ສຫລ ພວມພິຈາລະນາ ໃຊ້ກຳລັງທະຫານ ໃນ ເວເນຊູເອລາ

ປະທານາທິບໍດີ ສະຫະລັດ ທ່ານດຳໂນລ ທຣໍາ (ກາງ) ແລະລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson (ຊ້າຍ) ແລະ ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວ​ວ່າ ທາງ​ເລືອກ​ທາງ​ທະຫານ​ສຳລັບ
​ເວ​ເນ​ຊູ​ເອລາ ​ແມ່ນ​ຢູ່​ເທິງ​ໂຕະ ​ໂດຍບັນ​ລະ​ຍາຍວ່າ​ ສະຖານະ​ການ​ຢູ່​ທີ່​ນັ້ນ​ເປັນ​ເລື່ອງ
​“ທີ່​ສັບສົນອັນຕະລາຍ.”

ປະທານາທິບໍດີ​ທຣໍາ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຢູ່ບ່ອນ​ຕາກ​ອາກາດ​ທີ່​ເດີ່ນ​ຕີ​ກັອຟ ຂອງ
​ທ່ານ ​ຢູ່ໃນ​ລັດ New Jersey ​ວ່າ “ພວກ​ເຮົາ​ມີ​ຫລາຍ​ທາງ​ເລືອກ​ສຳລັບ​ເວ​ເນ​ຊູ​ເອລາ
ຮວມທັງ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ໃຊ້​ ທາງ​ເລືອກ​ທາງ​ທະຫານ ຖ້າ​ຫາກ​ມີ​ຄວາມ​ຈຳ
​ເປັນ.”

ປະທານາທິບໍດີ​ທຣໍາກ່າວ​ວ່າ ທ່ານ​ “ຈະ​ບໍ່ປະຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້” ​ໃນການ
​ທີ່​ຈະ​ໃຊ້ທາງ​ເລືອກ​ທາງ​ທະຫານ ແລະ​ກ່າວ​ເພີ້​ມວ່າ “​ແນ່ນອນ​ເປັນ​ສິ່ງ​ນຶ່ງທີ່​ພວກ​ເຮົາ​
ອາດຈະດຳ​ເນີນ​ການ.” ທ່ານ​ກ່າວ​ວ່າ ປະຊາຊົນຢູ່​ໃນ​ເວ​ເນ​ຊູ​ເອລາ “ກຳລັງ​ພາກັນ​ໄດ້​
ຮັບ​ຄວາມທຸກທໍລະມານ ​ແລະ​ເຂົາ​ເຈົ້າ​ກຳລັງ​ພາ​ກັນ​ຕາຍ.”

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ມີ​ກຳລັງ​ທະຫານ​ຢູ່​ທົ່ວ​ໂລກ ຢູ່​ບ່ອນທີ່​ໄກ​ກໍ​ມີ. ເວ​ເນ​ຊູ​ເອລາ
​ແມ່ນ​ຢູ່ບໍ່ໄກປານ​ໃດ.”

