ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ນັບແຕ່ນີ້ໄປ ອາເມຣິກາ ຕ້ອງມາກ່ອນໝູ່

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະສະຕີ ໝາຍເລກນຶ່ງ ທ່ນນາງ Melania Trump ໄປຮ່ວມງາມ ລາຕີສະໂມສອນ ຜູ້ບັນຊາການສູງສຸດ ຄຳນັບກອງທັບ ເພື່ອເປັນກຽດ ແກ່ພິທີສາບານໂຕ ເຂົ້າຮັບຕຳແໜ່ງຂອງທ່ານ ທີ່ວໍຊິງຕັນ. (20 ມັງກອນ 2017)

ທ່ານ​ດໍ​ໂນ​ລ ທຣຳ ທີ່ສາບານ​ໂຕ​ ເຂົ້າຮັບ​ຕຳ​ແໜ່​ງ ​ເປັນ​ປະທານາທິບໍດີ ຄົນທີ 45 ຂອງ​ສະ ຫະລັດ ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ໃຊ້​ຄຳ​ປາ​ໄສ ​ເຂົ້າຮັບ​ຕຳ​ແໜ່​ງ ແຈ້ງ​ໃຫ້​ປະ​ຊາ​ຊົນ​ຫຼາຍ​ຮ້ອຍ​ພັນ​ຄົນ​ທີ່ໄປ​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ​ຫຼວງແຫ່ງຊາດ​ເພື່ອ​ເບິ່ງ​ພິທີ​ສາບານ​ໂຕ​ຂອງ​ທ່ານນັ້ນ ວ່າ ທ່ານ​ຈະ​ໃຫ້​ຄວາມ​ສຳຄັນ​ແກ່​ອາ​ເມຣິກາ ​ແລະ​ພວກ​ຄົນ​ງານ ອາ​ເມຣິກັນ ​ເປັນອັນ​ດັບ​ນຶ່ງ.

ທ່ານ​ທຣຳ ກ່າວ​ວ່າ “ນັບ​ແຕ່​ມື້ນີ້ຕໍ່​ໄປ ກໍ​ຈະ​ແມ່ນ​ມີ​ແຕ່​ອາ​ເມຣິກາ​ສຳຄັນ​ສຸດ​ເທົ່າ​ນັ້ນ” ອັນ​ເປັນ​ຄຳ​ເວົ້າທີ່​ໄດ້​ສະທ້ອນ​ໃຫ້​ເຫັນຖ້ອຍ​ຄຳ​ຄ້າຍຄື​ກັນນີ້ ທີ່​ທ່ານ​ໄດ້​ໃຊ້​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ ​ທີ່​ປະສົບ​ກັບ​ຜົນສຳ​ເລັດນັ້ນ. “ຂ້າ​ພະ​ເຈົ້າ ຈະ​ບໍ່​ເຮັດ​ໃຫ້ ​ເຈົ້າຜິດ​ຫວັງ. ອາ​ເມຣິກາ​ຈະ​ເລີ້ມຊະນະ ຊະນະ​ ແບບ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ.”

ເບິ່ງ ຍຸກສະໄໝທ່ານທຣຳ ເລີ້ມຂຶ້ນ ດ້ວຍການສັນຍາ ທີ່ຈະປ່ຽນແປງ

Your browser doesn’t support HTML5

Trump Era Begins With Promise of Change

ບັນດາ​ຜູ້ນຳ​ລັດຖະສະພາ ພ້ອມ​ດ້ວຍ​ອະດີດ ​ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ, ອະດີດ​ປະທານາທິບໍດີ George W. Bush ອະດີດປະທານາທິບໍດີ Bill Clinton ​ແລະອະດີດ ປະທານາທິບໍດີ Jimmy Carter ກໍ​ຮວມຢູ່​ໃນ​ບັນດາ​ພວກ​ທີ່​ໄປ​ຮ່ວມ​ໃນ​ພິທີ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ ຊຶ່ງ​ຈັດ​ຂຶ້ນຢູ່​ທາງ​ໜ້າ ດ້ານ​ຕາ​ເວັນ​ຕົກ​ຂອງ​ຕຶກ​ລັດຖະສະພາ.

