ສະມາຊິກ ສະພາຕ່ຳ ພັກເດໂມແຄຣັດ ກົດດັນ ໃຫ້ຫາທາງອອກ ກ່ຽວກັບ DACA

ສະມາຊິກສະພາສູງ Richard Durbin (ພັກ Democrats ຈາກລັດ IL) ແລະສະມາຊິກສະພາສູງ Lindsey Graham (ສັງກັດພັກ Republican ຈາກລັດ SC) ຂຶ້ນກ່າວກ່ຽວກັບ ການສະເໜີຮ່າງກົດໝາຍ DACA ທີ່ສະພາສູງ ໃນວໍຊີງຕັນ, 5 ກັນຍາ, 2017.

ສະມາຊິກພັກ Democrats ​ໃນສະພາ​ຕ່ຳ ຮຽກຮ້ອງ​ໃຫ້​ເອົາບາດ​ກ້າວ​ໃນ​ທັນ​ທີ​ກ່ຽວ​ກັບ​
ຊະ​ຕາ​ກຳຂອງ​ພວກ​ເດັກ​ນ້ອຍ ​ທີ່​ເຂົ້າ​ມາ​ໃນ​ປະ​ເທດ​ໂດຍ​ບໍ່​ມີ​ເອກ​ກະສາ​ນ ຫຼື DACA
ຈຳນວນ​ແປດ​ແສນ​ຄົນ ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ໃຊ້ການ​ເຄື່ອນ​ໄຫວ​ແບບ​ບໍ່​ປົກກະຕິ
ທີ່​ຈະກົດ​ດັນ​ໃຫ້​ບັນດາ​ຜູ້ນຳ​ພັກ Republican ​ໃຫ້​ນຳ​ເອົາ​ຮ່າງ​ກົດໝາຍ ເພື່ອ​ແກ້​ໄຂ
​ສະຖານະ​ພາບ​ຂອງ​ພວກ​ເຂົາ​ເຈົ້າ ມາ​ລົງ​ຄະ​ແນນ.

“ນີ້​ແມ່ນ​ບູລິມມະ​ສິດ​ທີ່​ສຳຄັນ​ສຸດຂອງ​ພວກ​ເຮົາ, ມັນ​ຕ້ອງ​ໄດ້​ສຳ​ເລັດ​ຜົນ ​ແລະພວກ​
ເຮົາບໍ່​ຄວນ​ຈະ​ລໍຖ້າ ຈົນເທົ່າ​ນາທີ​ສຸດ​ທ້າຍ. ພວກ​ເຮົາ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ແກ້​ໄຂຄວາມ
ຢາກ​ຮູ້ຢາກເຫັນ ​ແລະ​ຄວາມກັງວົນຂອງ​ພວກ​ຊາວ​ໜຸ່ມ​ເຫຼົ່ານັ້ນ ​ແລະ​ຄອບຄົວ​ຂອງ​
ພວກ​ເຂົາ​ເຈົ້າ​ນຳ,”
ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Steny Hoyer ຮອງ​ຜູ້ນຳ​ສຽງ​ສ່ວນ​ນ້ອຍ
​ພັກ Democrats ຈາກລັດ Maryland ທີ່​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໄວ້.

ບັນດາ​ສະມາຊິກ​ພັກ Democrats ພາກັນ​ຢືນ​ເຂົ້າ​ແຖວ​ໃນ​ສະພາ​ຕ່ຳ ລໍຖ້າ​ເຖິງ​ທີ​ຂອງ
​ຕົວ​ເອງ​ທີ່​ຈະ​ລົງ​ນາມ​ໃນອັນ​ທີ່​ເອີ້ນວ່າ​ຄຳ​ຮ້ອງ ​ເພື່ອ​ໃຫ້​ນຳ​ເອົາ​ຮ່າງ​ກົດໝາຍ​ຄວາມ​
ໄຝ່ຝັນ ຫລື DREAM Act ຂຶ້ນ​ມາ​ລົງ​ຄະ​ແນນ. ​ແຕ່ຍັງ​ບໍ່​ທັນ​ເປັນ​ທີ່​ແຈ່ມ​ແຈ້ງເທື່ອວ່າ
ພວກ​ເຂົາ​ເຈົ້າ​ຈະ​ສາມາດ​ຊັກ​ຊວນ​ໃຫ້​ສະມາຊິກ​ພັກ Republican ​ໃຫ້ລົງ​ນາມ​ໃນ​ເອກ
​ກະສາ​ນດັ່ງກ່າວເພື່ອໃຫ້​ໄດ້ 218 ລາຍ​ເຊັນ ທີ່​ຈຳ​ເປັນ​ເພື່ອ​ບັງຄັບ​ໃຫ້​ມີ​ການ​ລົງ​ຄະ​ແນນ
ສຽງ​ໄດ້.

ທ້າວ Carlos Esteban, ໄວ 31 ຈາກເມືອງ Woodbridge, ລັດ Vaginir., ນັກສຶກສາພະຍາບານ ແລະຜູ້ທີ່ໄດ້ຮັບຜົນປະໂຫຍດ ຈາກໂຄງການພວກເດັກນ້ອຍ ທີ່ເຂົ້າມາໃນປະເທດ ໂດຍບໍ່ມີ ເອກກະສານ ຫຼື DACA , ຮ່ວມປະທ້ວງ ກັບພວກທີ່ສະໜັບສະໜຸນ ໂຄງການ DACA ຂ້າງນອກທຳນຽບຂາວ, ໃນວໍຊີງຕັນ, 5 ກັນຍາ, 2017.

ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະ​ສະພາຊອກ​ຫາ​ທາງ​ອອກ​ແບບ
​ຖາວອນ ​ໃຫ້​ແກ່ພວກ​ເດັກ​ນ້ອຍ​ທີ່​ເຂົ້າ​ມາ​ໃນ​ປະ​ເທດໂດຍ​ບໍ່​ມີ​ເອກ​ກະສາ​ນຫຼື DACA
​ໃນ​ຕົ້ນ​ເດືອນ​ນີ້ ຫຼັງ​ຈາກ​ທີ່​ໄດ້​ຍົກ​ເລີກ​ມາດ​ຕະການ​ປ້ອງ​ກັນພວກ​ກ່ຽວຊຶ່ງ​ໄດ້​ຮັບ​ຜ່ານ
​ໂດຍ​ລັດຖະບານອະດີດ​ປະທານາທິບໍດີ​ໂອ​ບາ​ມາ.

ບັນດາ​ສະມາຊິກ​ຈາກ​ທັງ​ສອງ​ພັກ ​ໄດ້​ປະກາດຢ່າ​ງ​ເປັນ​ການ​ເປີດ​ເຜີຍ ​ເຖິງ​ການ​ສະໜັບ
ສະໜຸນຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ຫາ​ທາງ​ອອກໃນ​ດ້ານກົດໝາຍ ​ຕໍ່​ອັນ​ທີ່​ເອີ້ນ​ວ່າພວກ​ທີ່
​ມີ​ຄວາມ ​ຝັນ​ທັງຫຼາຍ ​ແລະ​ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນວ່າ ​ຊາວ​ອາ​ເມຣິກັນ​ແມ່ນ
​ໃຫ້ການ​ສະໜັບສະໜູນ​ຢ່າງ​ຖ້ວມ​ລົ້ນ ຕໍ່​ການເອົ​າບາດກ້າວ​ດັ່ງກ່າວ.

​ແຕ່​ສະມາຊິກ​ພັກ Republican ບາງ​ທ່ານ​ໃນ​ລັດຖະສະພາ ມີ​ຄຳ​ຖາມ​ສະ​ເພາະ​ເຈາະ​ຈົງ
ກ່ຽວ​ກັບຮ່າງ​ກົດໝາຍ DREAM Act ທີ່​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່
​ພວກ​ອົບພະຍົບ​ເຂົ້າ​ເມືອງແບບ​ລູກ​ໂສ້ ຫຼືການ​ໃຫ້​ອະ​ໄພ​ຍະ​ໂທດຕໍ່​ພວກ​ເຂົ້າ​ເມືອງ​
ທີ່​ຜິດ​ກົດໝາຍ​ນັ້ນ.

ປະທານ​ສະພາ​ຕ່ຳ ທ່ານ Paul Ryan ​ໄດ້​ກ່າວ​ວ່າ ທ່ານ​ແມ່ນ​ສະໜັບສະ​ໜູນສະຖານະ​ພາບຂອງພວກທີ່​ໄດ້​ຮັບຜົນ​ປະ​ໂຫຍ​ດ ຈາກ​ໂຄງການ DACA ​ແຕ່​ກ່າວ​ເພີ່ມ​ຕື່ມ​ວ່າ
ກົດໝາຍ​ໃດໆກໍ​ຕາມ ​ຕ້ອງ​ໄດ້​ນຳ​ຂຶ້ນ​ມາ​ເວົ້າ​ເຖິງ​ຮາກ​ເຫງົ້າ​ຫຼັກໆ​ຂອງ​ສາເຫດ ​ໃນ​ການ​
ເຂົ້າ​ເມືອງ​ຜິດ​ກົດໝາຍ​.

ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະພາສູງ ທ່ານ Chuck Schumer ​ແລະ​ທ່ານ​ນາງ Nancy
Pelosi ຜູ້ນຳ​ສຽງ​ສ່ວນ​ນ້ອຍໃນ​ສະພາ​ຕ່ຳ ​ໄດ້​ພົບ​ປະ​ກັບ​ທ່ານ​ທຣຳ ​ໃນ​ຕົ້ນ​ເດືອນ​ນີ້
ເພື່ອ​ເຮັດ​ວຽກ​ກ່ຽວ​ກັບ​ຂໍ້​ກຳນົດ​ຕ່າງໆ ​ເພື່ອ​ໃຫ້​ຮັບ​ຜ່ານ​ກົດໝາຍ DACA​ ໃນ​ການ
​ແລກປ່ຽນ​ກັບການໃຫ້​ງົບ​ປະມານເພີ້ມຂຶ້ນ​ໃນ​ການຮັກສາ​ຊາຍ​ແດນ. ​ທ່ານ​ນາງ Pelosi
​ໄດ້​ກ່າວ​ວ່າ ທ່ານ​ທຣຳ ​ໄດ້​ແຈ້ງ​ໃຫ້ທ່ານນາງ​ຊາບ​ວ່າ ທ່ານ​ຈະ​ລົງ​ນາມ​ໃນ​ຮ່າງ​ກົດໝາຍ
DREAM Act ຖ້າ​ຫາກ​ທາງ​ລັດຖະສະ​ພາ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