ນັກວິໄຈເປີດເຜີຍວ່າ ມີຄວາມພະຍາຍາມຈາກພາຍໃນ ແລະ ຕ່າງປະເທດ ໃນການລົບກວນການເລືອກຕັ້ງປະທານາທິບໍດີສະຫະລັດ ເພີ້ມຂຶ້ນ

Your browser doesn’t support HTML5

ນັກວິໄຈເປີດເຜີຍວ່າ ມີຄວາມພະຍາຍາມຈາກພາຍໃນ ແລະ ຕ່າງປະເທດ ໃນການລົບກວນການເລືອກຕັ້ງປະທານາທິບໍດີສະຫະລັດ ເພີ້ມຂຶ້ນ

ບົດ​ລາຍ​ງານ​ສອງ​ສະບັບ​ທີ່ໄດ້ຖືກ​ເຜີຍ​ແຜ່​ໃນ​ອາທິດ​ນີ້ ​ໄດ້ສົ່ງສັນຍານ​ເຕືອນ​ກ່ຽວ​ກັບ​ຄວາມ​ພະຍາຍາມທີ່ເພີ້ມຂຶ້ນ ໃນການ​ລົບ​ກວນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ, ໂດຍບົດລາຍງານດັ່ງກ່າວ ໄດ້ລະບຸວ່າ ການ​ບິດເບືອນ​ຂໍ້​ມູນ​ຂ່າວ​ສານ, ຄວາມຮຸນ​ແຮງ​ທາງດ້ານ​ການ​ເມືອງ ແລະ​ການ​ຂົ່ມຂູ່​ ກຳລັງ​ເພີ່ມ​ຂຶ້ນ. ນັກຂ່າວ ວີໂອເອ, ເວໂຣນິກາ ບາລເດີຣາສ ອິເກລຊຽສ (Veronica Balderas Iglesias) ມີ​ລາຍ​ງານ.

Your browser doesn’t support HTML5

ນັກວິໄຈເປີດເຜີຍວ່າ ມີຄວາມພະຍາຍາມຈາກພາຍໃນ ແລະ ຕ່າງປະເທດ ໃນການລົບກວນການເລືອກຕັ້ງປະທານາທິບໍດີສະຫະລັດ ເພີ້ມຂຶ້ນ

ບັນດາຜູ້ມີສິດລົງຄະແນນສຽງເລືອກຕັ້ງຂອງສະຫະລັດ ກໍາລັງຕົກເປັນເປົ້າໝາຍຂອງບຸກ​ຄົນໃນປະເທດ ທີ່ເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງກ່ອນການເລືອກຕັ້ງປະທານາທິບໍດີປີ 2024 ຫຼາຍຂຶ້ນເລື້ອຍໆ. ນັ້ນ, ​ແມ່ນ​ອີງ​ຕາມ​ບົດ​ລາຍ​ງານ​ຄວາມ​ສ່ຽງ​ຂອງ​ການ​ເລືອກ​ຕັ້ງ​ຂອງ​ກຸ່ມ​ສິດທິ​ມະນຸດ Freedom House.

ທ່ານ ຄຽນ ເວັສເຕັນສັນ (Kian Vesteinsson), ນັກວິເຄາະອາວຸໂສຂອງອົງການ Freedom House ກ່າວຜ່ານທາງ Skype:

“ຄົນ​ທີ່ຢູ່​ທີ່ນີ້​ໃນ​ສະ​ຫະ​ລັດ ​ຜູ້ທີ່ກຳລັງເຊື່ອມຊຶມເອົາ​ທິດ​ສະ​ດີ​ສົມ​ຮູ້​ຮ່ວມ​ຄິດ​ ແລະ​ຂໍ້​ມູນ​ຂ່າວ​ສານ​ທີ່​ເຮັດໃຫ້ເຂົ້າໃຈຜິດ​ກ່ຽວ​ກັບ​ການ​ເມືອງ. ພັກຣີພັບບລີກັນ ແລະຜູ້ມີສິດເລືອກຕັ້ງ ທີ່ສະໜັບສະໜູນພັກຣີພັບບລີກັນປະມານ 70 ເປີເຊັນ ໄດ້ຕົກເປັນເຫຍື່ອຂອງທິດສະດີ ສົມຮູ້ຮ່ວມຄິດທີ່ວ່າຜົນຂອງການເລືອກຕັ້ງປະທານາທິບໍດີປີ 2020 ນັ້ນ ແມ່ນບໍ່ຖືກຕ້ອງ ຕາມກົດໝາຍ. ປະຈຸບັນນີ້, ກ່ອນປີ 2024 ພວກເຮົາໄດ້ເຫັນການເລົ່າເລື່ອງດັ່ງກ່າວ ເກີດຂຶ້ນແລ້ວ ແລະ ພົ້ນເດັ່ນຂື້ນ."

