ນັກວິໄຈເປີດເຜີຍວ່າ ມີຄວາມພະຍາຍາມຈາກພາຍໃນ ແລະ ຕ່າງປະເທດ ໃນການລົບກວນການເລືອກຕັ້ງປະທານາທິບໍດີສະຫະລັດ ເພີ້ມຂຶ້ນ

Your browser doesn’t support HTML5

ບົດລາຍງານສອງສະບັບທີ່ໄດ້ຖືກເຜີຍແຜ່ໃນອາທິດນີ້ ໄດ້ສົ່ງສັນຍານເຕືອນກ່ຽວກັບຄວາມພະຍາຍາມທີ່ເພີ້ມຂຶ້ນ ໃນການລົບກວນການເລືອກຕັ້ງປະທານາທິບໍດີສະຫະລັດ, ໂດຍລາຍງານດັ່ງກ່າວໄດ້ລະບຸວ່າ ການບິດເບືອນຂໍ້ມູນຂ່າວສານ, ຄວາມຮຸນແຮງທາງດ້ານການເມືອງ ແລະການຂົ່ມຂູ່ ກຳລັງເພີ່ມຂຶ້ນ. ນັກຂ່າວ ວີໂອເອ, ເວໂຣນິກາ ບາລເດີຣາສ ອິເກລຊຽສ ມີລາຍງານ