ນາຍ Dennis Rodman ອະດີດ ນັກກີລາບານບ້ວງ ອາເມຣິກັນ ເຂົ້າສູນປິ່ນປົວ ຄົນຕິດເຫຼົ້າ (ວີດີໂອ)

ນາຍ Dennis Rodman ອະດີດນັກກີລາບານບ້ວງ ອາເມຣິກັນ ເວລາເດີນທາງໄປຮອດ ສະໜາມບິນສາກົນຂອງ ກຸງປັກກິງ ຈາກກຸງພຽງຢາງ, ວັນທີ 13 ມັງກອນ 2014.

ນາຍ Dennis Rodman ດາລາ​ກີລາ​ບານບ້ວງ​ເບ້ຍ​ບຳນານ
​ອາ​ເມຣິກັນ ​ໄດ້ ເຂົ້າ​ສູນປິ່ນປົວ​ຄົນ​ຕິດ​ເຫຼົ້າ ຫຼັງ​ຈາກ​ກັບ​ຄືນ​ມາ
ຮອດ​ສະຫະລັດ ​ຈາກ​ການ​ເດີນ ທາງ​ຢ້ຽມຢາມ​ເກົາຫຼີ​ເໜືອ​ຄັ້ງ​
ຫຼ້າ​ສຸດ ບ່ອນ​ທີ່​ຜູ້ກ່ຽວ​ໄດ້​ໄປຮ່ວມໃນ​ການສະ​ແດງ​ກີລາ​ບານ
ບ້ວງ​ ສຳລັບ​ວັນ​ເກີດ​ຂອງ​ທ່ານ Kim Jong Un ຜູ້ນຳ​ເກົາຫຼີ
​ເໜືອ.

ນາຍ Darren Prince ​ໂຄສົກ​ຂອງນາຍ Rodman ກ່າວ​ໃນ​
ວັນ​ເສົາ​ວານ​ນີ້​ວ່າ ນາຍ Rodman ​ໄດ້​ເຂົ້າ​ໄປ​ປິ່ນປົວ​ໂຕ​ຢູ່​
ສະຖານ​ທີ່​ດັ່ງກ່າວ​ໂດຍ​ຄວາມ​ສະມັກ​ໃຈລາວ​ເອງ ​ແຕ່​ບໍ່​ໄດ້
​ເປີດ​ເຜີຍ​ໃຫ້​ຮູ້​ກ່ຽວ​ກັບບ່ອນ​ຕັ້ງ​ຂອງ​ສູນ​ປິ່ນປົວ​ດັ່ງກ່າວ​ ແລະ
​ກໍ່​ບໍ່​ໄດ້​ບອກໃຫ້​ຮູ້​ວ່າ ນາຍ Rodman ຈະ​ໄປ​ຮັບ​ການ​ປິ່ນປົວ​ດົນ​ປານ​ໃດ.

​ໃນ​ລະຫວ່າງ​ທີ່ຢູ່​ເກົາຫລີ​ເໜືອ ອັນທີ່ຜູ້ກ່ຽວບັນລະຍາຍວ່າເປັນການເດີນ ທາງເພື່ອ
“​ດຳ​ເນີນ​ການ​ທູດ​ບານບ້ວງ” ​ນັ້ນນາຍ Dennis Rodman ກ່າວ​ຖ້ອຍ​ຄຳທີ່ໃຊ້​ຄຳ
ເວົ້າບໍ່​ສຸພາບ​ແລະ​ເວົ້າ​ລ່າຍ​ໄປ​ທົ່ວ ​ໃນ​ລະຫວ່າງ​ການ​ໃຫ້​ສຳພາດ​ຕໍ່ຕາໜ່າງ​ໂທລະ
ພາບ CNN ຊຶ່ງປາກົດວ່າ ເຂົາໄດ້​ຖິ້ມໂທດໃສ່​ພົນລະເມືອງ​ອາ​ເມຣິກັນ​ຄົນ​ນຶ່ງ ​ທີ່​ຖືກ
ລັດຖະບານພຽງຢາງຄຸມ​ຂັງຢູ່​ນັ້ນວ່າ ເປັນຄວາມຜິດຂອງຜູ້ກ່ຽວເອງ ​ແລະ​ສົມຄວນ​
ຖືກ​ກັກ​ຂັງ​ແລ້ວ.

Your browser doesn’t support HTML5

Rodman Visit to North Korea Sparks Strong Reactions