ການໂອ້ລົມ ລະຫວ່າງ ປ. ທຣຳ ແລະນາຍົກ ເມີເກີລ ຫຼຸດຜ່ອນ ຄວາມເປັນຫ່ວງ ກ່ຽວກັບ ຄວາມສຳພັນ ຂ້າມແອັດແລນຕິກ

ປະທານາທິບໍດີ ດໍໂນລ ທຣຳ ແລະນາຍົກເຢຍຣະມັນ ທ່ານນາງ Angela Merkel ຈັບມືກັນ ທີ່ທຳນຽບຂາວ. (17 ມີນາ 2017)

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ແລະ ​ນາຍົກລັດຖະມົນຕີ​ເຢຍຣະມັນ
ທ່ານ​ນາງ Angela Merkel ​ໄດ້​ຈັບ​ມື​ກັນ ດ້ວຍ​ຄວາມ​ອົບ​ອຸ່ນ​ ທີ່​ເຮັດ​ໃຫ້ຄວາມ​ອຶດ
​ອັດທີ່​ມີ​ມາ​ຊົ່ວ​ໄລຍະ​ນຶ່ງ ສິ້ນສຸດ​ລົງ ​ໃນ​ການ​ພົບ​ປະ​ທີ່​ທຳນຽບຂາວ​ ໃນວັນ​ສຸກ​ວານ
​ນີ້ທີ່​ເບິ່ງ​ຄື​ວ່າ​ເປັນ​ສັນຍາ​ລັກ​ ຂອງ​ຄວາມ​ແຕກ​ຕ່າງ ກ່ອນ​ໜ້າ​ຄວາມສຳພັນ​ຂ້າມ​ມະ
ຫາ​ສະໝຸດ​ແອັດ​ແລນ​ຕິກ.

ທ່ານ​ທຣຳ ​ແລະ​ທ່ານ​ນາງ Merkel ຊຶ່ງ​ຖື​ວ່າ​ເປັນສອງ​ຜູ້ນຳ​ທີ່ມີ​ອິດ​ທິພົນ​ທີ່​ສຸດຂອງ​
ປະ​ເທດ​ຕາ​ເວັນ​ຕົກ ປາກົດ​ວ່າ​ໄດ້​ເລີ້ມຕົ້ນບໍ່​ຄ່ອຍ​ລາບ​ລື່ນ​ປານ​ໃດ​ໃນ​ການພົບ​ປະ
​ແບບ​ເຊິ່ງໜ້າເທື່ອທຳ​ອິດ​ຂອງ​ພວກ​ທ່ານ. ມີ​ການ​ສັງ​ເກດ​ເຫັນ​ວ່າ ພວກທ່ານ​ບໍ່​ໄດ້​
ຈັບ​ມື​ກັນ​ເວລາ​ພວກ​ທ່ານ​ນັ່ງ ​ເພື່ອ​ຖ່າຍຮູບ​ທີ່​ທຳນຽບຂາວ ຫຼັງ​ຈາກໄດ້​ເລີ້ມ​ໂອ້​ລົມ
​ກັນ​ແລ້ວ.

Your browser doesn’t support HTML5

Trump, Merkel Meet in Oval Office

ແຕ່​ແນວ​ໃດ​ກໍ​ຕາມ ຢູ່ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ເວລາ​ຕໍ່​ມາ ລຸນ​ຫລັງ​ການ​ໂອ້​
ລົມ​ເປັນ​ເວລາ​ສອງ​ຊົ່ວ​ໂມງ​ແລ້ວ ພວກຜູ້ນຳ​ທັງ​ສອງ ​ຕ່າງ​ກໍ​ໄດ້​ຖະ​ແຫຼງ ທີ່​ເຮັດ​ໃຫ້​
ຄວາມ​ເປັນ​ຫ່ວງ​ຕ່າງໆ​ໝົດ​ໄປ.

ທ່ານ Charles Kupchan ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ ຂອງ​ສະພາ​ຄວາມ​ສຳພັນ​ຕ່າງປະ
​ເທດກ່າວ​ວ່າ “ພວກ​ທ່ານ​ແມ່ນ​ສຸພາບ ມັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ຊ່ຽວຊານ ພວກ​
ທ່ານ​ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ມີ​ຄວາມ​ສຳພັນພິ​ເສດ​ໃດໆ ​ແລະ​ຜູ້​ໃດກໍ​ສາມາດ​ຮູ້
ສຶກ​ໄດ້​ວ່າຍັງ​ມີ​ທັດສະນະ​ຄວາມ​ເຫັນ​ທີ່​ຂັດ​ແຍ້​ງກັນ​ຢູ່​ໃນ​ການ​ພົບ​ປະກັນນີ້.

