ານີ້ວ່າ “ເປັນການທຸລະກິດ ທີ່ສໍ້ໂກງ ທີ່ສຸດ ໃນປະຫວັດສາດການເມືອງ,” ແລະກ່າວຫາຄອບຄົວ Clinton ວ່າ ເປັນຫວ່ງເປັນໃຍ​ແຕ່​ນຳພວກຜູ້ບໍລິຈາກ ແລະທະນາຄານຂອງພວກເຂົາເຈົ້າຫຼາຍກວ່າ ຊາວອາເມຣິກັນ.

ແຕ່ວ່າ ຄະນະໂຄສະນາຫາສຽງຂອງທ່ານ​ນາງ Hillary Clinton ໄດ້ໂຕ້ຕອບ​ຄືນ​ ຕໍ່ມະຫາ​ເສດຖີອະສັງຫາລິມະຊັບ ແລະອຸດສາກຳພັນລ້ານ.

“ມູນນິທິ Clinton ແມ່ນເປັນມູນນິທິ ທີ່ຊ່ອຍຜູ້ຄົນ ໃນທົ່ວໂລກ,” ນັ້ນຄື​ຄຳ​ເວົ້າຂອງທ່ານ Brian Fallon ໂຄສົກຂອງມູນນິທິ ທີ່ໄດ້ຂຽນຂໍ້ຄວາມລົງທາງ Tweeter ໃນວັນຈັນວານນີ້. ທຸລະກິດຂອງທ່ານ Trump ນັ້ນ ແມ່ນເພື່ອສ້າງຄວາມຮັ່ງມີໃຫ້ທ່ານເອງ ທີ່ພົວພັນຕິດຕໍ່ ຕ່າງໆແບບຄຸມເຄືອ ແລະທ່ານຍັງບໍ່ທັນໄດ້ໝັ້ນ​ໝາຍ ​ທີ່​ຈະ​ມອບ ​ໂອນ​ກຳມະສິດ ຂອງທ່ານ ເທື່ອ.
ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