ພັກເດໂມແຄຣັດ ສ້າງປະຫວັດສາດ ໂດຍ ສະເໜີແຕ່ງຕັ້ງ ແມ່ຍິງ ຄົນທຳອິດ

ຜູ້ທີ່ຖືກສະເໜີຊື່ ຂອງພັກເດໂມແຄຣັດ ທ່ານນາງ Hillary Clinton ຖະແຫຼງ ຕໍ່ກອງປະຊຸມໃຫຍ່ແຫ່ງຊາດ ພັກເດໂມແຄຣັດ ໂດຍທາງວີດີໂອ ຈາກນະຄອນ ນິວຢອກ. (26 ກໍລະກົດ 2016)

ຮູບ​ພາບ 43 ຮູບ​ໄດ້​ປາກົດ​ຂຶ້ນທີ່​ຈໍ​ໂທລະພາບ​ຂະໜາດ​ໃຫຍ່​ຢູ່​ສະໜາມກິລາ​ໃນ​ນະຄອນ​ Philadelphia ຊຶ່ງ​ເປັນ​ບ່ອນ​ຈັດ​ກອງ​ປະ​ຊຸມ​ໃຫຍ່ແຫ່ງ​ຊາດ ພັກ​ເດ​ໂມ​ແຄຣັດ​ໃນ​ແລງ​ວັນ​ອັງ​ຄານ​ວານ​ນີ້ຊຶ່ງ​ໃນ​ແຕ່ລະ​ຮູບແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນພວກ​ຜູ້​ຊາຍທີ່​ເຄີຍ​ຮັບ​ໜ້າ​ທີ່​ເປັນ​ປະທານາທິບໍດີ​ສະຫະລັດມາ​ກ່ອນ. ຫລັງຈາກຮູບ ຂອງ​ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ​ແລ້ວຮູບ​ທີ່ຢູ່​ເທິງ​ຈໍ​ກໍ​ໄດ້​ຂະຫຍາຍອອກ​ແລ​ະຫຼັງ​ຈາກ​ນັ້ນກໍ​ແຕກ​ອອກ​ເປັນ​ຕ່ອນ​ເລັກ​ຕ່ອນ​ນ້ອຍແລ້ວ​ກໍ​ມີ​ຮູບ​ທ່ານ​ນາງ Hillary Clinton ປາກົດ​ອອກ​ມາ​ໃຫ້​ເຫັນຊຶ່ງ​ເປັນ​ແມ່ຍິງ​ຜູ້​ທຳ​ອິດ ທີ່​ໄດ້​ຖືກ​ສະ​ເໜີ​ແຕ່ງຕັ້ງ ໃຫ້​ເປັນຜູ້ລົງ​ສະໝັກ​ເຂົ້າ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງປະທານາທິບໍ ດີສະຫະລັດ ​ໂດຍ​ພັກ​ການ​ເມືອງ​ໃຫຍ່​ຂອງ​ປະ​ເທດ.

Your browser doesn’t support HTML5

A Life of Fighting Back: Hillary Clinton Shatters Glass Ceiling

ທ່ານ​ນາງ Clinton ກ່າວ​ວ່າ "ມັນ​ເປັນ​ມື້​ແລະ​ຄ່ຳ​ຄືນ​ທີ່​ຍິ່ງ​ໃຫຍ່. ມັນ​ເປັນ​ກຽດ​ທີ່​ບໍ່​ໜ້າ​ເຊື່ອ​ທີ່​ພວກ​ທ່ານ​ໄດ້​ມອບ​ໃຫ້​ແກ່​ຂ້າພະ​ເຈົ້າ."

ທ່ານ​ນາງ​ໄດ້​ປາກົດ​ໂຕ​ທາງ​ວີ​ດີ​ໂອຈາກ​ນະຄອນ​ນິວຢອກ ​ແລະ​ກ່າວ​ວ່າ ພັກ​ເດ​ໂມ​ແຄຣັດ​ໄດ້​ກໍ່​ໃຫ້​ເກີດ​ "ຮອຍ​ແຕກ​ແຫງ​ທີ່​ໃຫຍ່​ທີ່​ສຸດ" ​ຕໍ່​ອັນ​ທີ່​ເອີ້ນວ່າ ​ແກ້ວ​ເພດານເພື່ອ​ຂັດຂວາງ​ບໍ່​ໃຫ້​ພວກ​ແມ່ຍິງ​ ມີ​ຄວາມ​ກ້າວໜ້າ​ ເຂົ້າ​ໄປ​ຮັບ​ໜ້າ​ທີ່ ​ໃນ​ຕຳ​ແໜ່​ງທີ່​ສູງ​ຂຶ້ນ. ທ່ານ​ນາງ Clinton ​ໄດ້​ກ່າວ​ເຖິງ​ຄວາມ​ສຳຄັນ ​ຂອງ​ໂອກາດ​ເວລາ​ ສຳລັບພວກ​ເດັກນ້ອຍ​ແມ່ຍິງ​ທີ່​ພວມ​ເບິ່ງ​ລາຍການ​ຢູ່​ນັ້ນ.

"ຂ້າພ​ະ​ເຈົ້າອາດ​ຈະ​ເປັນ​ປະທານາທິບໍດີ​ແມ່ຍິງ​ຄົນ​ທຳ​ອິດ ​ແຕ່​ນຶ່ງ​ໃນ​ພວກ​ທ່ານ​ອາດ​ຈະ​ແມ່ນ​ຄົນ​ຕໍ່​ໄປ."

