ປ. ທຣຳ ກ່າວປ້ອງກັນ ຄວາມສຳເລັດ ແລະ ໂຈມຕີ ສື່ມວນຊົນ ທີ່ກອງປະຊຸມນັກຂ່າວ

ປະທານາທິບໍດີ ດໍໂນລ ທຣຳ ໃນລະຫວ່າງກອງປະຊຸມ ຖະແຫຼງຂ່າວ ທີ່ທຳນຽບຂາວ. (16 ກຸມພາ 2017)

ທ່ານ​ດໍ​ໂນ​ລ​ ທຣຳ ​ໄດ້​ໃຊ້​ການ​ຖະ​ແຫຼງຂ່າວ​ດ່ຽວ ​ເທື່ອ​ທຳ​ອິດ ​ໃນ​ນາມ​ປະທານາທິບໍດີ​ຂອງທ່ານ ກ່າວ​ປ້ອງ​ກັນ​ຢ່າງກວ້າງຂວາງ ກ່ຽວ​ກັບ​ໄລຍະ​ນຶ່ງ​ເດືອນ​ທຳ​ອິດ ທີ່​ວຸ້ນວາຍ ​ໃນການ​ເຂົ້າຮັບ​ຕຳ​ແໜ່​ງຂອງ​ທ່ານໂດຍ​ປະຕິ​ເສດຕໍ່ລາຍ​ງານ​ຂ່າວ​ທີ່​ວ່າ​ໄດ້​ເກີດ​ຄວາມ​ສັບສົນຢູ່ໃນ​ທຳນຽບຂາວ ແລະ​ຢືນ​ຢັດ​ວ່າ ລັດຖະບານ​ຂອງທ່ານ ​ແມ່ນ​ດຳ​ເນີນ​ການ​ໄປ​ດ້ວຍ​ດີ “ຄື​ກັນ​ກັບ​ເຄື່ອງ​ຈັກ​ທີ່​ໄດ້​ຮັບ​ການ​ສ້ອມ​ແປງ​ແລ້ວ.”

ທ່ານທຣຳ ກ່າວປ້ອງກັນ ຄວາມສຳເລັດ ຂອງລັດຖະບານທ່ານ

Your browser doesn’t support HTML5

Trump Defends Accomplishments, Attacks Media at Press Conference

ຢູ່​ກອງ​ປ​ະຊຸມ​ຖະ​ແຫຼງຂ່າວ ທີ່​ໃຊ້​ເວລາ​ດົນ​ກວ່າ 75 ນາທີີ​ນັ້ນ ​ແມ່ນ​ໄດ້​ກາຍ​ເປັນການ​ຖົກ​ຖຽງ​ແລະ​ຕະຫລົກ​ຂົບ​ຂັນໂດຍ​ທີ່​ທ່ານ​ທຣຳ ​ໄດ້​ເວົ້າຢອກ​ກັບ​ໄປກັບ​ມາ​ແລະ​ກໍກ່າວ​ຕ້ອງ​ຕິ​ສື່​ມວນ​ຊົນ ​ທີ່​ໄປໂຮມ​ຊຸມນຸມ​ກັນ​ຢູ່​ຫ້ອງ​ຕາ​ເວັນອອກ​ ຂອງ​ທຳນຽບຂາວ.

ທ່ານ​ທຣຳ​ໄດ້​ເວົ້າ​ເຖິງ​ລາຍ​ຊື່​ອັນ​ຍືດຍາວ​ໃນ​ອັນ​ທີ່​ທ່ານກ່າວ​ວ່່າ ​ເປັນຄວາມ​ສຳ​ເລັດ​ ຮວມ ທັງ​ການ​ຖອນ​ສະຫະລັດ​ອອກ​ຈາກ​ພາຄີ​ການ​ຄ້າ​ຂ້າມ​ມະຫາ​ສະ​ໝຸດປາຊີ​ຟິກ ການຈັດຕັ້ງ ປະຕິບັດ ໃຫ້​ລັດຖະບານ​ກາງ​ ໂຈະ​ການ​ຈ້າງ​ພະນັກງານ ແລະ​ການ​ລຶບລ້າງ​ລະບຽບ​ການ​ຕ່າງໆ​ຂອງ​ລັດຖະບານ​ເປັນຕົ້ນ.

