ທີມ Denver ຊະນະ ທີມ Carolina ໃນການແຂ່ງຂັນ Super Bowl ຄັ້ງທີ 50

ທ້າວ Cam Newton ນັກກິລາທີມ Carolina Panthers, ຊ້າຍ, ລົມກັບທ້າວ Peyton Manning ຈາກທີມ Denver Broncos ຫຼັງຈາກຈົບການແຂ່ງຂັນ NFL Super Bowl ຄັ້ງທີ 50 ໃນວັນອາທິດວານນີ້, 7 ກຸມພາ, 2016.

ທີມ Denver Broncos ໄດ້ຮັບໄຊຊະນະທີມ Carolina Panthers 24 ຕໍ່ 10 ໃນການແຂ່ງຂັນຊິງຊະນະເລີດກິລາ ຟຸດ ບອລ ອາເມຣິກັນ ຫຼື NFL Super Bowl ຄັ້ງທີ 50 ໃນວັນອາທິດ ວານນີ້ ທີ່ສະໜາມແຂ່ງຂັນ Levi’s ໃກ້ກັບນະຄອນ San Francisco ລັດ California.

​ເຖິງແມ່ນວ່າຈະຖືກຍົກໃຫ້ເປັນທີມທີ່ມີກອງຫຼັງດີທີ່ສຸດໃນ NFL ກໍ ຕາມແຕ່ ທີມ Broncos ທີ່ມາຈາກສາຍ American Football Conference ກໍໄດ້ເຂົ້າມາແຂ່ງຂັນໃນຖານະທີມທີ່ເປັນຮອງຕໍ່ກັບ ທີມ Carolina Panthers ທີ່ມາຈາກສາຍ National Football Conference, ເຊິ່ງເປັນທີມທີ່ມີຄຸນນະພາບໃນການທຳແຕ້ມສູງ ນຳໜ້າໂດຍດາລານັກກິລາຜູ້ ແກວ່ງບານທີ່ຫຼິ້ນປະຈຳຕຳແໜ່ງກອງຫຼັງ ຫຼື quarterback, ທ້າວ Cam Newton, ເຊິ່ງເປັນຜູ້ທີ່ຖືກຕັ້ງຊື່ວ່າເປັນນັກກິລາທີ່ຊົງຄຸນຄ່າທີ່ສຸດໃນພຽງຄືນດຽວ ກ່ອນການແຂ່ງຂັນຊະນະເລີດດັ່ງກ່າວ.

ພາບການສະແດງເຄິ່ງເວລາ ຂອງການແຂ່ງຂັນກິລາ NFL Super Bowl ຄັ້ງທີ 50 ໃນຕອນແລງຂອງວັນອາທິດວານນີ້ ທີ່ນະຄອນ San Francisco ລັດ California. 7 ກຸມພາ 2016. (Photo: P. Brewer/VOA)

ແຕ່ວ່າ quarterback ຂອງທີມ Denver ໄດ້ບຸກ ແລະ ກົດດັນທີມ Carolina ຕະຫຼອດການ ແຂ່ງຂັນ, ເຮັດໃຫ້ການແຂ່ງຂັນ Super Bowl ສ້າງສະຖິຕິໃໝ່ສຳລັບການປ້ຳໃນຂະນະທີ່ quarterback ກຳລັງແກວ່ງບານ 7 ຄັ້ງ, ເຊິ່ງ 6 ຄັ້ງແມ່ນມາຈາກທ້າວ Newton, ນອກນັ້ນ ລາວຍັງໄດ້ເຮັດໃຫ້ບານຫຼຸດມືຂອງລາວ 2 ເທຶ່ອ, ເຊິ່ງທັງສອງຄັ້ງນັ້ນໄດ້ນຳໄປສູ່ການເຮັດໃຫ້ ທີມ Denver ໄດ້ຄະແນນ.

ການເຮັດບານຫຼຸດມືຂອງທ້າວ Newton ແມ່ນຖືກກໍ່ກວນໂດຍກອງຫຼັງທ້າວ Von Miller, ເຊິ່ງ ໄດ້ຫຼິ້ນຈົບລົງດ້ວຍການປ້ຳ 2 ເທື່ອເຄິ່ງ ແລະ ຕຳຄູ່ຕໍ່ສູ້ລົ້ມ 6 ເທື່ອ ເຮັດໃຫ້ລາວໄດ້ຮັບລາງວັນ ນັກກິລາທີ່ຊົງຄຸນຄ່າທີ່ສຸດຂອງການແຂ່ງຂັນ, ເຮັດໃຫ້ລາວເປັນກອງຫຼັງຄົນທີ 10 ແລະ ເປັນ ແຖວຫຼັງຄົນທີ 4 ທີ່ໄດ້ຮັບກຽດນິຍົມ.

Your browser doesn’t support HTML5

Fans Flock to 'NFL Experience' in San Francisco to Run Drills

Your browser doesn’t support HTML5

US Super Bowl