ເສລີພາບທາງດິຈິດຕອລ ຢູ່ໃນສະພາບທີ່ອັນຕະລາຍ ຂະນະທີ່ການເລືອກຕັ້ງກຳລັງຈະເລີ້ມຂຶ້ນ ຢູ່ໃນທົ່ວໂລກ

ພາບ ກ່ຽວ​ກັບ ການ​ໃຊ້​ອິນ​ເຕີ​ເນັດ​ຈາກ​ອົງ​ການ Freedom House.

ອິ​ດ​ສະຫຼະ​ພາບ​ທາງ​ດ້ານ​ດິ​ຈິ​ຕອ​ລ ແມ່ນ​ກຳ​ລັງຫຼຸດ​ລົງ​ໃນ​ທົ່ວ​ໂລກ​ເປັນ​ປີ​ທີ 14 ຕິ​ດ​ຕໍ່​ກັນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ Freedom House ທີ່​ໄດ້​ເປີດ​ເຜີຍ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ. ສະ​ຖາ​ນະ​ການ​ດັ່ງ​ກ່າວ ​ແມ່ນ​ໜ້າ​ເປັນ​ຫ່ວງ​ເປັນ​ພິ​ເສດ ຍ້ອນ 41 ປະ​ເທດ​ທີ່​ຖືກ​ປະ​ເມີນ​ຜົນ​ໄດ້​ຈັດ ຫຼື ຈະ​ຈັດ​ການ​ເລືອກ​ຕັ້ງ​ໃນ​ປີນີ້ ແລະ ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ກ່າວ​ຢ້ຳ​ວ່າ ການ​ໃຊ້​ອິນ​ເຕີ​ເນັດ​ທີ່​ເສ​ລີ ແລະ ເປີດກວ້າງ​ແມ່ນ​ສຳ​ຄັນ​ສຳ​ລັບ​ປະ​ຊາ​ທິ​ປະ​ໄຕ​ທີ່​ຖືກ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ.

ຈາກ​ເວັບ​ໄຊ້​ຕ່າງໆທີ່​ຖືກ​ກີດ​ກັນ, ຕະຫຼອດເຖິງ​ເວ​ທີ​ສື່​ສັງ​ຄົມທີ່​ຖືກ​ຫ້າມ ແລະ ນັກ​ເຄື່ອນ​ໄຫວ​ທາງ​ອອນ​ໄລ​ນທີ່​ຖືກ​ຂັງ​ຄຸກ… ເສ​ລີ​ພາບ​ໃນ​ການ​ໃຊ້​ອິນ​ເຕີ​ເນັດ​ໃນ​ທົ່ວ​ໂລກ​ແມ່ນ​ກຳ​ລັງ​ຖືກ​ຄຸກ​ຄາມ. ນັ້ນ​ແມ່ນ​ອີງ​ຕາມ​ການ​ປະ​ເມີນ​ຜົນ​ຄັ້ງຫຼ້າ​ສຸດ​ຂອງ 72 ປະ​ເທດ, ທີ່​ດຳ​ເນີນ​ໂດຍ​ກຸ່ມ​ສິດ​ທິ​ມະ​ນຸດ “Freedom House.”

ທ່ານ ຄຽນ ເວັ​ສ​ໄຕ​ນ໌​ສັນ, ນັກຄົ້ນຄວ້າ ຈາກ​ອົງ​ການ Freedom House ກ່າວຕໍ່ວີໂອເອ​ວ່າ “ພວກ​ເຮົາ​ໄດ້​ເບິ່ງ​ໂດຍ​ສະ​ເພາະ​ໃນ 41 ປະ​ເທດ​ໃນ​ທົ່ວ​ໂລກ​ທີ່​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ຮູບ​ແບບ​ໃດ​ນຶ່ງ. ພວກ​ເຮົາ​ໄດ້​ເຫັນ​ອຸ​ປະ​ກອນ​ປັນ​ຍາ​ປະ​ດິດ​ຖືກ​ໃຊ້​ໂດຍ​ພັກ​ການ​ເມືອງ​ຕ່າງໆ ແລະ ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ ເພື່ອ​ສ້າງ​ຮູບ​ພາບ​ທາງ​ອິນ​ເຕີ​ເນັດ, ລໍ້​ຮຽນ​ຄູ່​ແຂ່ງຂັນ​ທາງ​ການ​ເມືອງ ແລະ ເຂົ້າ​ຫາ​ຜູ້​ຊົມ​ທີ່ຫຼາກຫຼາຍກວ່າ​ເກົ່າ.”