ຄ້າຍຄື​ກັບ​ພາສາ ​ທີ່​ໃຊ້​ໃນ​ລະຫວ່າງ​ໂຄສະນາ​ຫາ​ສຽງ ປະທານາທິບໍ​ດີ​ຄົນ​ໃໝ່​ຂອງ​ສະ ຫະລັດ ກ່າວ​ວ່າ ພວກ​ຄົນ​ງານ​ອາ​ເມຣິກາ ​ແມ່ນ​ໄດ້​ຖືກ​ທຳລາຍ​ໂ​ດຍຂໍ້​ຕົກລົງ​ການ​ຄ້າ​ທີ່​ ບໍ່ດີ ທີ່​ໄດ້​ບັນລຸ​ກັນ​ໂດຍ​ລັດຖະບານ​ຊຸ​ດກ່ອນໆ.

ເບິ່ງ ຄຳປາໄສ ຂອງປະທານາທິບໍດີ ດໍໂນລ ທຣຳ

Your browser doesn’t support HTML5

Highlights from Donald Trump's Inaugural Speech

ທ່ານ​ທຣຳ ກ່າວ​ວ່າ “ການ​ສັງຫານ​ໝູ່​ຊາວ​ອາ​ເມຣິກັນຢຸດ​ລົງ​ຢູ່​ທີ່​ນີ້ ​ແລະ​ຢຸດ​ລົງ​ໃນ​ເວລາ​ນີ້. ການ​ຕັດສິນ​ໃຈ​ທຸກ​ຢ່າງ​ກ່ຽວ​ກັບ​ເລື່ອງການ​ຄ້າ ​ເລື່ອງ​ພາສີ ​ເລື່ອງ ຄົນ​ເຂົ້າ​ເມືອງ ​ເລື່ອງ​ນະ​ໂຍບາຍ​ຕ່າງປະ​ເທດ ຈະ​ມີ​ຂຶ້ນ ​ເພື່ອ​ໃຫ້​ຜົນ​ປະ​ໂຫຍ​ດ ​ແກ່​ພວກ​ຄົນ​ງານ​ອາ​ເມຣິກັນ ​ແລະ​ຄອບຄົວ​ຂອງ​ຊາວ​ອາ​ເມ​ຣິກັນ.”

ນອກ​ນັ້ນ​ແລ້ວ ທ່ານ​ຍັງ​ກ່າວ​ວ່າ ພິທີ​ສາບານ​ໂຕ ​ເຂົ້າຮັບ​ຕຳ​ແໜ່​ງ ​ໃນ​ວັນ​ສຸກ​ວານນີ້​ແມ່ນ ​ຂີດ​ໝາຍ​ສຳຄັນ ​ໃນ​ປະຫວັດສາດ​ອ​າ​ເມຣິກາ ທີ່​ໄດ້​ຖືກ​ໂອນ ບໍ່​ແມ່ນ​ພຽງ ​ແຕ່​ຈາກ​ພັກ​ນຶ່ງ ​ໄປ​ຫາ​ອີກ​ພັກ​ນຶ່ງ​ເທົ່າ​ນັ້ນ ​ແຕ່​ຈາກ​ວໍ​ຊິງ​ຕັນ ​ໄປ​ຫາ​ປະຊາຊົນ.