ທ່ານທຣຳ ກ່າວເຖິງ ທ່ານໄດ້ສືບທອດ ຄວາມຫຍຸ້ງຍາກ ຈາກລັດຖະບານ ຊຸດກ່ອນ

Your browser doesn’t support HTML5

Trump: I Inherited a Mess

ທ່ານ​ທຣຳກ່າວ​ວ່າ “ພວກ​ເຮົາ​ໄດ້​ສ້າງ​ຄວາມ​ກ້າວໜ້າ ​ແບບ​ບໍ່​ໜ້າ​ເຊື່ອ. ຂ້າພະ​ເຈົ້າບໍ່​ຄິດ​ວ່າ ​ເຄີຍມີ​ປະທານາທິບໍດີ​ຄົນ​ໃດ​ທີ່​ຖືກ​ເລືອກ​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃນ​ໄລຍະ​ເວລາ​ສັ້ນໆ ສາ ມາດ​ເຮັດ​ວຽກ​ໃນສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ໄປ​ນັ້ນ.”

​ແຕ່​ທ່ານ​ທຣຳຢືນ​ຢັດ​ວ່າ ທ່ານ​ສາມາດ​ບັນລຸ​ຄວາມ​ສຳ​ເລັດ​ໄດ້​ຫຼາຍກວ່າ​ນີ້ຖ້າ​ບໍ່​ມີ​ໃນ​ອັນ​ທີ່​ທ່ານ​ເອີ້ນວ່າ “ຄວາມ​ຫຍຸ້ງຍາກ” ທີ່​ປະ​ໄວ້​ ໂດຍ​ອະດີດ​ ປະທານາທິບໍດີຄົນ​ກ່ອນ ທ່ານບາ ຣັກ ​ໂອ​ບາ​ມາ. ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ໄດ້​ຮັບ​ຊ່ວງ​ຕໍ່ ​ຄວາມ​ຫຍຸ້ງຍາກ. ມັນ​ເປັນຄວາມ ​ຫຍຸ້ງຍາກ​ ທັງ​ຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ. ມັນ​ແມ່ນ​ຄວາມ​ຫຍຸ້ງຍາກຫຼາຍ.”

ທ່ານທຣຳ ກ່າວເຖິງ ການຮົ່ວໄຫລ ຂອງມູນລັບ

Your browser doesn’t support HTML5

Trump: Information Leaks are 'Criminal'

ໃນ​ອັນ​ທີ່​ໄດ້​ກາຍ​ເປັນ​ສ່ວນນຶ່ງ​ຂອງ​ມາດຕະ​ຖານ​ໃນການ​ປາກົດຕົວ​ຂອງ​ປ​ະທານາ​ທິບໍດີ ນັ້ນ ທ່ານ​ທຣຳ​ໄດ້​ແນ​ເປົ້າ​ໃສ່​ສື່​ມວນ​ຊົນ ຊຶ່ງ​ທ່ານ​ໄດ້​ກ່າວ​ຫາ​ວ່າ ບໍ່​ໄດ້ ​ໃຫ້​ຄວາມ​ສຳຄັນ​ຕໍ່​ຜົນສຳ​ເລັດ​ຂອງ​ທ່ານ ​ແລະ​ສ້າງ “ຂ່າວ​ປອມ​” ​ເພື່ອ​ຈະ​ສ້າງຄວາມ​ເສຍ​ຫາຍ​ໃຫ້​ແກ່​ລັດຖະ ບານ​ຂອງ​ທ່ານ.

ທ່ານ​ເວົ້າວ່າ “ວົງ​ການ​ຂ່າວ​ໂດຍ​ແທ້​ຈິງ​ແລ້ວ ​ແມ່ນ​ຄວບ​ຄຸມ​ບໍ່​ໄດ້. ລະດັບ​ຂອງຄວາມ​ບໍ່​ຊື່ສັດ​ ແມ່ນ​ຄວາມ​ຄຸມ​ບໍ່​ໄດ້.

ທ່ານທຣຳ ເອີ້ນຣັດເຊຍວ່າ “ຂ່າວປອມ”

Your browser doesn’t support HTML5

Trump: 'Russia is Fake News'

ໃນ​ຈຸດ​ນຶ່ງ​ນັ້ນ ທ່ານ​ທຣຳ ​ໄດ້​ວາງ​ຕົນ​ເປັນ​ນັກ​ວິຈານ​ສື່​ມວນ​ຊົນ​ ໂດຍ​ກ່າວ​ຍົກຍ້ອງ ລາຍ ການ Fox & Friend ​ເປັນ​ລາຍການ​ໂຊຕອນ​ເຊົ້າທີ່​ເວົ້າຄວາມ​ຈິງ​ທີ່​ສຸດ. ນອກ​ນັ້ນທ່ານ​ຍັງ​ໄດ້ລົດ​ລະດັບຂອງ​ໂທລະພາບ CNN ລົງຈາກ “ຂ່າວ​ປອມ” ຊຶ່ງ​ທ່ານເຄີຍຮ້ອງໂທລະ ​ພາບ​ດັ່ງກ່າວ​ຕາມປົກກະຕິນັ້ນວ່າ ​ເປັນ​ “ຂ່າວ​ປອມ​ແທ້ໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