ສິ່ງ​ດັ່ງ​ກ່າວ​ນັ້ນ ​ສາ​ມາດ​ເຮັດ​ໃຫ້​ປະ​ຊາ​ທິ​ປະ​ໄຕ​ຊຸດ​ໂຊມ​ລົງ ແລະ ນຳ​ພາ​ຜູ້​ລົງ​ຄະ​ແນນ​ສຽງ​ໄປ​ໃນ​ທິດ​ທາງ​ທີ່ຜິດ, ທ່ານ​ໄດ້​ກ່າວຕື່ມ.

ໃນ​ຕົ້ນ​ປີນີ້, ວິ​ດີ​ໂອ​ປອມ​ຂອງ​ຜູ້​ທີ່​ຫວັງ​ວ່າ ​ຈະ​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ອິນ​ໂດ​ເນ​ເຊຍ ທ່ານ ອາ​ນີ​ສ໌ ບາ​ສ​ເວ​ດານ ແລະ ທ່ານ ປ​ຣາ​ໂບ​ໂວ ຊູ​ບຽນ​ໂຕ, ຜູ້​ທີ່​ເວົ້າ​ພາ​ສາ​ອາ​ຣັບ​ບໍ່​ເປັນ, ໄດ້​ສະ​ແດງ​ໃຫ້​ເຫັນ​ພວກ​ເພິ່ນ​ກ່າວ​ຄຳ​ປາ​ໄສ​ເປັນ​ພາ​ສາ​ດັ່ງ​ກ່າວ​ນັ້ນ, ເຊິ່ງ​ປາ​ກົດ​ວ່າ​ ເພື່ອ​ທຳ​ການ​ຮ້ອງ​ຂໍ​ຕໍ່​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ຊາວ​ມຸ​ສ​ລິມ. ໃນ​ເວ​ລາ​ນັ້ນ, ຜູ້ກວດ​ກາ​ຂໍ້​ເທັດ​ຈິງ ທ່ານ​ນາງ ຊານ​ຕີ ອິນດ​ຣາ ອາ​ສ​ຕູ​ຕີ ໄດ້​ທຳ​ການ​ຊັ່ງ​ຊາ​ໃນ​ບັນ​ຫາ​ດັ່ງ​ກ່າວ.

ທ່ານ​ນາງ ຊານ​ຕີ ອິນ​ດ​ຣາ ອາ​ສ​ຕູ​ຕີ, ນັກ​ເຄື່ອນ​ໄຫວ​ເພື່ອການ​ອ່ານ​ຂຽນ​ທາງ​ດິ​ຈິ​ຕອ​ລ ມາ​ຟິນ​ໂດ (Mafindo) ​ວ່າ “ກ​ານຫຼອກ​ລວງບໍ່​ໄດ້​ເປັນ​ພຽງ​ແຕ່​ການ​ທຳລາຍ​ຊື່​ສຽງ​ຂອງ​ຄູ່​ແຂ່ງຂັນເທົ່າ​ນັ້ນ, ແຕ່​ບາງ​ຄົນ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ຍົກ​ຍ້ອງ​ຜູ້​ລົງ​ແຂ່ງ​ຂັນທີ່ພວກ​ເຂົາ​ເຈົ້າໄດ້ເລືອກເອົານັ້ນ ​ເປັນ​ຢ່າງ​ສູງ.”

ແຕ່ ອິນ​ໂດ​ເນ​ເຊຍ ບໍ່​ໄດ້​ເປັນ​ປະ​ເທດ​ທີ່​ຂີ້​ຮ້າຍ​ທີ່​ສຸດ​ໃນ​ລາຍ​ງານ​ຂອງ​ອົງ​ການ Freedom House ໃນ​ປີນີ້.