ມື້ທີ 2 ຂອງກອງປະຊຸມໃຫຍ່ ພັກເດໂມແຄຣັດ

ຜູ້​ກ່າວ​ຄຳ​ປາ​ໄສ​ຄົນ​ສຳຄັນໃນ​ວັນ​ອັງຄານ​ວານ​ນີ້​ເພື່ອ​ໃຫ້ການ​ສະໜັບສະໜຸນ​ຕໍ່​ທ່ານ​ນາງ Clinton ​ກໍ​ແມ່ນ​ສາມີ​ຂອງ​ທ່ານ​ນາງ ຄື​ທ່ານ Bill Clinton ທີ່​ເຄີຍ​ຮັບ​ໜ້າ​ທີ່​ເປັນ​ປະທານາ ທິບໍດີ​ສອງ​ສະ​ໄໝ​ຂອງ​ປະ​ເທດ ໃນ​ຊຸມ​ປີ 1990. ທ່ານ​ໄດ້​ກ່າວ​ເຖິງ​ເລື້ອງສ່ວນ​ຕົວຢ່າງ​ລະ ອຽດ ນັບ​ແຕ່​ຕອນ​ເລີ້ມຕົ້ນ ​ເວລາ​ພວກ​ທ່ານ​ໄດ້​ພົບ​ພໍ້​ກັນ​ໃໝ່ໆ ​ແລະ​ກໍ​ເລົ່າ​ປະຫວັດ​ການ​ເຮັດ​ວຽກ​ຂອງ​ທ່ານ​ນາງ ​ໃນ​ຖານະທີ່​ເປັນ​ທະ​ນາຍ​ຄວາມ ​ເປັນ​ສະມາຊິກ​ສະພາ​ສູງ ​ແລະ​ລັດຖະມົນຕີ​ການ​ຕ່າງປະ ​ເທດ​ສະຫະລັດ.

"ທ່ານ​ນາງ Hillary ​ແມ່ນ​ມີ​ຄຸນ​ນະ​ສົມບັດ​ທີ່​ເປັນ​ເອກະລັກ ​ໃນ​ການ​ຍາດ​ເອົາ​ໂອກາດ​ແລະ​ຫລຸດຜ່ອນ​ຄວາມ​ສ່ຽງ ​ທີ່​ພວກເຮົາ​ກຳລັງ ​ປະ​ເຊີນ​ໜ້າ​ຢູ່ ​ແລະ​ທ່ານ​ນາງ​ກໍ​ເປັນຜູ້​ເຮັດ​ການ​ປ່ຽນ​ແປງ​ທີ່​ດີ​ທີ່​ສຸດ ​ເທົ່າ​ທີ່​ຂ້າພະ​ເຈົ້າ​ເຄີຍ​ຮູ້ຈັກ​ມາ" ນັ້ນຄືຄຳ​ເວົ້າຂອງ​ທ່ານ Clinton.

ນອກ​ນັ້ນ ອະດີດ​ປະທານາທິບໍດີ Clinton ຍັງ​ໄດ້​ກ່າວ​ເຖິງ​ກຸ່ມ​ຕ່າງໆ ​ທີ່​ຖືກ​ໂຈມ​ຕີ​ດ້ວຍ​ຜູ້​ ທີ່ຖືກ​ສະ​ເໜີ​ຊື່​ແຕ່ງຕັ້ງ​ເປັນ​ຜູຸ້ສະໝັກ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີກັນ​ທ່ານ Donald Trump.

Your browser doesn’t support HTML5

Voters React to Hillary Nomination

"ຖ້າ​ທ່ານຮັກ​ປະ​ເທດ​ນີ້ ທ່ານ​ກຳລັງ​ເຮັດ​ວຽກ​ໜັກ ກຳລັງ​ຈາ​ຍພາສີ​ແລະ​ປະຕິບັດຕາມ​ກົດ ໝາຍແລະ​ທ່ານ​ປະສົງ​ຢາກ​ເປັນ​ພົນລະ​ເມືອງ ທ່ານ​ຄວນ​ເລືອກ​ເອົາ​ການປະຕິ​ຮູບ​ລະບົບ​ຄົນ​ເຂົ້າ​ເມືອງ ​ແທນ​ບຸກຄົນ​ໃດ​ຄົນ​ນຶ່ງ​ທີ່​ຕ້ອງການ​ຢາກ​ຈະ​ສົ່ງ​ທ່ານ​ກັບ​ຄືນ​ປະ​ເທດ" ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Clinton ຖ້າ​ທ່ານ​ເປັນ​ຊາວ​ມຸສລິ​ມແລະ​ຮັກ​ອາ​ເມຣິກາ​ແລະ​ຮັກ​ອິດສະ ຫຼະພາບແລະກຽດ​ຊັງ​ພວກ​ກໍ່​ການຮ້າຍຈົ່ງຢູ່​ທີ່​ນີ້ແລະ​ຊ່ອຍ​ພວກ​ເຮົາເອົາຊະນະແລະ​ສ້າງ​ອະນາຄົດ​ດ້ວຍ​ກັນ."

Your browser doesn’t support HTML5

Voices from Day 2 of the DNC

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