ການພົບເຫັນ ກຳປັ່ນຈີນ ຫຼາຍຂຶ້ນ ຈະເພີ້ມ ຄວາມກົດດັນ ຕໍ່ລັດຖະບານ ມາເລເຊຍ

ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak ຖືພວງດອກ ໄມ້ ໃນຂະນະທີ່ເດີນທາງໄປເຖິງ ນະຄອນນິວແດນລີ ປະເທດ ອິນເດຍ.

ການ​ພົບ​ເຫັນ ​ກິດຈະກຳ​ໃໝ່ທີ່​ມີ​ຂຶ້ນຊ້ຳ​ແລ້ວ​ຊ້ຳ​ອີກ ຂອງໜ່ວຍ​ຍາມ​ຝັ່ງ​ຈີນ ​ໃນເຂດ
ທ​ະ​ເລ ທີ່ອ້າງ​ເອົາກຳມະສິດໂດຍ​ມາ​ເລ​ເຊຍ ໄດ້​ພາ​ໃຫມີຄວາມ​ກົດ​ດັນເພີ່ມ ຂຶ້ນຂອງ​
ປະ​ຊາຊົນຕໍ່ລັດຖະບານ​ມາ​ເລ​ເຊຍທີ່​ຕັ້ງຢູ່​ໃນ​ເຂດ​ເອ​ເຊຍ​ອາຄະ​ເນ ​ເພື່ອໃຫ້ຕ້ານຢັນ​
ຈີນ ​ແຕ່​ວ່າ​ຈະ​ບໍ່ສ້າງ​ບັນຫາຮ້າ​ຍ​ແຮງ​ຕຕໍ່ຄວາມ​ສຳພັນ.

ກຳ​ປັ່ນ​ຍາ​ມຝັ່ງ​ສາມ​ລຳຂອງ​ຈີນ ​ໄດ້​ລາດຕະ​ເວນ​ຢູ່ໃນ​ເຂດນ່ານນໍ້າ​ນອກ​ຊາຍ​ຝັ່ງ​ຂອງ
​ເກາະ Borneo ປະ​ເທດມ​າ​ເລ​ເຊຍ ​ເປັນ​ເວລາ 60 ມື້ ແຕ່ເດືອນ​ທັນວາ ຫາ​ທ້າຍ​ເດືອນ​
ກຸມພາອີງ​ຕາມອົງການລິ​ເລີ່​ມວ່າ​ດ້ວຍ​ຄວາມ​ໂປ່​ງ​ໃສ​ໃນ​ການ​ເດີນ ​ເຮືອ​ເຂດເອ​ເຊຍ
ພາຍໃຕ້ສະ​ຖາ​ບັນ​ວິໄຈ​ສະຫະລັດ ທີ່​ສູ​ນກາງຍຸດ​ທະ​ສາດແລະ ການ​ສຶກສາ​ສາກົນ
ກ່າວ​ໃນ​ເດືອນ​ນີ້.

ການ​ຄົ້ນ​ພົບ​ດັ່ງກ່າວ ​ຈະ​ເພີ້​ມຄວາມ​ກົດ​ດັນ​ຂອງ​ປະຊາຊົນ​ຕໍ່​ລັດຖະບານ​ມາ​ເລ​ເຊຍ
ຂອງ​ນາຍົກລັດຖະມົນຕີ Najib Razak ໃຫ້​ຕໍ່ຕ້ານ​ຈີນ​ເພີ່ມ​ຂຶ້ນ ນັ້ນຄື ການ​ຄາດໝາຍ​
ຂອງພວກ​ນັກວິ​ເຄາະ.

ນະຄອນກົວລາລຳເປີ ປະເທດມາເລເຊຍ.

ທ່ານ Collin Koh ນັກ​ຄົ້ນຄວ້າດ້ານຄວາມ​ໝັ້ນຄົງ​ເລື່ອງ​ນ່ານນໍ້າ ທີ່​ມະຫາວິ ທະຍາ
​ໄລ​ເທັກ​ໂນໂລ​ຈີ Nayang ​ໃນ​ສິງກະ​ໂປ ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ຄິດວ່າ​ແນ່ນອນ​ ນີ້​ເປັນ
​ບັນຫາ​ທີ່​ຈະ​ກາຍ​ມາເຮັດ​ໃຫ້​ປະຊາຊົນ​ບໍ່ພໍ​ໃຈ​ກັບ ທ່ານ Najib.”

ທ່ານ Koh ກ່າວ​ອີກ​ວ່າ “ທ່ານ​ບໍ່​ຕ້ອງການ​ຢາກ​ເອົາ​ນະ​ໂຍບາຍ​ຕ່າງປະ​ເທດ ຢູ່​ກາງ​ເວ
ທີ ​ເພາະວ່າ​ນີ້​ຈະ​ກາຍ​ມາ​ເປັນ​ບັນຫາ ​ໂດຍ​ສະ​ເພາະ ທີ່​ທ່ານ​ຈະ​ເຫັນ​ວ່າ​ຍາກ​ທີ່​ຈະ​ແກ້
​ໄຂ​ໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