ການຄົ້ນພົບແກັສທຳມະຊາດນອກຊາຍຝັ່ງ ທີ່ມີສີມົວໆຢ່າງຊໍ້າແລ້ວຊໍ້າອີກ ເຊິ່ງເປັນທີ່ຮູ້ຈັກດັ່ງກັບ ນໍ້າກ້ອນທີ່ສາມາດຈູດໃຫ້ເປັນໄຟໄດ້ນັ້ນ ຈະເປັນການສະໜັບສະໜູນຕໍ່ການກ່າວອ້າງເອົາກຳມະສິດຂອງຈີນໃນທະເລຈີນໃຕ້ ທີ່ມີຄວາມຂັດແຍ້ງກັບລັດຖະບານ ເອເຊຍ ຫ້າປະເທດອື່ນໆ.
ຈີນ ໄດ້ສະກັດນໍ້າກ້ອນ 861,400 ຕາລາງແມັດ, ເຊິ່ງແມ່ນສານແກັສທຳມະຊາດ, ສຳລັບປະຈຳວັນສະເລ່ຍ 28,700 ຕາລາງແມັດ ໃນລະຫວ່າງການປະຕິບັດງານທີ່ໄດ້ເລີ່ມຂຶ້ນໃນເດືອນກຸມພາ, ອີງຕາມການລາຍງານຂອງອົງການຂ່າວລັດຖະບານ ຊິນຫົວ ໃນວັນພະຫັດທີ່ຜ່ານມາ.
ການຄົ້ນພົບດັ່ງກ່າວໄດ້ເຮັດໃຫ້ ຈີນ ມີເຫດຜົນທີ່ຈະໃຊ້ທະເລດັ່ງກ່າວ, ເຖິງແມ່ນຈະມີການປະທ້ວງຈາກປະເທດອື່ນໆກໍຕາມ, ໃນຂະນະທີ່ໄດ້ຮັບປະກັນການສະໜອງພະລັງງານສຳລັບປະຊາຊົນພັນສີ່ຮ້ອຍລ້ານຄົນຂອງເຂົາເຈົ້ານັ້ນ, ອີງຕາມການກ່າວຂອງບັນດານັກວິເຄາະ. ເຂົາເຈົ້າໄດ້ກ່າວຕື່ມວ່າ ຈີນ ຈະໄດ້ຮັບຈຸດຍຶດໝັ້ນໃນທະເລດັ່ງກ່າວຫຼາຍຂຶ້ນກວ່າເກົ່າ ຖ້າເຂົາເຈົ້າອອກໃບອະນຸຍາດເທັກໂນໂລຈີກັ່ນແກັສທຳມະຊາດໃຫ້ປະເທດອື່ນໆ ຫຼື ຮ່ວມມືກັບເຂົາເຈົ້າເພື່ອສະກັດມັນ.
ປະເທດ ບຣູໄນ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ ແລະ ຫວຽດນາມ ໄດ້ອ້າງເອົາທັງໝົດ ຫຼື ຫຼາຍພາກສ່ວນຂອງທະເລທີ່ມີເນື້ອທີ່ ສາມລ້ານຫ້າແສນຕາລາກິໂລແມັດນັ້ນ. ຈີນ ເອີ້ນເອົາປະມານ 90 ເປີເຊັນຂອງເຂດນໍ້ານັ້ນເປັນຂອງເຂົາເຈົ້າເອງ, ປົກຄຸມເອົາເຂດອື່ນໆທີ່ຖືກອ້າງເອົາໂດຍລັດຖະບານອື່ນໆ ແລະ ເຮັດໃຫ້ເກີດການປະທະກັນບາງຄັ້ງບາງຄາວ.
ຈີນ ໄດ້ເປັນຜູ້ນຳໜ້າໃນທົດສະວັດທີ່ຜ່ານມາ ດ້ວຍການສ້າງເກາະທຽມຂະໜາດນ້ອຍໃສ່ສຳລັບການໃຊ້ທາງທະຫານ. ເທັກໂນໂລຈີຂອງ ຈີນ, ເຊັ່ນເຮືອບິນບໍ່ມີຄົນຂັບ ແລະ ລະບົບກວດກາໃຕ້ນໍ້າ, ໄດ້ຖືກພິຈາລະນາວ່າມີຄວາມກ້າວໜ້າກວ່າຄວາມຊໍານານຂອງຜູ້ອ້າງກຳມະສິດອື່ນໆໃນເອເຊຍຕາເວັນອອກສຽງໃຕ້.
ກົດໝາຍສາກົນຈະບໍ່ຮັບຮູ້ການຄົ້ນພົບພະລັງງານນັ້ນດັ່ງກັບການອ້າງເອົາອຳນາດອະທິປະໄຕ, ອີງຕາມການກ່າວຂອງຮອງສາສະດາຈານ ເອັດເຫວີດ ອາຣາຣາລ ຈາກຂະແໜງນະໂຍບາຍສາທາລະນະ, ມະຫາວິທະຍາໄລ ລີ ຄວານ ຢິວ.