ພັກ​ຄອມ​ມູ​ນິ​ສ​ຈີນທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ​ ໄດ້​ທຳ​ການ​ກົດ​ຂີ່​ຢ່າງ​ເປັນ​ລະ​ບົບ​ຕໍ່​ຜູ້​ທີ່​ຄັດ​ຄ້ານ​ທາງ​ອອນ​ໄລ​ນ໌ ​ເປັນ​ເວ​ລາ​ນຶ່ງ​ທົດ​ສະ​ວັດ​ແລ້ວ, ແລະ ປີນີ້​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ຜູ້​ດຽວ​ທີ່​ມີ​ສະ​ພາບ​ແວດ​ລ້ອມເສ​ລີ​ພາບ​ທາງ​ອິນ​ເຕີ​ເນັດ​ທີ່​ຂີ້​ຮ້າຍ​ທີ່​ສຸດ​ຢູ່​ໃນ​ໂລກ, ກ່າວ​ໂດຍ​ນັກ​ຄົ້ນ​ຄວ້າ ທ່ານ ເວັສໄຕ​ນ໌​ສັນ.

ທ່ານ ຄຽນ ເວັສ​ໄຕ​ນ໌​ສັນ ກ່າວຕໍ່ໄປ​ວ່າ “ກອງ​ທັບ ມຽນ​ມາ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ລະ​ບອບ​ການ​ປົກ​ຄອງ​ທີ່​ທຳ​ການກວດ​ກາ ແລະ ສອດ​ແນມ​ຢ່າງກວ້າງ​ຂວາງອີກ​ຄັ້ງ​ນຶ່ງ, ເຊິ່ງ​ສ່ວນ​ນຶ່ງ​ໄດ້​ແນ​ເປົ້າ​ໃສ່​ການ​ສະກັດກັ້ນກິດ​ຈະ​ກຳ​ທາງ​ອອນ​ໄລ​ນ​ຂອງ​ຄູ່​ແຂ່ງ​ຂັນ​ໃນ​ປະ​ເທດ.”

ບໍ່​ແມ່ນ​ທຸ​ກ​ຢ່າງ​ເປັນ​ຂ່າວ​ທີ່ບໍ່​ດີ, ຍົກ​ຕົວ​ຢ່າງ​ສັງ​ຄົມ​ພົນ​ລະ​ເຮືອນ​ຂອງ​ປະ​ເທດ ແຊມ​ເບຍ, ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຕ້ານ​ຢັນ​ມາດ​ຕະ​ການ​ຫ້າມ​ທາງ​ດິ​ຈິ​ຕອ​ລ, ແລະ ປະ​ເທດ ຊີ​ເລ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ປ້ອງ​ກັນ​ທີ່​ແຂງ​ແກ່ນ​ຢ່າງ​ບໍ່​ໜ້າ​ເຊື່ອ ​ສຳ​ລັບ​ສິດ​ທິ​ມະ​ນຸດ​ທາງ​ອອນ​ໄລ​ນ໌, ອີງ​ຕາມ​ການ​ກ່າວ​ຂອງ​ລາຍ​ງານ.

ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ເຂົາ​ເຈົ້າ​ນັ້ນ, ການ​ໃຊ້​ອິນ​ເຕີ​ເນັດ​ຢູ່​ໃນ ສະ​ຫະ​ລັດ ຍັງ​ຄົງ​ອ້າງ​ເຖິງ​ “ຄວາມ​ມີ​ຊີ​ວິດ​ຊີ​ວາ, ຫຼາກຫຼາຍ ແລະ ເສ​ລີ,” ກ່າວ​ໂດຍ​ທ່ານ ເວັ​ສ​ໄຕ​ນ໌​ສັນ. ແຕ່​ທ່ານ​ໄດ້​ເຕືອນ​ວ່າ ການ​ບິດ​ເບືອນ​ຂໍ້​ມູນ ທີ່​ຖືກ​ເຜີຍ​ແຜ່​ໂດຍ​ຜູ້​ກະ​ທຳ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດແມ່ນ​ມີ​ແຜ່ຫຼາຍ​ທາງ​ອອນ​ໄລ​ນ໌.

ທ່ານ ຄຽນ ເວັ​ສ​ໄຕ​ນ໌​ສັນ ກ່າວ​ວ່າ “ຜູ້​ດຳ​ເນີນ​ການ​ຕ່າງໆ ​ທີ່​ອາດ​ເຊື່ອມ​ໂຍງ​ກັບ​ທາງການລັດໃນ ຣັດ​ເຊຍ ແລະ ຈີນ. ແລະ ພວກ​ເຮົາ​ຍັງ​ໄດ້​ເຫັນ​ຜູ້​ດຳ​ເນີນ​ການ​ທີ່​ຖືກ​ໜູນຫຼັງ​ໂດຍ​ລັດຖະ​ບານ ອີ​ຣ່ານ ໄດ້​ແນ​ເປົ້າ​ໃສ່​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ຄົນ​ຜູ້​ທີ່​ກຳ​ລັງ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ.”

