ການ​ພັດທະນາຢາວັກຊິນ ຕ້ານໄຂ້ເລືອດອອກ ຍັງມີ​ຄວາມ​ຫວັງຢູ່

  • Jessica Berman
    ບົວສະຫວັນ

ເດັກຊາຍຜູ້ນຶ່ງກໍາລັງແລ່ນໄປກ່ອນ ຊາຍຜູ້ນຶ່ງທີ່ກໍາລັງສີດ ຢາຂ້າຍຸງ ຢູ່ຕາມຖະໜົນສາຍຕ່າງໆ ຂອງເມືອງ Lahore, ປະເທດປາກິສຖານ ເພື່ອຕ້ານກັບການແຜ່ລະບາດຂອງໄຂ້ເລືອດອອກ ໃນວັນທີ 20 ກັນຍາ, 2011.

ອົງການ​ອະນາ​ໄມ​ໂລກຫລື WHO ​​ຄາດ​ຄະ​ເນ​ວ່າ 2 ພັນ 500 ລ້ານ​ຄົນ ຊຶ່ງ​ເປັນ​ຈໍານວນ​ທີ່ ​ຫລາຍ​ກວ່າ 2 ສ່ວນ 5 ຂອງ​ພົນລະ​ເມືອງ​ໂລກ ​ແມ່ນ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ຕໍ່ການ​​ຕິດເຊື້ອ​ໄຂ້​ ເລືອດ​ອອກ ອັນເປັນ​ການ​ເຈັບ​ປ່ວຍທີ່​ເກີດ​ມາ​ຈາກ​ຍຸງ ຊຶ່ງ​ປະ​ເພດ​ທີ່ຮ້າຍ​ແຮງ​ສຸດນັ້ນ ສາມາດ ​ພາ​ໃຫ້​​ເສຍ​ຊີວິດ​ໄດ້. ​ມາຈົນ​ເຖິງ​ປັດຈຸບັນ​ນີ້ການ​ດໍາ​ເນີນ​ຄວາມ​ພະຍາຍາມ ​ໃນ​ການ​ພັດທະນາ ​ຢາ​ວັກ​ຊິນ​ຕ້ານ​ພະຍາດ​ນີ້ຍັງ​ບໍ່ທັນ​ໄດ້ຮັບຜົນ​ສໍາ​ເລັດ​ເທື່ອ. ຫາກ​ແຕ່​ວ່າ ດັ່ງ​ທີ່ພວກ​ເຮົາ​ໄດ້​ຍິນ ຈາກນາງ Jessica Berman ​ຜູ້​ສື່​ຂ່າວວີ​ໂອ​ເອ​ໃນ​ລາຍ​ງານ​ນີ້ກໍ​ແມ່ນ​ວ່າ ພວ​ກນັກຄົ້ນຄວ້າ ​ເວົ້າວ່າ ຢາ​ວັກ​ຊິນ ທີ່​ໄດ້ຮັບການ​ທົດ​ລອງ​ຢູ່​ນັ້ນ ກໍາລັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ຄວາມ​ຫວັງຢູ່. ບົວ​ສະຫວັນ​ມີລາຍ​ລະອຽດ​ເລື້ອງນີ້ ມາສະ​ເໜີທ່ານ ​ໃນອັນ​ດັບ​ຕໍ່​ໄປ.

ນັບ​ຕັ້ງ​ແຕ່​ເວລາ​ທີ່ໄຂ້​ເລືອດອອກ​ໄດ້ຖືກຄົ້ນພົບ​ເປັນ​ເທື່ອ​ທຳ​ອິດເມື່ອ ເຄິ່ງສັດຕະວັດ​ກ່ອນ
ໜ້ານີ້ ​ການ​ຄຸກ​ຄາມຂອງ​ພະຍາດ​ດັ່ງກ່າວ​ ໄດ້​ເພີ້ມທະວີ​ຂຶ້ນຢ່າງ​ວ່ອງ​ໄວ. ອົງການອະນາ
ໄມໂລກຫລື WHO ເວົ້າ ວ່າ ປັດຈຸບັນ​ນີ້ ​ໄຂ້​ເລືອດ​ອອກ​ໄດ້​ແຜ່​ລະບາດຢູ່ໃນຫລາຍກວ່າ
ຮ້ອຍປະເທດ ​ແລະມີ​ຫລາຍ 50 ລ້ານຄົນ​ໄດ້​ຕິດເຊື້ອພະຍາດ​ນີ້ໃນແຕ່ລະ ປີຢູ່ໃນທົ່ວໂລກ.

