ຊາວລາວ ປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ ທີ່ວໍຊິງຕັນ (ວີດິໂອ)

  • ກິ່ງ​ສະຫວັນ ປະ​ຖັມມະ​ວົງ

ຊາວລາວຈາກຫຼາຍໆປະເທດ ພາກັນໂຮມຊຸມນຸມປະທ້ວງ ຢູ່ຕໍ່ໜ້າສະຖານທູດ ສປປ ລາວ ທີ່ ນະຄອນຫລວງ ວໍຊິງຕັນ

ຊາວ​ລາວ​ຈຳນວນ​ນຶ່ງ ​ໄດ້ພາກັນ​ໂຮມ​ຊຸມນຸມ​ຢູ່​ຕໍ່ໜ້າ​ສະຖານທູດ
ສປປ ລາວ​ທີ່ ກຸງ​ວໍ​ຊິງຕັນ ​ໃນ​ວັນ​ເສົາ​ທີ 4 ພຶດສະພາ ​ຜ່ານ​ມານີ້.

ນັ້ນ​ແມ່ນ​ສຽງ​ສ່ວນ​ນຶ່ງ​ຂອງ​ສຽງ​ພວກ​ປະ​ທ້ວງ ທີ່​ຮຽກຮ້ອງ​ໃຫ້​ລັດ
ຖະບານ ສປປ ລາວ ປ່ອຍ​ທ່ານ​ສົມ​ບັດ ສົມ​ພອນ ທີ່​ຫາຍ​ໂຕ​ໄປ​
ຕັ້ງ​ແຕ່​ເດືອນ​ທັນວາປີ​ກາຍ ​ໃຫ້ກັບ​ຄືນ​ມາ​ຫາ​ຄອບຄົວຂອງ​ລາວ
ຫຼືຖ້າ​ຜູ້ກ່ຽວ​ຕາຍ​ແລ້ວ ກໍຂໍ​ໃຫ້​ມອບ​ກະດູກ​ແກ່​ທາງຄອບຄົວ​ຂອງ
​ຜູ້ກ່ຽວ.

ດຣ ບຸນທອນ ຈັນທະລາວົງ ວີເຊີ


ການ​ໂຮມ​ຊຸມນຸມ​ໃນ​ຄັ້ງນີ້ ​ແມ່ນ​ມີຂຶ້ນ​ແຕ່​ເວລາ​ບ່າຍ​ໂມງ​ເຄິ່ງ
ຫາ​ສາມ​ໂມງ​ເຄິ່ງຂອງ​ມື້ວັນ​ເສົາ​ທີ 4 ພຶດສະພາຜ່ານມາ ພາຍ
​ໃຕ້​ການ​ນຳພາຂອງທ່ານ​ນາງ ດ​ຣ ບຸນ​ທອນ ​ຈັນ​ທະ​ລາ​ວົງ​ ວີ​
ເຊີ ປະ​ທານອົງການພັນ​ທະ​ມິດ ເພື່ອ​ປະ​ຊາ​ທິ​ປະ​ໄຕ​ໃນ​ລາວ ​
ໂດຍ​ມີບັນດ​າ​ສະ​ມາ​ຊິກແລະຜູ້​ສະ​ໜັບ​ສະ​ໜູນ​ທັງ​ໝົດ 40
ກວ່າ​ຄົນທີ່ ເດີນທາງ​ມາ​ແຕ່ ​ເຢຍຣະມັນ ຝຣັ່ງອອສ​ເຕຣ​ເລຍ
ກາ​ນາ​ດາ ​ແລະ ຈາກ​ສະຫະລັດ ອາ​ເມຣິກາ​ ເຂົ້າຮ່ວມນໍາ.

ບັນດາຜູ້ປະທ້ວງພາກັນຖືປ້າຍຢູ່ຕໍ່ໜ້າ ສະຖານມູດ ສປປ ລາວ


ພວກ​ເຂົາ​ເຈົ້າ​ ພາກັນ​ຖື​ປ້າຍຄຳ​ຂວັນ ​ຂຽນ​ເປັນ​ພາ​ສາ​ລາວ
ແລະ​ອັງ​ກິດ ບາງ​ຄົນ​ກໍ​ພາ​ກັນເອົາ​ຖົງ​ເຈ້ຍ​ມາຕັດຊຸບໃສ່​ຫົວ
ໃຫ້​ເຫັນ​ແຕ່​ໜ້າ ແລະ​ມີ​ຮູບ​ຂອງ ທ່ານ​ສົມ​ບັດ​ສົມພອນຕິດ​
ຢູ່​ເທິງ. ບາງ​ຄົນ​ກໍ​ພາ​ກັນ​ໂບກ​ທຸງ​ຊ້າງ​ສາມ​ຫົວ ຂອງ​ອະດີດ
ລາດຊະ​ອານາຈັກ​ລາວ​ແລະ ອີກຈຳ​ນວນ​ນຶ່ງ​ພາ​ກັນ​ຮ້ອງ​ໂຮ
ຄຳ​ຂວັນ ເປັນ​ທັງ​ພາ​ສາ​ລາວແລະ​ອັງ​ກິດ.