ນອກ​ຈາກນີ້, ຍັງ​ມີ​ການ​ຂົ່ມຂູ່ ​ແລະ ການ​ກໍ່​ກວນ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ທາງ​ອິນ​ເຕີ​ແນັດ ເພີ້ມຂຶ້ນ ລວມເຖິງຄວາມ​ຮຸນ​ແຮງ​ທາງດ້ານ​ການ​ເມືອງນຳອີກດ້ວຍ, ນັກວິເຄາະ​ທີ່​ວ່າ​ນັ້ນ​ໄດ້​ຢ້ຳຕື່ມ​, ໂດຍທ່ານ ໄດ້ກ່າວວ່າ:

ທ່ານ ຄຽນ ເວັສເຕັນສັນ (Kian Vesteinsson), ຈາກ Freedom House ກ່າວຜ່ານທາງ Skype:

"ພວກເຮົາໄດ້ພົບວ່າ ຜູ້ສະຫມັກຮັບເລືອກຕັ້ງທາງດ້ານການເມືອງ ໄດ້ຖືກໂຈມຕີໂດຍກົງ, ລວມທັງ, ແນ່ນອນ, ຄວາມພະຍາຍາມລອບສັງຫານ ອະດີດປະທານາທິບໍດີ ທຣຳ, ການໃຊ້ຄໍາເວົ້າທີ່ສະແດງຄວາມຄຽດຊັງ ແລະອາຊະຍາກໍາທີ່ເກີດຈາກຄວາມຄຽດຊັງ ຕໍ່ກຸ່ມຄົນທີ່ບໍ່ໄດ້ຮັບຄວາມສົນໃຈເພີ່ມຂຶ້ນ."

ໃນຂະນະທີ່ໂຄງສ້າງພື້ນຖານຂອງການລົງຄະແນນສຽງ ຈະຍັງຄົງໄດ້ຮັບການປົກປ້ອງ, ແຕ່ການໂຈມຕີທາງອິນເຕີເນັດ ກໍຍັງເປັນແຫຼ່ງທີ່ມາຂອງຄວາມກັງວົນ, ທ່ານ ເວັສເຕັນສັນ ກ່າວ.

ທ່ານ ຄຽນ ເວັສເຕັນສັນ (Kian Vesteinsson), ຈາກ Freedom House ກ່າວຜ່ານທາງ Skype:

"ເປົ້າຫມາຍທີ່ມີຄວາມສ່ຽງທີ່ສຸດແມ່ນການໂຄສະນາຫາສຽງ ແລະເວັບໄຊທ໌ທີ່ສະໜອງ ຂໍ້ມູນກ່ຽວກັບການລົງຄະແນນສຽງໃຫ້ແກ່ປະຊາຊົນ."

ປະຈຸບັນໜ່ວຍງານ FBI ກຳລັງສືບສວນການກ່າວຫາກ່ຽວກັບຄວາມພະຍາຍາມເຈາະຂໍ້ມູນ ຂອງ ອີຣ່ານ ຕໍ່ການໂຄສະນາຫາສຽງຂອງ ທ່ານ ທຣຳ ແລະ ທ່ານໄບເດັນກັບທ່ານນາງ ແຮຣິສ.

ບໍລິສັດດ້ານຄວາມປອດໄພທາງອິນເຕີເນັດ Recorded Future ໄດ້ລາຍງານວ່າມີການ ເພີ່ມຂື້ນຂອງການປະຕິບັດການທີ່ມຸ່ງ​ຮ້າຍໂດຍອີຣ່ານ, ຣັດເຊຍ ແລະຈີນ, ເຊິ່ງລວມເຖິງ ການນໍາໃຊ້ປັນຍາປະດິດ ເພື່ອພັດທະນາບົດຄວາມປອມ ທີ່ຕໍ່ມາໄດ້ຖືກເຜີຍແຜ່ຢູ່ໃນເວັບໄຊທ໌ຂ່າວປອມທີ່ຄ້າຍຄືກັບສື່ຫຼັກທົ່ວໄປ.