ທ່ານ Scott Halstead, ທີ່​ປຶກສາ​ອາວຸ​ໂສ ​ຂອງໂຄງການ​ລິ​ເລີ້ມຜະ ລິດ​ຢາ​ວັກ​ຊິນກັນ
ໄຂ້​ເລືອດ​ອອກ ຊຶ່ງ​ເປັນ​ກຸ່ມ​ຄົ້ນຄວ້າ​ທາງ​ການ​ແພດ ລວມຂອງ​ນາໆ​ຊາດ​ເວົ້າວ່າ ຢາ​ປິ່ນປົວ
ໄຂ້​ເລືອກ​ອອກທີ່​ເປັນ​ນໍ້າໄດ້​ເຮັດ​ໃຫ້​ອັດຕາ​ການ​ຕາຍຍ້ອນການ​ເຈັບ​ປ່ວຍ ທີ່ເກີດ​ຈາກ​ພະ
ຍາດ​ປະ​ເພດຮ້າຍ​ແຮງສຸດ​ນັ້ນ ຫລຸດ​ລົງ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ Halstead ​ໄດ້​ກ່າວ​ເພີ້ມ
ວ່າ ​ໃນ​ຊ່ວງລະດູ​ຝົນຢູ່​ໃນ​ຫລາຍຂົງເຂດ​ທີ່​ມີອາກາດຮ້ອນ ​ແລະອຸ່ນ ຊຶ່ງ​ເປັນ​ໄລຍະ​ທີ່​ຍຸງ​
ທີ່​ນໍ​າ​ເອົາເຊື້ອພະຍາດ​ໄຂ້​ເລືອດອອກ​ໄປ​ແຜ່ຜາຍ​ນັ້ນ ພວມ​ຢູ່​ໃນ​ລະຫວ່າງ​ການ​ເພາະ​ພັນ
ແລະ​ຊອກ​ຫາ​ກິນ​ເລືອດ ນັ້ນ ຍັງ​ສືບ​ຕໍ່ເປັນຊ່ວງ​ໄລຍະ​ທີ່​ມີ​ຄວາມ​ກັງວົນ​ໃຈ​ກັນເປັນ​ພິ​ເສດ
ເພາະວ່າ ບໍ່ມີ​ຢາສະ​ເພາະ​ໃດໆ ຫລື​ການ​ປິ່ນປົວ​ທີ່​ສາມາດເຮັດ​ໃຫ້ໄຂ້​ເລືອດອອກຫາຍ​ດີ​ໄດ້.

ທ່ານ Scott Halstead ກ່າວ​ວ່າ “​ໃນ​ຂະນະ​ທີ່​ອັດຕາ​ການ​ເສຍ​ຊີວິດ ​ໃນ​ທີ່​ຈິງ​ແລ້ວ ຂ້ອນ​ຂ້າງ​ຕໍ່າ ​ຍ້ອນ​ວ່າ​ມີ​ການ​ປິ່ນປົວ​ດີ​ຢູ່​ໃນໂຮງໝໍ ຊຶ່ງເປັນ​ສິ່ງ​ທີ່​ແຕກ​ຕ່າງ​ຈາກພະຍາດ​ຕິດ​ຕໍ່​ສຳຄັນ​ອື່ນໆເກືອບໝົດທຸກ​ຢ່າງ