ຜູ້ປະທ້ວງຄົນນຶ່ງ ພ້ອມດ້ວຍຮູບທ່ານສົມບັດ ສົມພອນ


ນອກ​ຈາກ​ເລື່ອງທ່ານ​ສົມ​ບັດ ສົມ​ພອນ​ແລ້ວພວກ​ປະ​ທ້ວງ​ກໍ​ຍັງ​
ຮຽກຮ​ອ້ງ​ໃຫ້ລັດຖະ​ບານລາວ ປະ​ຕິ​ບັດ​ອີກຫລາຍ​ຢ່າງ​ ເຊັ່ນ
ກວດລ້າງການ​ສໍ້​ລາດ​ບັງ​ຫລວງ ສົ່ງ​ເສີມການ​ພັດທະນາ​ສັງຄົມ​
ແລະ​ຂັດຂວາງບໍ່​ໃຫ້​ມີການ​ແຊກ​ແຊງ​ຈາກ​ຫວຽດນາມເປັນຕົ້ນ.

ຕະ​ຫລອດ​ການ​ປະ​ທ້ວງ​ເປັນ​ເວ​ລາ​ສອງ​ຊົ່ວ​ໂມງ​ນັ້ນ​ ສະ​ຖານ​ທູດ
ສ​ປ​ປ ລາວ​ໄດ້ ປິດ​ປະ​ຕູ ປິດ​ຜ້າ​ກັ້ງ ບໍ່​ມີ​ຍານ​ພາ​ຫາ​ນະໃດໆ​ຈອດ
​ຢູ່​ຕໍ່​ໜ້າ​ຕຶກ. ແຕ່ມີ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດSecret Service ຂອງ
ສະ​ຫະ​ລັດ ​ມາ​ຢືນ​ຮັກ​ສາ​ຄວາມ​ປອດ​ໄພ​ຢູ່​ຕໍ່​ໜ້າສະ​ຖານ​ທູດ
ໂດຍພວກ​ປະ​ທ້ວງບໍ່​ມີ​ສິດ​ຂ້າມ​ທາງ ຍ່າງເຂົ້າ​ໄປໃນບໍລິ​ເວນທາງ
​ໜ້າຕຶກສະ​ຖານ​ທູດ ຊຶ່ຖື​ວ່າເປັນ​ດິນ​ແດນຂອງ ສ​ປ​ປ ລາວ.

ຕໍາຫລວດ Secret Service ຢູ່ຕໍ່ໜ້າ ສຖານທູດ ສປປ ລາວ


​ຫລັງ​ຈາກ​ການ​ອ່ານຄຳ​ຮຽກ​ຮ້ອງ​ຂອງ​ແຕ່​ລະຄົນ​ແລ້ວ ຫົວ​ໜ້າ
ປະ​ທ້ວງ​ໄດ້​ພະ​ຍາ​ຍາມ​ນໍາສົ່ງ​ເອກ​ກະສານ​ໃຫ້​ແກ່​ສະ​ຖານທູດ
ສ​ປ​ປ ລາວ ແຕ່​ບໍ່​ເປັນຜົນ​ສຳ​ເລັດ ເນື່ອງ​ຈາກວ່າບໍ່​ສາມ​າດ​ເຂົ້າ
​ໄປໃກ້​ເຂດ​ແດນ​ຂອງສະຖານ​ທູດ ແລະ​ເຈົ້າ​ໜ້າ​ທີ່ຕຳ​ຫລວດ
ກໍ​ບໍ່​ສາ​ມາດ​ຮັບ​ເອົາ​ເອກ​ກະ​ສານ ໄປນຳ​ສົ່ງ​ໃຫ້ແກ່ສະ​ຖານ​ທູດ
ໄດ້ ເພາະ​ສະນັ້ນ ພວກ​ປະ​ທ້ວງຕ້ອງ​ໄດ້​ສົ່ງ​ເອກກ​ະ​ສານ​ຮຽກ
​ຮ້ອງ ​ຜ່ານ​ທາງ​ໄປ​ສະ​ນີ.

ທາງວີ​ໂອ​ເອ ບໍ່​ສາມາດເຂົ້າ​ໄປ​ຂໍ​ຄວາ​ມ​ເຫັນ​ຈາກ​ເຈົ້າ​ໜ້າ​ທີ່ສະ​ຖານ​ທູດລາວ ຍ້ອນ​ທາງ​ສະຖານທູດ​ໄດ້​ອັດ​ປະຕູ​ໄວ້ ​ດັ່ງ​ກ່າວ.

Your browser doesn’t support HTML5

ຊາວລາວປະທ້ວງ ຢູ່ຕໍ່ໜ້າສະຖານທູດລາວ ທີ່ວໍຊິງຕັນ