ເຖິງແມ່ນ ມີຄວາມກ້າວໜ້າ ແຕ່ ເຊື້ອອີໂບລາ ກໍຍັງເປັນ ອັນຕະລາຍ ຢູ່ໃນຄອງໂກ

ເຈົ້າໜ້າທີ່ສາທາລະນະສຸກຄົນນຶ່ງ ໃຊ້ເຄື່ອງວັດແທກ ຜູ້ໂດຍສານ ທ່ີ່ລົງຈາກເຮືອບິນ ເພື່ອກວດອຸນຫະພູມ ທີ່ເດີ່ນບິນ ບານດາກາ ປະເທດຄອງໂກ ວັນທີ 19 ພຶດສະພາ 2018.

ມີ​ຄວາມ​ຫວັງ​ວ່າ ການແຜ່​ລະ​ບາດ​ເທື່ອ​ຫລ້າ​ສຸດຂອງເຊື້ອໄວຣັສອີ​ໂບລາໃນ​ໂລກ​ ອາດ​ຈະໄດ້ຮັບການຄວບຄຸມ ພາຍ​ໃນສອງສາມ​ອາທິດ​ຂ້າງໜ້າ​ນີ້ ອີງ ຕາມຄຳເວົ້າຂອງພວກ
ນັກ​ຊ່ຽວຊານ ຈາກ​ອົງການ​ອະນາ​ໄມ​ໂລກ ແລະ​ນາຍ​ແພດ​ບໍ່​ມີ​ພົມ​ແດນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ເຂົາ​ເຈົ້າ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ໃນອາທິດ​ນີ້​ວ່າ ອັນຕະລາຍ​ຍັງຄົງ​ມີ​ຢູ່ໃນ​
ຂະນະ​ທີ່​ພະນັກງານ ຂອງຕ່າງປະເທດ ແລະທ້ອງຖິ່ນຫຼາຍຮ້ອຍຄົນ ກຳລັງຮັບມືກັບ
ການລະບາດ ​ຢູ່ສາທາລະນະ​ລັດປະຊາທິປະ​ໄຕ​ຄອງ​ໂກ.

ດຣ. ປີ​ເຕີ ຊາ​ລາມາ ຫົວໜ້າ​ຮັບມືກັບເຫດການ​ສຸກ​ເສີນ​ຂອງ​ອົງການ​ອະນາ​ໄມ​ໂລກ
ກ່າວ​ວ່າ “​ແມ່ນ​ແລ້ວ ພວກ​ເຮົາ​ໝັ້ນ​ໃຈ ພວກ​ເຮົາ​ຈະສາມາ​ດ ​ຄວບຄຸມ​ການ​ແຜ່​ລະ
ບາດໃນທີ່ສຸດ. ຄຳ​ຖາມ​ກໍ​ມີຢູ່​ວ່າ​ໄວ​ປານໃດ ​ແລະ​ຈະ​ແກ້ໄຂບັນຫາທີ່ຫຍຸ້ງຍາກ
ຕ່າງໆໄດ້ຈັ່ງໃດ.
ຈົ່ງຈຳ​ໄວ້​ວ່າ ພວກ​ເຮົາ​ເວົ້າ​ເຖິງ​ບ້ານທີ່​ສອກຫຼີກ​ຫ່າງໄກທີ່​ສຸດ ທີ່​
ຫ້ອມລ້ອມໄປ
ດ້ວຍປ່າດົງຫຼາຍ​ຮ້ອຍກິ​ໂລ​ແມັດ​.”

ດຣ. ຮີ​ລ​ເດ ​ເດີ ເຄ​ລີຣ໌ກ ຊຶ່ງເປັນສ່ວນນຶ່ງຂອງ​ກຸ່ມ​ຊ່ວຍ​ເຫຼືອຢູ່​ສູນ​ກາງຮັບມື​ທີ່​ນະຄອນ
ບຣັສ​ເຊີ​ລສ໌ ກ່າວ​ວ່າ ຮ່ອງ​ຮອຍ​ທີ່ໃຫ້ກຳລັງໃຈຢ່າງນຶ່ງ ກໍ​ຄື​ບັນດາ​ນັກຊ່ຽວຊານທີ່ຄວບ
​ຄຸ​ມການແຜ່​ລະ​ບາດ ​ໄດ້​ຕິດຕາມເບິ່ງ​ທີ່​ມາ​ຢູ່ສູ​ນກາງຂອງ​ການລະບາດ ​ໃນ​ເຂດ​ຊົນ
ນະບົດຂອງຄອງໂກ.