Your browser doesn’t support HTML5

Trump: NATO Members 'Must Pay Fair Share'

ທ່ານ​ທຣຳບໍ່​ໄດ້​ກ່າວ​ເຖິງ​ການ​ຕ້ອງ​ຕິ​ຢ່າງ​ແຮງ​ຕໍ່​ທ່ານ​ນາງ Merkel ທີ່​ທ່ານ​ໄດ້​ເວົ້າ
​ໄປ ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເປັນ​ປະທານາທິບໍດີ ​ເມື່ອ​ປີ​ກາຍ​ນີ້ ​ເວລາ​
ທ່ານ​ກ່າວ​ວ່າ ນະ​ໂຍບາຍ​ຂອງ​ນາຍົກລັດຖະມົນຕີໃນ​ການ​ຕ້ອນຮັບ​ເອົາພວກ​ຄົນ​
ເຂົ້າ​ເມືອງ​ນັ້ນ ​ແມ່ນ​ພວມ​ທຳລາຍ​ປະ​ເທດ​ຂອງ​ທ່ານ​ນາງ​ແລະ​ທະວີບຢູ​ໂຣບສ່ວນ
​ໃຫຍ່. ​ແລະ​ທ່ານ​ນາງ Merkel ກໍ​ໄດ້​ເວົ້າ​ແບບ​ສຸພາບໃນ​ການ​ໃຫ້ຄວາມ​ເຫັນ​ກ່ຽວ
​ກັບ​ເລື່ອ​ງຄົນ​ເຂົ້າ​ເມືອງທີ່​ເປັນ​ບັນຫາ​ໂຕ້​ແຍ້​ງ​ໃນ​ສະຫະລັດ​ນັບແຕ່​ທ່ານ​ທຣຳ ​ໄດ້​
ເຂົ້າກຳ​ຕຳ​ແໜ່​ງທີ່​ທຳນຽບຂາວ.

ລັດຖະມົນຕີກະຊວງການຄ້າ ທ່ານ Wilbur Ross ນາງ Ivanka Trump ແລະທີ່ປຶກສາອະວຸໂສ ຂອງປະທານາທິບໍດີ ທ່ານ Jared Kushner ພວມຟັງການຖະແຫຼງຂ່າວຮ່ວມ

ທ່ານ​ນາງ Merkel ​ເວົ້າວ່າ ບັນຫາ “ຜູ້​ຍົກຍ້າຍ​ຖິ່ນ​ຖານ ຄົນ​ເຂົ້າ​ເມືອງ ການຮວມ
​ໂຕ​ກັນ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ “ຢ່າງ​ແນ່ນອນ” ຊຶ່ງ​ທ່ານ​ນາງ​ກ່າວ​ຕື່ມ​ວ່າ “​ແຕ່​ນີ້
ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ​ໃນ​ຂະນະ​ທີ່​ຫຼຽວ​ເບິ່ງ ​ເລື່ອງ​ອົບ​ພະຍົບຄື​ກັນ ໂດຍ​ໃຫ້​ໂອ
ກາດ​ແກ່​ພວກ​ເຂົາ​ເຈົ້າ​ເພື່ອ​ກຳນົດ​ຊີວິດ​ເຂົາ​ເຈົ້າວ່າ​ພວກ​ເຂົາ​ເຈົ້າຢູ່​ໃສ ຂ້າພະ​ເຈົ້າ
ຄິດ​ວ່າ ມັນ​ເປັນ​ວິທີ​ທາງ​ທີ່​ຖືກຕ້ອງ ​ໃນ​ການ​ປະຕິບັດ​ກ່ຽວ​ກັບ​ເລື່ອງ​ນີ້. ​ແລະ​ນີ້ ​ແນ່
ນອນ ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັນ.”

ທ່ານ​ທຣຳ ຜູ້​ຊຶ່ງ​ຄັ້ງນຶ່ງ ​ເອີ້ນອົງການ​ເນ​ໂຕ້​ວ່າ “ລ້າ​ສ​ະ​ໄໝ​ແລ້ວນັ້ນ” ​ໄດ້​ໃຫ້ການ
ຢືນຢັນ​ອີກ​ຄັ້ງນຶ່ງ ​ເຖິງ​ຄວາມ​ສະໜັບສະໜຸນ​ຂອງ​ທ່ານ ​ຕໍ່​ກຸ່ມ​ພັນທະ​ມິດ​ດັ່ງກ່າວ
​ແລະ​ທ່ານ​ນາງ Merkel ກ່າວ​ວ່າທ່ານ​ນາງ “​ເພິ​ງພໍ​ໃຈ” ​ໃນ​ເລື່ອງ​ນີ້. ​ແຕ່​ແນວ​ໃດ​
ກໍ​ຕາມທ່ານ​ທຣຳກໍ​ບໍ່​ໄດ້​ຖອຍ​ຈາກ​ການ​ຕ້ອງ​ຕິ​ກຸ່ມ​ພັນທະ​ມິດ​ກ່ອນ​ໜ້ານີ້ ທີ່ທ່ານ
​ກ່າວ​ວ່າບໍ່​ຍອມຮັບ​ເອົາ​ການ​ແບກ​ຫາບ​ພາລະ​ໃນ​ດ້ານ​ປ້ອງກັນ​ປະ​ເທດ​ແບບຍຸຕິ
​ທຳນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