ທ່ານ​ທຣຳ ກ່າວ​ຕໍ່​ຝູງ​ຊົນ​ວ່າ “ມັນ​ດົນ​ນານ​ໂພດ​ແລ້ວ ທີ່​ກຸ່ມນ້ອຍໆ​ໃນ​ນະຄອນຫຼວງຂອງ​ພວກ​ເຮົາໄດ້​ເກັບ​ກ່ຽວ​ເອົາ​ລາງວັນ​ຂອງ​ລັດຖະບານ ​ໃນ​ຂະນະ​ທີ່​ປະຊາ​ຊົນ​ເປັນ​ຜູ້ຮັບ​ພາ ລະ​ໃນ​ການ​ໃຊ້​ຈ່າຍ. ວໍ​ຊິງ​ຕັນຈະ​ເລີ​ນງອກ​ງາມ ​ແຕ່​ຜູ້​ຄົນບໍ່​ ໄ​ດ້ຮັບ​ຄວາມ​ຮັ່ງມີ​ເຫລົ່ານັ້ນ... ທີ່​ການ​ປ່ຽນ​ແປງ​ທັງ​ໝົດ​ເລີ້ມຂຶ້ນຢູ່​ທີ່​ນີ້ ​ແລະ​ໃນເວລາ​ນີ້.”

ເບິ່ງ ພວກສະໜັບສະໜຸນ ທ່ານທຣຳ ເປັນຫຍັງ ຈຶ່ງຄິດວ່າ ທ່ານຈະຍິ່ງໃຫຍ່

Your browser doesn’t support HTML5

Trump Supporters on Why They Think He'll be a Great President

ທ່ານ​ກ່າວ​ວ່າ ທ່ານ​ຈະ​ນຳ​ໃຊ້ “ວິ​ໄສ​ທັດ​ໃໝ່” ສຳລັບ​ອາ​ເມ​ຣິກາ ບ່ອນ​ທີ່​ພວກ​ຄົນ​ງານ​ໄດ້​ຖືກປະຖິ້ມ​ໂດຍ​ໂຮງ​ຈັກ​ໂຮງງານ​ແລະ​ສະພາບ​ທີ່​ຫລຸດ​ນ້ອຍ​ຖອຍ​ລົງທາງ​ເສດຖະກິດ​ຈະ​ ບໍ່ຖືກ​ຫລົງ​ລືມ.

ທ່ານ​ທຣຳ ກ່າວ​ຕໍ່​ຝູງ​ຊົນ ​ທີ່​ໄປ​ໂຮມ​ຊຸມນຸມ​ກັນ ​ຢູ່​ສະໜາມ​ຫລວງ​ແຫ່ງ​ຊາດ​ ໃນ​ນະຄອນ​ຫລວງ​ວໍ​ຊິງ​ຕັນ ​ເພື່ອ​ເບິ່ງ​ການ​ສາບານ​ໂຕ ​ເຂົ້າຮັບ​ຕຳ​ແໜ່​ງຂອງ​ທ່ານ​ວ່າ “​ເວລາ​ນີ້ ​ແມ່ນ​ເວລາ​ຂອງ​ທ່ານ ມັນ​ເປັນ​ຂອງ​ທ່ານ. ປະຊາຊົນ​ໄດ້​ກາຍ​ເປັນ​ຜູ້​ປົກຄອງ​ປະ​ເທດ​ນີ້ຄືນ​ອີກ.”

ປະທານາທິບໍດີ ດໍໂນລ ທຣຳ ເບິ່ງ ອະດີດ ປ. ໂອບາມາ ອອກເດີນທາງ

Your browser doesn’t support HTML5

President Trump and Former President Obama Departure

​ທ່າມກາງ​ສາຍ​ຝົນ​ທີ່​ຕົກລົງ​ມາ​ຄ່ອຍໆ ​ໃນ​ຂະນະ​ທີ່​ທ່ານ​ທຣຳ ອາຍຸ 70 ປີ ຊຶ່ງ​ເປັນ​ບຸກຄົນ ​ທີ່​ມີ​ອາຍຸ​ສູງ​ທີ່​ສຸດ ​ໄດ້​ຖືກ​ເລືອກ​ເປັນ​ຫົວ​ໜ້າ​ບໍລິຫານ​ປະ​ເທດ​ຂອງ​ສະຫະລັດ​ເສັດ​ສິ້ນຄຳ​ປາ​ໄສ​ຂອງ​ທ່ານ ​ໂດຍໂບກ​ມື​ໃຫ້​ແກ່​ຝູງ​ຊົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