ທຳນຽບຫ້າ​ແຈ​ກ່າວ​ວ່າ ກອງທັບ​ສະຫະລັດແມ່ນ​ພ້ອມ​ແລ້ວ​ທີ່​ຈະໃຫ້ການ​ສະໜັບສະ
ໜູນ​ເພື່ອປົກ​ປ້​ອງຊາວອາ​ເມຣິກັນ​ແລະປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດຂອງ​ອາ​ເມຣິ
ກາ​ຢູ່ໃນ​ຕ່າງປະ​ເທດ. ​ໂຄສົກ​ທຳ​ນຽນ​ຫ້າ​ແຈ​ ທ່ານ Mark Wright ກ່າວ​ວ່່າ ມັນ​ເປັນ​
ໜ້າ​ທີ່​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ທີ່​ຈະ​ຕ້ອງ​ວາງ​ແຜນ​ສຸກ​ເສີນ ກ່ຽວ​ກັບ​ຄວາມເປັນ
​ໄປ​ໄດ້ໃນ​ການ​ປະຕິບັດ​ງານ​ທາງ​ທະຫານ​ຢູ່​ທົ່ວ​ໂລກ ​ແລະນຳ​ສະ​ເໜີ​ທາງ​ເລືອກ​ເຫລົ່າ
​ນັ້ນ​ຕໍ່​ປະທານາທິບໍດີ.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນ​ນຶ່ງ​ທີ່​ບໍ່​ປະສົງ​ອອກ​ຊື່ ກ່າວ​ຕໍ່​ອົງການ​ຂ່າວ ຣອຍ​
ເຕີ້​ວ່າ ທຳນຽບຫ້າ​ແຈ​ຍັງ​ບໍ່​ຮູ້​ເລື່ອງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ທາງ​ທະຫານ​ທີ່​ອາດ​ມີ​ຂຶ້ນ
​ຢູ່​ໃນ​ເວ​ເນ​ຊູ​ເອລາ.

​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ເວ​ເນ​ຊູ​ເອລາ ທ່ານ Vla-
dimir Padrino ກ່າວ​ຕໍ່​ໂທລະພາບຂອງ​ລັດຖະບານ​ວ່າ ຄຳ​ເວົ້າຂອງ​ປະ ທານາທິບໍດີ
​ສະຫະລັດແມ່ນ “ແບບບ້າໆ​ບໍໆ.” ພວກ​ເຈົ້າ​ໜ້າ​ທີ່​ເວ​ເນ​ຊູ​ເອລາ​ໄດ້​ກ່າວ​ຫາ​ສະຫະລັດ
​ມ​າ​ເປັນ​ເວລາ​ດົນນານ​ວ່າ ວາງ​ແຜນ​ຮຸກ​ຮາມເວ​ເນ​ຊູເອລາ.

ທຳນ​ຽບຫ້າ​ແຈ​ກ່າວ​ວ່າ ການ​ສະ​ເໜີ​ແນະ​ຂອງ Caracas ກ່ຽວ​ກັບ​ແຜນ​ຮຸກ​ຮານ ຂອງ
ສະຫະລັດ​ນັ້ນ “ບໍ່​ມີ​ຄວາມ​ຈິງ.”

Your browser doesn’t support HTML5

Trump Says He Is Considering Military Action in Venezuela

ປະທານາທິບໍດີ​ທຣໍາກ່າວ​ວ່າ ວິ​ກິດ​ການ​ຢູ່​ໃນ​ເວ​ເນ​ຊູ​ເອລາ ​ແມ່ນ​ຫົວ​ຂໍ້​ນຶ່ງ​ທີ່​ໄດ້​ຫາລື​ກັນລະຫວ່າງ​ການ​ໂອ້​ລົມ​ໃນ​ວັນ​ສຸ​ວານ​ນີ້​ຢູ່​ທີ່ ລັດ New Jersey ກັບ​ລັດ ຖະມົນຕີ​ຕ່າງ
​ປະ​ເທດ​ ​ທ່ານ Rex Tillerson ​ແລະ ​ເອກ​ອັກຄະ​ລັດຖະທູດສະຫະລັດ​ປະຈຳ​ອົງການ
ສະຫະ​ປະຊາ​ຊາດ ທ່ານ​ນາງ Nikki Haley.

​ໃນ​ວັນ​ສຸກວານ​ນີ້​ເຊັ່ນ​ດຽວ​ກັນ ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ​ເວ​ເນ​ຊູ​ເອລາ ທ່ານ Nicolas Maduro ​ໄດ້​ຂໍ​ຮ້ອງ​ຢາກ​ລົມ​ທາງ​ໂທລະ​ສັບ​ກັບປະທານາ ທິບໍດີ​ທຣໍາ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Your browser doesn’t support HTML5

Trump Venezuela