ທ່ານ ຊອນ ໄມເນີ (Sean Minor) ຫົວໜ້າທີມ ຈາກ Recorded Future ກ່າວຜ່ານ Skype ວ່າ:

"ເພື່ອນຳສະເໜີຄວາມລຳ​ອຽງໃນເນື້ອຫາທີ່ມີແນວໂນ້ມທາງດ້ານການເມືອງ ຫຼືການໂອນອຽງ​ທາງ​ດ້ານ​ການ​ເມືອງ​ທີ່​ສະ​ເພາະ​ເຈາະ​ຈົງ​ໃດ​ນຶ່ງ ໂດຍອີງໃສ່ຈຸດປະສົງທາງດ້ານພູມສາດ ການເມືອງຂອງລັດຖະບານທີ່ກ່ຽວຂ້ອງ ຫຼືລັດຖະບານທີ່ຢູ່ເບື້ອງຫຼັງ, ແລະວ່າຈຸດປະສົງ ທາງພູມສາດການເມືອງເຫຼົ່ານັ້ນ ຕອບສະໜອງຕໍ່ຜົນປະໂຫຍດສູງສຸດຂອງພວກເຂົາ ແນວໃດ ໂດຍຜູ້ສະຫມັກທ່ານໃດຈະຊະນະການເລືອກຕັ້ງໃນທີ່ສຸດ."

ເມື່ອຖືກຖາມວ່າ ຄວາມພະຍາຍາມເຫຼົ່ານັ້ນມີປະສິດທິພາບແນວໃດ? ທ່ານ ຊອນ ໄມເນີ ໄດ້ກ່າວວ່າ:

"ໃນຕອນນີ້, ພວກເຮົາບໍ່ມີຂໍ້ມູນທີ່ຈະແຈ້ງ ທີ່ຈະຊີ້ໃຫ້ເຫັນວ່າການດຳເນີນການເຫຼົ່ານີ້ ແທ້ຈິງແລ້ວ ມີຜົນກະທົບຕໍ່ຜົນຂອງການເລືອກຕັ້ງໃນອະດີດ."

ຢ່າງໃດກໍຕາມ, ຜູ້ມີສິດລົງຄະແນນສຽງເລືອກຕັ້ງໃນ ສະຫະລັດ ຍັງໄດ້ຖືກແນະນຳໃຫ້ມີ ຄວາມລະມັດລະວັງ ແລະລະວັງຄວາມຜິດພາດທາງໄວຍະກອນ ຫຼືການສະກົດຄໍາທີ່ຖືກພົບ ເຫັນຢູ່ໃນບົດຄວາມ ແລະ ໜ້າເວັບໄຊທ໌ທີ່ພວກເຂົາເຈົ້າພົບ, ເຊິ່ງອາດຈະເປີດ​ຊ່ອງ​ທາງ​ສຳ​ລັບຄວາມພະຍາຍາມໃນການແອບອ້າງເປັນບຸກຄົນອື່ນ ຫຼືການປອມຕົວ.

ອ່ານລາຍງານເປັນພາສາອັງກິດລຸ່ມນີ້:

Two reports released this week sound the alarm about an increase in efforts to disrupt the U.S. presidential election. They say information manipulation, political violence and intimidation are on the rise. VOA’s Veronica Balderas Iglesias reports.

U.S. voters are increasingly being targeted by domestic actors who spread false information ahead of the 2024 presidential election. That’s according to an election vulnerabilities report by the human-rights group Freedom House.

Kian Vesteinsson is the organization’s Senior Research Analyst from Freedom House spoke via Skype:

“People here in the United States who are percolating conspiracy theories and misleading information about politics. Some 70% of Republicans and Republican leaning voters have been captured by the conspiracy theory that the results of the 2020 presidential election were illegitimate. Now, ahead of 2024 we've seen that narrative already emerging and dominant.”

There’s also a rise in online intimidation and harassment of election officials as well as political violence, the researcher notes.

Kian Vesteinsson, Freedom House:

“We've seen political candidates experiencing direct attacks, including, of course, the assassination attempt against former President Trump, hate speech and hate crimes against marginalized groups are on the rise.”

While the voting infrastructure itself remains protected, cyberattacks are a source of concern, Vesteinsson says.

Kian Vesteinsson, Freedom House:

“The most vulnerable targets are campaigns and websites that provide people with information about the voting itself.”

The FBI is currently investigating alleged Iranian hacking attempts against the Trump and Biden-Harris campaigns.

The cybersecurity company Recorded Future also reports an increase in malign influence operations by Iran, Russia and China. They include the use of artificial intelligence to develop inauthentic articles that are then posted on fake news websites that look like mainstream media.

Team lead Sean Minor from Recorded Future spoke via Skype:

“To introduce bias within the content that has a political slant or a political leaning in a specific direction based on the corresponding government's geopolitical objectives, and how those geopolitical objectives correspond to their best interests with which candidate ends up winning the election.”

How effective are those efforts?

Sean Minor, from Recorded Future spoke via Skype:

“At this point we have no hard data to suggest that these operations have historically actually impacted the results of the election.”

U.S. voters are nonetheless encouraged to remain vigilant and wary of grammatical or spelling mistakes found in the articles and website domains they come across, which could give away the impersonation attempt.