ທີມ ລອສ ແອນເຈີເລສ ດອດເຈີສ໌ ເອົາຊະນະ ທີມ ແທມປາ ເບ ເລສ໌ ໄດ້ ໂດຍຄອງຕຳແໜ່ງ World Series

ທ້າວ ມູກກີ ເບັຕສ໌ (Mookie Betts) ຂອງທີມ Los Angeles Dodgers ສະຫຼອງໄຊຊະນະ ຫຼັງຈາກຕີໂຮມຣັນ ໃນລະຫວ່າງຮອບທີ 8 ໃນເກມທີ 6 ຂອງການແຂ່ງກັບທີມ ແທມປາ ເບ (Tampa Bay Rays) ໃນ World Series ເມື່ອວັນອັງຄານ ທີ 27 ຕຸລາ 2020, ທີ່ເມືອງອາຣລິງຕັນ ລັດເທັກຊັສ. (AP Photo/Eric Gay)

ທີມ ລອດສ໌ ແອນເຈີເລສ ດອດເຈີສ໌ ໄດ້ຊະນະເລີດໃນການແຂ່ງຂັນ Major League Baseball World Series ຄັ້ງທຳອິດຂອງພວກເຂົາ ໃນຫຼາຍກວ່າ 3 ທົດສະວັດຜ່ານມາ ໃນແລງວັນອັງຄານວານນີ້ ດ້ວຍການເລີ້ມຟື້ນຕົວຄືນຈາກການທຳຄະແນນທີ່ຊັກຊ້າໃນເບື້ອງຕົ້ນ ເພື່ອເອົາຊະນະທີມ ແທມປາ ເບ ເຣສ໌ 3 ຄະແນນຕໍ່ 1 ໃນເກມທີ 6 ນັ້ນ.

ພາຍໃນຫ້າຮອບຂອງທັງໝົດເກົ້າຮອບ ທີມ ເຣສ໌ ປາກົດວ່າ ຄວບຄຸມເກມໄດ້ຢູ່ ໃນຄວາມພະຍາຍາມຂອງພວກເຂົາທີ່ຈະເອົາຊະນະເພື່ອໄດ້ໄປຫຼິ້ນຕໍ່ໃນເກັມຕັດສິນຊີ້ຂາດຄັ້ງທີເຈັດ ໂດຍຈະມີຜູ້ແກວ່ງບານເບສບອລ ທ້າວ ເບລກ ສແນລ ຜູ້ທີ່ແກວ່ງບານໃຫ້ຕີໄດ້ ພຽງແຕ່ຜູ້ດຽວ ແລະບໍ່ມີຜູ້ໃດແລ່ນທຳຄະແນນໄດ້.

ແຕ່ທີມດອດເຈີສ໌ ໄດ້ພາກັນລຸກຮືຂຶ້ນໃນຮອບທີ 6 ໂດຍການແລ່ນທຳຄະແນນໄດ້ ເມື່ອທ້າວ ນິກ ແອນເດີສັນ ນັກແກວ່ງຜູ້ສຳຮອງຂອງທີມເລສ໌ ເຂົ້າມາເຮັດໜ້າທີ່ແທນນັກແກວ່ງຄົນທຳອິດນັ້ນ ໄດ້ແກວ່ງບານອອກເປົ້າ ແລະຄະແນນທີສອງຕິດຕາມມາ ເມື່ອຜູ້ຕີບານສາມາດຕີໄດ້ເຮັດໃຫ້ຜູ້ທີ່ຢູ່ຕຳແໜ່ງທີນຶ່ງ ຫຼືເບສນຶ່ງນັ້ນ ແລ່ນເຖິງເບສທີສີ່ໄດ້ ຖືວ່າໄດ້ອີກນຶ່ງຄະແນນ.

ສ່ວນທ້າວ ມູກກີ ເບັຕສ໌ ທີ່ເປັນໂຕເດັ່ນ ຢູ່ຕຳແໜ່ງຄຸມເດີ່ນດ້ານຫຼັງ ຜູ້ທີ່ໄດ້ມາຮ່ວມໃນທີມດອດເຈີສ໌ ດ້ວຍການແລກປ່ຽນ ຜູ້ຫຼິ້ນກັບທີມອື່ນໃນຊ່ວງທີ່ບໍ່ມີການແຂ່ງຂັນນັ້ນ ສາມາດທຳຄະແນນນຳໜ້າໄດ້ 3 ຕໍ່ 1 ດ້ວຍການຕີອອກສະໜາມທີ່ເອີ້ນວ່າ ໂຮມ ຣັນ (home run) ໃນຮອບທີ 8.

ຄະແນນດຽວຂອງທີມ ແທມປາ ເບ ໄດ້ມານັ້ນ ດ້ວຍວິທີການຕີ ໂຮມຣັນ ໂດຍ ທ້າວ ແຣນດີ ອາໂຣຊາເຣນາ ຜູ້ທີ່ໄດ້ກາຍເປັນດາລາດັງ ໃນລະຫວ່າງ ຫລັງລະດູການແຂ່ງຂັນ ໂດຍສາມາດຕີໂຮມຣັນໄດ້ທັງໝົດ 9 ເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