ອົງການ IAEA ຈະປ່ອຍໃຫ້ ອີຣ່ານ ກວດກາ ສະຖານທີ່ ນິວເຄລຍ ຂອງຕົນເອງ

ນັກວິຊາການອີຣ່ານ ເຮັດວຽກຢູ່ສະຖານທີ່ຜະລິດທາດ ຢູເຣນຽມ ຢູ່ນອກແຂວງອິສຟາຮານ, 410 ກິໂລແມັດ ທາງພາກໃຕ້ ຂອງນະຄອນຫຼວງ ເທເຮຣານ.

ສະຫະລັດ ກ່າວ​ວ່າ ຕົນ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ອົງການ​ພະລັງງານ​ປະລະ​ມານູ​ສາກົນ ຫຼື IAEA ​ໃນ​ການກວດ​ສອບ ເບິ່ງການກ່າວ ຫາໃນຄວາມ​ພະຍາ​ມຜ່ານມາ ເພື່ອສ້າງ​ລະ​ເ​ບີ​ດນິວ​ເຄລຍຂອງ ອີຣ່ານ ຫຼັງ​ຈາກ​ບັນ​ທຶກ​ສະບັບ​ໜຶ່ງ​ຂອງ​ອົງການ IAEA ​ໄດ້ຮົ່ວ​ໄຫລອອກ​ມາ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ອົງ​ການ​ດັ່ງກ່າວ ຈະ​ປ່ອຍ​ໃຫ້ ອີຣ່ານ ດຳ​ເນີນ​ການກວດ​ກາ​ໂດຍ​ພວກ​ເ​ຂົາ​ເອງ.

​ອົງການ​ຂ່າວ AP ໄດ້ກ່າວໃນວັນພຸດວານນີ້ວ່າພວກເຂົາໄດ້ເຫັນ ສິ່ງທີ່ ພວກເຂົາເອີ້ນວ່າ “ຂໍ້ຕົກລົງລັບ” ລະຫວ່າງ ອີຣ່ານ ແລະ ອົງການ IAEA ແລະ ໄດ້ລົງນາມຮັບຮອງໂດຍມະຫາອຳນາດ ໂລກ 6 ປະເທດ ທີ່ໄດ້ເຈລະຈາຂໍ້ຕົກລົງ ນິວເຄລຍກັບ ອີຣ່ານ ທີ່ ປະກອບ ດ້ວຍ ອັງກິດ, ຝຣັ່ງ, ເຢຍຣະມັນ, ຣັດເຊຍ ແລະ ສະຫະລັດ.

ອົງການຂ່າວ AP ກ່າວ​ວ່າ ພາຍໃຕ້​ຂໍ້​ຕົກລົງ​ດັ່ງກ່າວ, ອີຣ່ານ ​ເອງ​ຈະ​ສົ່ງ​ຄະນະກວດກາ ຂອງ​ຕົນ ​ພ້ອມດ້ວຍອຸປະກອນ ​ໄປ​ຍັງ​ສະຖານ​ທີ່​ນິວ​ເຄລຍ Parchin, ບ່ອນ​ທີ່ມີການສົງໄສວ່າ​
ອີ​ຣ່ານ ​ໄດ້​ພະຍາຍາມ​ທີ່​ຈະ ສ້າງອາວຸດ ນິວ​ເຄລຍ.

ອີຣ່ານ​ ​ໄດ້​ປະຕິ​ເສດຕໍ່​ຂໍ້ກ່າວ​ຫານີ້​ມາ​ໂດຍຕະຫຼອດ​ ​ແລະໄດ້​ປະຕິ​ເສດ ​ທີ່​ຈະ​ອະນຸຍາດ​ໃຫ້​ຄະນະກວດກາ​ສາກົນ ​ເຂົ້າ​ໄປ​ໃນ​ສະ​ຖານທີ່ດັ່ງກ່າວ. ອົງການ​ຂ່າວ AP ກ່າວ​ວ່າ ຂໍ້​ຕົກລົງ​ໄດ້ໃຫ້​ສິດ​ທິ​ແກ່ ອີ​ຣ່ານ ​ໃນ​ການ ບໍ່ເປີດເຜີຍຮູ​ບພາບ ​ແລະ ວິ​ດີ​ໂອ​ຫຼາຍພາກສ່ວນຂອງ ຄ້າຍ Parchin ທີ່​ອີຣ່ານ ກ່າວ​ວ່າ ມີ​ຄວາມສຳຄັນ​ທາງ​ດ້ານທະຫານນັ້ນ.

ຂໍ້​ຕົກລົງ​ນີ້​ແມ່ນປາກົດວ່າ ໃຫ້ສິດ​ພິ​ເສດ​ຢ່າງ​ເຊັດເຈນແກ່ອີ​ຣ່ານ ​ແລະ ກໍ​ບໍ່​ມີ​ປະ​ເທດ​ທີ່ເປັນ​ສະມາຊິກ ​ຂອງອົງການ IAEA ​ອື່ນໆ​ເຄີ​ຍໄດ້ຮັບ ການຍົກເວັ້ນແບບ​ນີ້​ມາ​ກ່ອນ.

​ທີ່​ນະຄອນຫຼວງ ວໍ​ຊິງ​ຕັນ, ​ໂຄສົກ​ກະຊວງ​ການ​ຕ່າງ​ປະທດສະຫະລັດ ທ່ານ John Kirby ​ໄດ້​ກ່າວໃນ​ວັນ​ພຸດ​ວານ​ນີ້​ວ່າ ທ່ານ​ບໍ່​ສາມາດ​ໃຫ້​ຄຳ​ເຫັນ​ໃນ​ສິ່ງທີ່​ທ່ານ​ກ່າ​ວວ່າແມ່ນ “ເອກະສານທີ່​ຕັ້ງ​ໃຈ​ຮ່າງ​ຂຶ້ນ” ໂດຍ​ອົງການ IAEA.

​ແຕ່​ທ່ານ​ກ່າວ​ວ່າ ສະຫະລັດ ​ແມ່ນ​ສະບາຍ​ໃຈ​ກັບ​ການ​ຈັດແຈງ​ທຸກ​ຢ່າງ​ທີ່ອົງການ IAEA ມີ​ກັບ ອີຣ່ານ.

Your browser doesn’t support HTML5

Iran Nuclear