ໜັງສືພິມ ທີ່ສຳຄັນ ໃນລັດໄອໂອວາ ປະກາດ ສະໜັບສະໜຸນ ທ່ານນາງ Clinton ແລະທ່ານ Rubio

ຜູສະໝັກ ປະທານາທິບໍດີ ສະຫະລັດ ພັກເດໂມແຄຣັດ ທ່ານນາງ Hillary Clinton (ຊ້າຍ) ແລະ ຜູ້ສະໝັກຂອງພັກຣີພັບບລິກັນ ທ່ານ Marco Rubio (ຂວາ).

ໜັງສືພິມ Des Moines Register ​ຊຶ່ງ​ເປັນ​ໜັງສືພິມ​ທີ່ໃຫຍ່​
ສຸດໃນລັດໄອ​ໂອວາ​ຈະເປັນ​ຜູ້​ອອກສຽງຜູ້​ທຳ​ອິດ​ໃນ​ການ​ຄັດ​
ເລືອກ ​ຜູ້ສະໝັກ​ ເປັນ​ປະທານາທິບໍດີ ສະຫະລັດ​ ໃນ​ວັນ​ທີ 1
ກຸມພາ​ ຈະ​ມານີ້​ ໄດ້​ປະກາດ​ ສະໜັບສະໜຸນ​ ທ່ານ Marco
Rubio ຈາກ​ພັກ​ຣີພັບ​ບລີ​ກັນ ​ແລະທ່ານ​ນາງ Hillary Clin-
ton​ ຈາກ​ພັກ​ເດ​ໂມ​ແຄຣັດ.

ຄະນະບັນນາທິການ​ ຂອງໜັງສື​ພິມ ຂຽນກ່ຽວກັບທ່ານ​ນາງ
Clinton ວ່າ “ບໍ່​ມີ​ຜູ້​ສະໝັກ​ຄົນໃດມີ​ຄຸນ​ນະ​ສົມບັດທຽບ​ເທົ່າ
ກັບທ່ານ​ນາງ​ໃນ​ຄວາມ​ເລິກ​ແລບ ຫລືວ່າ​ຄວາ​ມກວ້າງຂວາງ
ໃນ​ດ້ານ​ຄວາມ​ຮູ້​ ແລະ​ປະສົບ​ພະການ.”

ສຳ​ລັບ​ບັນດາ​ຜູ້ສະ​ໝັກຂອງພັກຣີພັບ​ບລິ​ກັນນັ້ນໜັງ​ສີ​ພິມ Register ​ໄດ້​ສະ​ເໜີແນະ​
ທ່ານ Robio ວ່່າເປັນ​ຜູ້​ສະໝັກ​ທີ່​ອາດ “ຕັ້ງ​ທິ​ດທາງ​ໃໝ່​ໃຫ້​ແກ່​ພັກ” ​ທີ່ໄດ້ ປະຕິ​ເສດ​ຕໍ່
​ຄວາມ​ຮູ້ສຶກໂກດ​ແຄ້ນ​ໃນ​ປັດຈຸບັນ ​ທີ່ເບິ່ງ​ໂລກ​ໄປ​ໃນ​ແງ່​ຮ້າຍ ​ແລະ​ມີຄວາມຢ້ານ​ກົວ
ແລະ​ແທນ​ທີ່ຈະ​ເນັ້ນ​ໜັກ​ເຖິງ​ເລື້ອງ “​ໂອ​ກາດ​ແລະມີ​ຄວາມ​ຫວັງ ​ໄປ​ໃນ​ແງ່​ດີ.”

