ທະນາຍຄວາມ ຂອງນັກຂ່າວ ອອສເຕຣເລຍ ຍື່ນຄຳຮ້ອງ ຂໍໃຫ້ເນລະເທດ ລູກຄວາມຂອງລາວ

ຜູ້ປະທ້ວງຄົນໜຶ່ງ ຊູຮູບພາບ ທ່ານ Peter Gresteນັກຂ່າວສະຖານີໂທລະພາບ Al Jazeera ທີ່ເປັນຄົນອອສເຕຣເລຍ ໃນລະຫວ່າງ ການເດີນປະທ້ວງ ຢູ່ດ້ານໜ້າ ສະຖາທູດອີຈິບ ຢູ່ທີ່ ນະຄອນຫລວງ Mexico City ປະເທດ Mexico, ວັນທີ 27 ກຸມພາ 2014.

ຄອບ​ຄົວ​ຂອງ​ນັກ​ຂ່າວ​ອອສ​ເຕຣ​ເລຍຄົນນຶ່ງ ທີ່ຖືກ​ກັກ​ຂັງ
ໃນ​ອີ​ຈິບ ກ່າວ​ວ່າ ບັນດາ​ທະນາຍຄວາມ​ຂອງ​ຜູ້ກ່ຽວ ​ໄດ້​ຍື່ນ​
ຄຳຮ້ອງຂໍ​ໃຫ້​ອີ​ຈິບ​ເນ​ລະ​ເທດຜູ້ກ່ຽວ.

ການ​ເຄື່ອນ​ໄຫວ​ຂໍ​ເນລະ​ເທດນີ້ ມີຂຶ້ນຫຼັງຈາກ​ມີການ​ຕັດສິນ
ໂດຍສານ​ອີ​ຈິບ​ແຫ່ງ​ໜຶ່ງ ​ໃນ​ວັນ​ພະຫັດ​ວານ​ນີ້ ທີ່​ສັ່ງ​ໃຫ້​ດຳ​ເນີນ
​ຄະດີ​ຄືນ​ໃໝ່ ນັກ​ຂ່າວ​ໂທລະພາບ al-Jazeera ທ່ານ Peter
Greste ແລະ ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານອີກ 2 ຄົນ ຜູ້ນຶ່ງຄື
ທ່ານ Mohamed Fahmy ​ທີ່ ມີ​ສັນ​ຊາດ​ກາ​ນາ​ດາ ​ເຊື້ອສາຍ
​ອີ​ຈິບ ​ແລະ ທ່ານ Baher Mohamed ທີ່ເປັນຄົນ​ອີ​ຈິບ.

ບັນດາອ້າຍ​ນ້ອງ​ຂອງ ທ່ານ Greste ກ່າວ​ໃນ​ວັນ​ສຸກ​ມື້​ນີ້ຢູ່​ທີ່​ອອສ​ເຕຣ​ເລຍວ່າ ເຂົາ​ເຈົ້າ​
ໄດ້ຕັ້ງ​ຄວາມ​ຫວັງ ກ່ຽວກັບ​ການ​ກັບ​ຄືນ​ໄປອອສ​ເຕຣ​ເລຍ ຂອງ​ອ້າຍ​ເຂົາ​ເຈົ້າ ​ຍ້ອນ​ດຳລັດ​ ເມື່ອໄວໆມານີ້ ຂອງ​ປະທານາທິບໍດີ Abdel Fattah al-Sissi ທີ່​ມອບອຳນາດ​ໃຫ້ທ່ານ
​ເນລະ​ເທດຊາວ​ຕ່າງ​ດ້າວ ​ທີ່​ຖືກ​ສົງໄສກະທຳຄວາມຜິດ ໃນຄະດີອາຍາ.

ລັດຖະມົນຕີການຕ່າງປະເທດອອສເຕຣເລຍທ່ານນາງ Julie Bishop ໃຫ້ການຢືນຢັນ
ກ່ຽວກັບເສັ້ນທາງການເນລະເທດ ທີ່ກຳລັງດຳເນີນຢູ່ ສຳລັບທ່ານ Greste.

