ບັນດາຜູ້ນຳ ພັກເດໂມແຄຣັດ ໃນສະພາຕ່ຳ ແລະ ສະພາສູງ ສະຫະລັດ ໄດ້ກ່າວໃນ
ວັນພຸດວານນີ້ ວ່າ ພວກເພິ່ນ ໄດ້ຕົກລົງເຫັນດີ ກັບປະທານາທິບໍດີ ດໍໂນລ ທຣຳ ທີ່ຈະ
ຮັບຜ່ານຮ່າງກົດໝາຍ ປົກປ້ອງພວກເດັກນ້ອຍ ຜູ້ທີ່ເຂົ້າມາໃນປະເທດໂດຍຜິດກົດໝາຍ
ນັ້ນ ຢ່າງວ່ອງໄວ ໃນຂະນະທີ່ ຍັງກຳລັງພິຈາລະນາ ກ່ຽວກັບ ມາດຕະການຮັກສາຄວາມ
ປອດໄພຢູ່ຊາຍແດນ ທີ່ຈະບໍ່ຮວມທັງ ກຳແພງ ຢູ່ຕາມຊາຍແດນ ລະຫວາງ ສະຫະລັດ
ແລະ ເມັກຊິໂກ.
ຜູ້ນຳສະພາຕ່ຳ ສັງກັດພັກເດໂມແຄຣັດ ທ່ານນາງ Nancy Pelosi ແລະ ຜູ້ນຳສະພາສູງ
ສັງກັດພັກເດໂມແຄຣັດ ທ່ານ Chuck Schumer ໄດ້ກ່າວຢູ່ໃນຖະແຫລງການຮ່ວມ ວ່າ
ຂໍ້ຕົກລົງ ໄດ້ມີຂຶ້ນ ຢູ່ໃນກອງປະຊຸມທີ່ເພັ່ງເລັງໃສ່ ໂຄງການທີ່ຮູ້ຈັກກັນໃນຊື່ ໂຄງການ
ປົກປ້ອງ ພວກເດັກນ້ອຍທີ່ເຂົ້າເມືອງບໍ່ມີເອກກະສານ ບໍ່ໃຫ້ຖືກເນລະເທດ ຫຼື DACA.

ໂຄສົກທຳນຽບຂາວ ທ່ານນາງ Sarah Huckabee Sanders ກ່າວໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 2 ສິງຫາ 2017.
ໂຄສົກຂອງທ່ານປະທານາທິບໍດີ ທຣຳ ທ່ານນາງ Sarah Huckabee Sanders ໄດ້
ໃຫ້ການປະເມີນ ກ່ຽວກັບຜົນສະຫລຸບ ທີ່ໄດ້ບັນລຸຢູ່ ທີ່ກອງປະຊຸມນັ້ນ ແຕກຕ່າງອອກໄປ.
ທ່ານນາງ Sanders ໄດ້ຂຽນລົງໃນ Twitter ວ່າ “ໃນຂະນະທີ່ເລື່ອງ DACA ແລະ
ການ ຮັກສາຄວາມປອດໄພຢູ່ຊາຍແດນ ໄດ້ຖືກນຳຂຶ້ນມາປຶກສາຫາລືກັນ ໂດຍຍົກ
ເວັ້ນ ກຳແພງແມ່ນເປັນທີ່ແນ່ນອນ ບໍ່ໄດ້ຕົກລົງກັນ.”

ພວກຄົນທີ່ສະໜັບສະໜູນ ໂຄງການ ປົກປ້ອງ ພວກເດັກນ້ອຍທີ່ເຂົ້າເມືອງບໍ່ມີເອກກະສານ ບໍ່ໃຫ້ຖືກເນລະເທດ ຫຼື DACA ພາກັນປະທ້ວງຢູ່ດ້ານໜ້າ ຂອງທຳນຽບຂາວ, ວັນທີ 9 ກັນຍາ 2017.
ບັນດາເຈົ້າໜ້າທີ່ ທຳນຽບຂາວ ໄດ້ອະທິບາຍ ເຖິງການເຈລະຈາ ກັບ ທ່ານ Schumer ແລະທ່ານນາງ Pelosi ກ່ຽວກັບການປະຕິຮູບພາສີ ການຮັກສາຄວາມປອດໄພຢູ່ຊາຍ
ແດນ DACA ແລະ ການຄ້າ ນັ້ນວ່າ “ເປັນບາດກ້າວທີ່ດີ” ໄປຫາຄວາມໝັ້ນໝາຍ ຂອງ
ທ່ານທຣຳ ຕໍ່ບັນຫາຕ່າງໆ ຂອງທັງສອງພັກການເມືອງ ແລະ ໄດ້ກ່າວຕື່ມວ່າ ລັດຖະບານ
“ຍິນດີທີ່ຈະສືບຕໍ່ປຶກສາຫາລືກັບ ບັນດາຜູ້ນຳ ຂອງທັງສອງພັກການເມືອງ.”
ທ່ານທຣຳ ໄດ້ຍົກເລີກ ໂຄງການ DACA ເມື່ອສັບປະດາແລ້ວນີ້ ໂດຍໃຫ້ເວລາແກ່
ລັດຖະສະພາ 6 ເດືອນ ເພື່ອຊອກຫາ ການແກ້ໄຂທີ່ຖາວອນ.
ທ່ານທຣຳ ໄດ້ບອກກຸ່ມ ຂອງບັນດາສະມາຊິກສະພາ ຈາກທັງສອງພັກການເມືອງ ໃນ
ວັນພຸດວານນີ້ ວ່າ ທຶນສຳລັບກຳແພງຊາຍແດນ ອາດຈະມີຂຶ້ນຕ່າງຫາກ ຢູ່ໃນຮ່າງ
ກົດໝາຍ ສະໜອງການແກ້ໄຂ ທີ່ຖາວອນໃຫ້ແກ່ 800,000 ຄົນ ທີ່ໄດ້ຈົດທະບຽນ
ພາຍໃຕ້ ໂຄງການ DACA. ໂຄງການດັ່ງກ່າວນີ້ ອະນຸຍາດໃຫ້ພວກເຂົາເຈົ້າສາມາດ
ສືບຕໍ່ເຮັດວຽກ ແລະ ສຶກສາ ຢູ່ໃນສະຫະລັດໄດ້ ຢ່າງເປັນການຊົ່ວຄາວ ໂດຍບໍ່ຕ້ອງ
ຢ້ານກົວວ່າ ຈະຖືກເນລະເທດ.
Your browser doesn’t support HTML5
Congress DACA Deal