ໄຂ້​ເລືອດອອກ ທີ່​ເປັນ​ປະ​ເພດ​ຮ້າຍ​ແຮງທີ່​ສຸດ​ນັ້ນ ຍັງ​ເອີ້ນ​ອີກຊື່​ນຶ່ງ​ວ່າ “​ໄຂ້​ກະດູກ​ແຕກ” ສາມາດ​ທີ່​ຈະ​ເຮັດ​ໃຫ້​ມີ​ອາການ​ເລືອດ​ຕົກ​ທາງ​ໃນ, ການໝູນວຽນຂອງ​ເລືອດ​ທີ່​ຫລົ້ມ​ເຫ​ລວ, ສະ​ລົບ, ​ໝົດສະຕິ ຫລື ໂຄ​ມາ ​ແລະ​ເສຍ​ເຊີ​ວິດ​ໄດ້.

ພວກນັກຄົ້ນຄວ້າ ພາກັນເບິ່ງຮູບຂອງຍຸງລາຍຫຼື ຍຸງເອອີດີສ໌ ​ເອຈິບທາຍ (Aedes aegypti) ໂຕແມ່ ທີ່ເຮັດໃຫ້ບີ ບໍ່ສາມາດຍ່ອຍເລືອດໄດ້.

ເຊື້ອໄວຣັສ​ໄຂ້​ເລືອດ​ອອກມີ​ຢູ່ 4 ຊະນິດທີ່​ແຕກ​ຕ່າງ​ກັນ ຊຶ່ງ​ໄດ້​ມີ​ການ ​ແຜ່​ເຊື້ອ​ໂດຍຍຸງ​ລາຍ​ຫຼື ຍຸງເອອີດີສ໌ ​ເອຈິບທາຍ (Aedes aegypti). ອີງ​ຕາມ
ທ່ານ Halstead ຄວາມ​ຫຍຸ້ງ
ຍາກ​ໃນ​ການ​ພັດທະນາ​ຢາ​ວັກ
ຊິນ ກໍ​ຄື​ວ່າ ຄົນ​ຜູ້​ນຶ່ງ ອາດ​ຈະ​
ພັດທະນາ​ລະບົບພູມ​ຕ້ານທານ
ຂອງ​ຮ່າງກາຍ​ໃຫ້​ແຂງ​ແຮງສຳ
ລັບຕໍ່ຕ້ານ​ເຊື້ອ​ໄວຣັສຊະນິດ​ນຶ່ງ
ແຕ່​ວ່າ ອາດ​ຈະ​ບໍ່ມີ​ຄວາມ​ຕ້ານ
ທານ​ ຕໍ່​ໄວຣັສຊະນິດອື່ນ.

ທ່ານ Halstead ​ເວົ້າວ່າ ສະພາບ​ການ​ອັນ​ນີ້ ​ໄດ້​ສ້າງ​ຂັ້ນຕອນ​ອັນ​ນຶ່ງ ໃຫ້​ມີ​ການ​ຕິດ​ເຊື້ອທີ່ຮ້າຍ​ແຮງຂຶ້ນກວ່າເກົ່າ​ໃນ​ຂັ້ນຕໍ່​ໄປ.

ທ່ານ Halstead ກ່າວ​ເພີ້ມວ່າ “ການ​ຕ້ານທານ​ຮ່າງກາຍ ທີ່ເກີດ​ຂຶ້ນຈາກ​ການ​ຕິດ​ເຊື້ອ​ເທື່ອ​ທໍາ​ອິດ ໄປ​ກະທົບ​ກັບເຊື້ອໄວຣັສຊະນິດ​ ທີ​ສອງ ​ແລະສິ່ງ​ທີ່ພວກ​ເຮົາ​ເວົ້າກັນ​ວ່າ “ມັນ​ຈະ​ເສີມ​ສ້າງ” ການ​ຕິດ​ເຊື້ອ​ໃຫ້ຮ້າຍ​ແຮງຂຶ້ນ; ມັນ​ໄດ້​ເຮັດ​ໃຫ້ອາການ​ໄຂ້ຮ້າຍ​ແຮງຂຶ້ນກວ່າ​ເກົ່າ ​ໃນ​ຄັ້ງຕໍ່ມາ ຖ້າວ່າເຮົາ​ຖືກ​ຕິດ​ເຊື້ອ​ໄວຣັສອັນອື່ນ​ອີກຂອງ​ພະຍາດ​ນີ້.