ສານ​ໃນນະຄອນໄຄ​ໂຣ ​ບໍ່ໄດ້​ກຳນົດ​ມື້ ສຳ​ຫລັບ​ການ​ດຳ​ເນີນ​ຄະດີ​ຄືນ​ໃໝ່ ຕໍ່​ບັນດາ​ນັກ​ຂ່າວ ​ເຫຼົ່ານີ້.

ພວກ​ນັກ​ຂ່າວ ຍັງ​ຢູ່​ໃນ​ຄຸກ ອີ​ຈິບ

ນັກ​ຂ່າວ​ທັງ 3 ຄົນຖືກ​ຈັບ​ກຸມ ​ໃນ​ເດືອນ​ທັນວາ ປີ 2013 ຢູ່​ທີ່​ໂຮງ​ແຮມແຫ່ງ​ໜຶ່ງ ໃນນະຄອນ ຫລວງ​ ໄຄ​ໂຣ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ເຮັດ​ວຽກ​ຢູ່​ນັ້ນ. ​ໃນ​ເດືອນ​ກໍລະກົດ ສານ​ແຫ່ງ​ໜຶ່ງ​ ໄດ້​ຕັດສິນ​ວ່າ​ ພວກ​ເຂົາ​ເຈົ້າມີ​ຄວາມຜິດ ​ໃນ​ຖານ​ສະໜັບສະໜຸນ ພັກ​ພະລາ​ດອນ​ພາບມຸສລິ​ມ
ຫຼື Muslim Brotherhood ທີ່​ທາງ​ການ​ໄດ້​ຫ້າມ​ເຄື່ອນ​ໄຫວ​ນັ້ນ ​ແລະ ​ໄດ້​ຕັດສິນ​ລົງ​ໂທດໃຫ້ ທ່ານ Greste ​ແລະ ທ່ານ Fahmy ຈຳ​ຄຸກ 7 ປີ ​ແລະ ທ່ານ Mohamed ຈຳ​ຄຸກ 10 ປີ.

​ໂຄສົກ​ຂອງສະຖານີ​ໂທລະພາບ Al Jazeera ກ່າວ​ວ່າ ບັນດາເຈົ້າໜ້າ​ທີ່​ອີ​ຈິບຄວນປ່ອຍ
ໂຕ ​ບັນດານັກ​ຂ່າວ ​ໃຫ້​ເປັນ​ອິດສະຫຼະ ຢ່າງ​ຮີບ​ດ່ວນ ​ແທນ​ທີ່​ຈະ “ສືບ​ຕໍ່​ຄວາມ​ບໍ່​ເປັນ​
ທຳ​ອັນ​ນີ້ ​ແລະ​ທຳລາຍ​ພາບ​ພົດ ປະ​ເທດຂອງ​ຕົນ ​ໃນ​ສາຍຕາ​ຂອງ​ໂລກນັ້ນ.”

ສະຖານີ​ໂທລະພາບດັ່ງກ່າວ ​ໄດ້​ຢືນຢັນ​ວ່າ ທັງ​ສາມ​ທ່ານ ແມ່ນ​ທຳ​ໜ້າ​ທີ່​ຂອງພວກ​ເຂົາ​ເຈົ້າ ​ເພື່ອ​ລາຍ​ງານ​ຂ່າວ ບໍ່​ແມ່ນ​ເພື່ອຊ່ວຍ​ເຫຼືອ ພັກ​ພະລາ​ດອນ​ພາບ ​ແລະ ປະທານາທິບໍດີ ທ່ານ Mohamed Morsi ທີ່​ຖືກ​ໂຄ່ນ​ລົ້ມໄປນັ້ນ.

Your browser doesn’t support HTML5

EGYPTIAN JOURNALISTS VIDEO