ການປະກາດໃຫ້ຄວາມ​ສະໜັບສະໜຸນ​ແກ່ຜູ້​ສະ​ໝັກ​ທີ່​ມີ​ຄະ​ແນນ​ນຳ​ໜ້າ​ຂອງພັກ ຣີພັບ
​ບລິ​ກັນ ມະຫາ​ເສດຖີ​ອະສັງຫາ​ລິ​ມະ​ຊັບ ທ່ານ Donald Trump ​ໄດ້ປາ ກົດ​ວ່າ​ບໍ່ມີ​ທາງ​
ທີ່​ຈະເປັນ​ໄປ​ໄດ້ ຫລັງ​ຈາກ​ໜັງສື​ພິມ​ໄດ້​ເຜີຍ​ແຜ່ບົດ​ບັນນາທິການ ​ໃນ​ເດືອນ​ກໍລະກົດທີ່
​ຜ່ານ​ມາ ຮຽກຮ້ອງ​ໃຫ້​ທ່ານ​ຢຸດ​ເຊົາ “ການ​ກ່າວ​ສະ​ແດງ​ແບບ ນ້ຳ​ຖ້ວມ​ທົ່ງ” ​ແລະຖອນ
​ຕົວຈາກ​ການ​ເລືອກ​ຕັ້ງ.

ບັນດາ​ຜູ້ທີ່ຊະນະ​ການ​ປະຊຸມ​ຄັດ​ເລືອກ​ຢູ່​ລັດ​ໄອ​ໂອວາ ບໍ່ແມ່ນສະ​ເໝີ​ໄປ​ທີ່​ຈະໄດ້​ເປັນ​ຜູ້​
ຖື​ທຸງ​ຂອງ​ພັກ ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປໃນ​ເດືອນ​ພະ​ຈິກ ຫລືກະ​ທັງ ​ເປັນຜູ້​ຊະນະ​ຈາກ
ການ​ປ່ອນ​ບັດ​ຢູ່​ໃນ​ລັດຕ່າງໆ.

ໜັງສືພິມສະບັບ​ນີ້​ເຄີຍໃຫ້ປະກາດ​ໃຫ້ການ​ສະໜັບສະໜຸນ​ ທ່ານ​ນາງ Clinton ມາ​ແລ້ວ
ລະຫວ່າງ​ການ​ແລ່ນ​ເລືອກ​ຕັ້ງປະທານາທິບໍດີ ​ໃນ​ປີ 2008 ​ໂດຍ​ກ່າວ​ວ່າ ທ່ານ​ນາງ​ໄດ້
​ເປັນ​ຜູ້​ໂດດ​ເດັ່ນ ​ຍ້ອນ​ທ່່ານ​ນາງ “ມີ​ຄວາມ​ພ້ອມທີ່​ຈະ​ນຳພາ.” ແຕ່ໃນ​ທີ່​ສຸດ ທ່ານ
Barrack Obama ​ໄດ້​ຊະນະ​ກອງ​ປະຊຸມຄັດ​ເລືອກ​ຂອງ ພັກ​ທີ່​ລັດ​ໄອ​ໂອວາ ​ແລະທ່ານ
​ນາງ Clinton ໄດ້​ຮັບ​ຄະ​ແນນ​ສຽງ​ເປັນ​ທີ​ສາມ​ຫລັງຈາກທ່ານ John Edwards.

​ໃນ​ປີ​ດຽວ​ກັນນີ້ ໜັງສືພິມ Register ​ໄດ້ປະກາດ​ ໃຫ້ການ​ສະໜັບສະໜຸນ​ແກ່ສະມາຊິກ
​ສະພາ​ສູງ John McCain ສຳລັບພັກຣີພັບບລິ​ກັນ ທ່ານ​ໄດ້ຮັບ​ຄະ​ແນນ ສຽງ​ເປັນທີສີ່
ຢູ່ລັດ​ໄອ​ໂອວາ ​ແຕ່​ໃນ​ທີ່​ສຸດ​ກໍ​ໄດ້​ກາຍເປັນ​ຜູ້ຕາງໜ້າ​ຂອງພັກກ່ອນ​ ເສຍ​ໄຊ​ໃນ​ການ​ເລື
​ອກຕັ້ງ​ທົ່ວ​ໄປ ໃຫ້​ແກ່ ທ່ານ Barrack Obama.

Your browser doesn’t support HTML5

US Politics