ພວກ​ນັກ​ຊ່ຽວຊານໃຫ້​ຄໍາ​ເຫັນ​ວ່າ ປົກກະຕິ​ແລ້ວ ການ​ຕິດ​ເຊື້ອຄັ້ງທີ​ສອງ ທີ່​ເປັນເຊື້ອໄວຣັສ​ໄຂ້​ເລືອດ​ອອກຊະນິດອື່ນນັ້ນ ​ພາ​ໃຫ້​ເກີດ​ພະຍາດ​ທີ່ຮ້າຍ​ແຮງທີ່​ສຸດ ​ແລະ​ບາງ​ຄັ້ງກໍ​ເປັນ​ປະ​ເພດພະຍາດ​ທີ່ພາ​ໃຫ້ ​ເສ​ຍຊີວິດ​ໄດ້ ​ແມ່ນ​ໄຂ້​ເລືອດ​ອອກທີ່​ມີ​ເລືອດ​ໄຫລ​ອອກມາ​ນັ້ນ.

ຢາ​ວັກ​ຊິນ​ສອງ​ຢ່າງ ທີ່​ກໍາລັງ​ໄດ້ຮັບການ​ພິຈາລະນາ ທີ່​ມີ​ຄວາມ​ຫວັງ ວ່າຈະ​ໃຊ້​ໄດ້ຜົນ​ນັ້ນ ດຽວນີ້ ກໍາລັງ​ຢູ່​ໃນຂັ້ນຕອນ​ທົດ​ລອງ​ຜະລິດ​ ​ເຮັດ​ໃຫ້​ປ້ອງ​ກັນ​ບໍ່​ໃຫ້​ຕິດ​ເຊື້ອໄວຣັສ​ໄຂ້​ເລືອດ​ອອກທຸກຊະນິດ. ຢາ​ວັກ​ຊິນ​ທັງ​ສອງ​ປະ​ເພດ​ນີ້ ບັນຈຸເຊື້ອໄວຣັສ​ໄຂ້​ເລືອດ​ອອກ​ທີ່​ຍັງ​ເຄື່ອນ​ໄຫວ​ຢູ່ ​ແຕ່​ວ່າ​ໃນ​ລະດັບ​ອ່ອນແອ ໄດ້​ຖືກອອກ​ແບບ​ມາ​ເພື່ອ ໃຫ້​ກະ​ຕຸ້ນ​ການ ຜະລິດ ການ​ຕ້ານທານ​ຂອງຮ່າງກາຍ ທີ່​ທໍາ​ໃຫ້​ຕໍ່ຕ້ານ​ໄຂ້​ເລືອດ​ອອກ ທຸກຊະນິດ.