ດ້ວຍ​ການ​ນຳ​ເອົາ​ຄວາມ​ສົນ​ໃຈ​ມາ​ສູ່​ສະ​ຖາ​ນະ​ພາບ​ຄວາມ​ເສ​ລີ​ທາງ​ດິ​ຈິ​ຕອ​ລ​ ໃນ​ທົ່ວ​ໂລກ​ນັ້ນ, ບັນ​ດາ​ນັກ​ຄົ້ນ​ຄວ້າ​ຫວັງ​ວ່າ ບັນ​ດາ​ຜູ້​ອອກ​ນະ​ໂຍ​ບາຍ ແລະ ຝ່າຍ​ເອ​ກະ​ຊົນ ຈະ​ພັດ​ທະ​ນາ​ວິ​ທີ​ຕ່າງໆ​ເພື່ອ​ຕໍ່​ຕ້ານ​ການຫຼຸດ​ລົງ ແລະ ສົ່ງ​ເສີມ​ສິດ​ທິ​ຂອງ​ປະ​ຊາ​ຊົນ ເພື່ອ​ເຂົ້າ​ຫາ​ອິນ​ເຕີ​ເນັດ​ທີ່​ເສ​ລີ, ໂດຍ​ສະ​ເພາະ​ໃນ​ລະ​ຫວ່າງປີ​ການ​ເລືອກ​ຕັ້ງ​ທັງຫຼາຍ.

Your browser doesn’t support HTML5

ເສລີພາບທາງດິຈິດໂຕລ ຢູ່ໃນສະພາບທີ່ອັນຕະລາຍ ຂະນະທີ່ການເລືອກຕັ້ງກຳລັງຈະເລີ້ມຂຶ້ນ ຢູ່ໃນທົ່ວໂລກ

Digital freedoms declined globally for the 14th year in a row according to a Freedom House report published Wednesday. The situation is especially concerning given that 41 of the countries assessed hosted or will host elections this year and experts underscore that a free and open internet is critical for a well-functioning democracy. VOA’s Veronica Balderas Iglesias, has the story.

From websites being blocked, to social media platforms being restricted and online activists incarcerated … internet freedoms around the world are in peril. That’s according to the latest assessment of 72 countries, conducted by the Human Rights group “Freedom House.”

(Kian Vesteinsson, Freedom House) - (Zoom)

“We looked specifically at 41 countries around the world that hosted some form of nationwide election. // We saw that generative AI tools are increasingly being employed by parties and candidates to turn out appealing memes, mock political opponents and reach more diverse audiences.”

That can erode trust in democracy and mislead voters, he added.

Earlier this year, deep fake videos of Indonesia’s presidential hopefuls Anies Baswedan and Prabowo Subianto, who don’t speak Arabic, showed them making remarks in that language, apparently to appeal to Muslim voters. Back then, fact-checker Santi Indra Astuti weighed in on the matter.

(Santi Indra Astuti, Mafindo Digital Literacy Activist Indonesian)-(Zoom)

"Hoaxes are no longer just to discredit opponents, but some seem intended to glorify their chosen candidate."

But Indonesia does not fare the worst in this year’s Freedom House report.

The ruling Chinese Communist Party has systematically repressed online dissent for about a decade, and this year it’s not alone as the world’s worst environment for internet freedom, says researcher Vesteinsson.

(Kian Vesteinsson, Freedom House) - (Zoom)

“The Myanmar military has sought to build a mass censorship and surveillance regime again in part aimed at suppressing the online activities of the country's opposition.”

Not everything is bad news. Zambia’s civil society for instance, has succeeded in pushing back on digital restrictions, and Chile showcases incredibly strong safeguards for human rights online, the report says.

Ahead of its own presidential election, the internet in the United States remains quote “vibrant, diverse and free”, says Vesteinsson. But he warns that misleading information spread by both domestic and foreign actors has proliferated online.

(Kian Vesteinsson, Freedom House) (Zoom)

“Actors who may be connected to the state in Russia and China. // And we've even seen that Iranian state backed actors have targeted the campaigns of people who are running for president.”

By bringing attention to the state of digital freedoms around the world, researchers hope policymakers and the private sector develop ways to resist the decline and enshrine the people’s right to access a free internet, particularly during election years.