“​ແນ່ນ​ອນຍັງ​ໄວ​ເກີນ​ໄປ​ທີ່​ຈະ​ກ່າວ​ໄດ້ວ່າ ມັນ​ຢູ່​ພາຍ​ໃຕ້ການ​ຄວບ​ຄຸມ ​ແຕ່​ປາກົດ​ວ່າ
ເປັນ​ໄປ​ໃນ​ທາງບວກ”
ນັ້ນຄືຄຳເວົ້າຂອງທ່ານ​ນາງ​ໄດ້​ກ່າ​ວ​ໃນ​ວັນ​ພະຫັ​ດທີ່​ຜ່ານ​ມາ.
ບັນດາ​ນັກ​ຊ່ຽວຊານທີ່ຄວບ​ຄຸມ​ການ​ແຜ່​ລະບາດ​ໄດ້​ຕິດ​ຕາມເບິ່ງໃນ​ອັນ​ທີ່​ທ່ານ​ນາງ​
ຮ້ອງ​ວ່າ ທີ່​ມາ​ຂອງ​ການ​ແຜ່ຜາຍ ຊອກ​ຫາ​ພວກຄົນ​ປ່ວຍ ​ແລະ​ບັນ ດາ​ຄອບຄົວ​ເຂົາ​
ເຈົ້າ ​ເພື່ອໃຫ້​ພວກ​ນັກວິທະຍາສາດ​ສາມາດມອງເຫັນພາບ​ເປັນ​ຢ່າງ​ດີ​ຂອງ​ທີ່​ມາໃນ​
ການ​ແຜ່​ລະບາດ ​ແລະ​ມັ​ນ​ໄດ້​ແຜ່ລາມ​ອອກ​ໄປ​ຢ່າງ​ໃດ.

ພະນັກງານຄົນນຶ່ງທີ່ກຳກັບການເຂົ້າໄປຫາເຂດ ຄວາມປອດໄພຂອງອີໂບລາ ຢືນຢູ່ທາງເຂົ້າໂຮງໝໍ ວານກາຕາ ເຣເຟຣັນສ໌ ທີ່ເມືອງບັນດາກາ ສາທາລະນະລັດ ປະຊາທິປະໄຕຄອງໂກ ທີ 20 ພຶດສະພາ 2018.

“ມັນເປັນ​ຮ່ອງ​ຮອຍທີ່ດີ ​ທີ່​ພວກ​ເຮົາສາມາດມອງເຫັນ ​ແລະ​ມັນ​ກໍເປັນ​ຮ່ອງ​ຮອຍ​ທີ່ດີ
ທີ່​ຄະນະທີມງານຂອງ​ພວກ​ເຮົາ​ເບິ່ງຄືໄດ້ກ່າວອອກມາວ່າ ພວກ​ຄົນ​ເຫລົ່າ​ນີ້​ແມ່ນມີ
ການຕິດຕໍ່ກັນ” ​ແລະ​ຈຳກັດຢູ່ໃນບາງ​ຄອບຄົວ​ ​ແລະ​ບໍ່ເທົ່າໃດ​ບ້ານ​ທໍ່ນັ້ນ.

ການລະບາດ​ດັ່ງກ່າວ ​ໄດ້​ພາໃຫ້ມີ​ຄວາມ​ຢ້ານ​ກົວ​ວ່າ ມັນ​ອາດແຜ່ລະບາດອອກ​ໄປ​ຄື​ກັບການລະບາດ ​ຢູ່ເຂດອາ​ຟຣິ​ກາ​ຕາ​ເວັນ​ຕົກ​ໃນລະຫວ່າງ​ປີ 2014 ຫາ 2016 ທີ່​ໄດ້​
ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 11,000 ຄົນ ​ໃນ​ກີ​ເ​ນຍ ​ໄລ​ບີເຣຍ ​ແລະ​ຊີ​ແອຣາ ​ເລ​ອອນ. ນັ້ນ
ແມ່ນ​ການລະບາ​ດທີ່ຮ້າຍ​ແຮງ​ສຸດ​ໃນ​ປະຫວັດ​ສາດ​ຂອງ​ພະ​ຍາດດັ່ງກ່າວນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