ຜູ້​ຜະລິດ​ຢາ​ຝຣັ່ງຊຶ່ງ​ແມ່ນ ບໍລິສັດ Sanofi-Pasteur ​ໄດ້​ລົງ​ທຶນ​ຫລາຍ​ຄັ້ງ ​ເກືອບຮອດ 1 ພັນ​ລ້ານ​ໂດ​ລາ ເຂົ້າ​ໃນ​ການ​ພັດທະນາ​ຢາ​ວັກ​ຊິນຊະນິດ​ນຶ່ງ ທີ່​ໄດ້ ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ປະສິດທິ​ຜົນ​ຢ່າງ​ສູງ ​ໃນ​ການທໍາ​ການ​ທົດ​ລອງ ຂັ້ນສາມຕໍ່ຄົນຢູ່​ໃນ​ຄລີ​ນິກ ຢູ່​ປະ​ເທດ​ໄທ
ຊຶ່ງ​ເປັນ​ຂັ້ນຕອນ​ສຸດ​ທ້າຍ ກ່ອນໜ້າທີ່​ຈະມີ​ການ​ອະນຸມັດ​ນຳ​ອອກ​ມາ​ ໃຊ້. ສ່ວນຢາ​ວັກ​ຊິນຊະນິດ​ທີ​ສອງ ​ຊຶ່ງ​ໄດ້​ຖືກ​ພັດທະນາ​ໂດຍ​ຜູ້​ຜະລິດ​ຢາສະຫະລັດ, ບໍລິສັດ Inviragen ກໍ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ຄວາມ​ປອດ​ໄພ ​ແລະ​ມີ​ປະສິດທິ​ຜົນ​ສູງ​ເຊັ່ນ​ກັນ ຢູ່​ໃນ​ຂັ້ນທີນຶ່ງ​ໃນ​ການ​ທົດ​ລອງ​ໃຊ້​ກັບຄົນ.

ທ່ານ Dan Stinchcomb, ຫົວໜ້າບໍລິຫານ​ຂອງບໍລິສັດ Inviragen ​ເວົ້າວ່າ ​ເຖິງ​ແມ່ນ​ເວລາ​ນີ້ ​ບໍລິສັດ​ໄດ້​ໃຊ້ເງິນ​ໄປ​ເປັນ​ຫລາຍໆລ້ານ​ໂດ​ລາ​ແລ້ວ ​ເຂົ້າ​ໃນ​ການ​ພັດທະນາ​ຢາ​ວັກ​ຊິນ​ຕ້ານໄຂ້​ເລືອດ​ອອກກໍ​ຕາມ ຫາ​ກ​ແຕ່​ວ່າ ບໍລິສັດ ຫວັງ​ວ່າ ຈະ​ສາມາດ​ຮັກສາ ຄ່າ​ຜະລິດ​ໃຫ້​ຢູ່​ໃນ​ລະດັບທີ່​ຖືກ​ເພື່ອ​ໃຫ້ຊື້ກັນ​ໄດ້​ໂດຍ​ຄົນ​ທົ່ວ​ໄປ.

ທ່ານ Stinchcomb ກ່າວ​ວ່າ “ຄວາມ​ຕັ້ງ​ໃຈ​ຂອງ​ພວກ​ເຮົາກໍ​ຄື​ວ່າ ຈະ​ຜະລິດ​ຢາ​ວັກ​ຊິນ​ໃນ​ລາຄາ​ຖືກ ​ເພື່ອ​ວ່າ​ພວກ​ເຮົາຈະ​ສາມາດ​ເອົາ​ຢານີ້ ໂດຍ​ທີ່​ມີ​ທຶນ​ຊ່ວຍ​ເຫລືອ​ນັ້ນ ໄປ​ໃຫ້​ແກ່​ຄົນ​ທຸກ​ຈົນ​ທີ່​ສຸດ ທີ່​ຕ້ອງຢາ​ວັກ​ຊິນນີ້.”

ຄວາມ​ກ້າວໜ້າ ​ໃນ​ການ​ພັດທະນາຢາ​ວັກ​ຊິນ​ຕ້ານໄຂ້​ເລືອດ​ອອກ ທັງ​ສອງ​ຊະນິດດັ່ງກ່າວ ​ໄດ້​ນໍາ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ເມື່ອ​ໄວໆ​ມານີ້ ຂອງ​ສະມາຄົມ​ການ​ແພດ​ສໍາລັບ​ພະຍາດ​ເຂດຮ້ອນ ​ແລະ​ສຸຂະ​ອະນາ​ໄມອາ​ເມຣິກັນ ຢູ່​ເມືອງຟີ​ລາ​ແດນ​ເຟຍ, ລັດ​ເພັນ​ຊີວາ​ເນຍ.