ພັກເດໂມແຄຣັດ ໄດ້ບ່ອນນັ່ງ ໃນສະພາ ຕື່ມ ໃນຂະນະ ຄະແນສຽງທັງໝົດ ຖືກນັບຢູ່

ພວກພະນັກງານ ຢູ່ຫ້ອງການຜູ້ກຳກັບການເລືອກຕັ້ງ ຂອງເທດສະບານ ໂບຣວາຣດ໌ ກຳລັງນັບບັດຄະແນນສຽງ ໃນລະຫວ່າງ ການນັບຄະແນນຄືນໃໝ່ ໃນເມືອງ ລາວເດີຮີລ ຂອງລັດຟລໍຣີດາ, ວັນທີ 14 ພະຈິກ 2018.

ພັກ​ເດ​ໂມ​ແຄ​ຣັດ ​ຍາດ​ເອົາ​ໄດ້ ​ອີກ​ນຶ່ງ​ບ່ອນ​ນັ່ງ ຢູ່​ໃນ​ສະ​ພາ​ຕ່ຳ​ສະ​ຫະ​ລັດ. ມີ​ການ​ປະ
​ກາດໃຫ້ນັກ​ການ​ເມືອງ​ ໜ້າໃໝ່ ແອນ​ດີ ກິມ ​ເປັນ​ຜູ້​ຊະ​ນະ​ ໃນ​ວັນ​ພຸດ​ວານນີ້ ຢູ່​ໃນ​ເຂດ​
ເລືອກ​ຕັ້ງ​ທີ 3 ຂອງ ​ລັດ​ນິວ​ເຈີ​ຊີ.

ທ່ານ​ໄດ້ເອົາ​ຊະ​ນະ​ ​ທ່ານ​ທອມ ແມັກ​ອາ​ເທີ ສະ​ມາ​ຊິກ​ສະ​ພາ​ຕ່ຳ ​ທີ່ລົງ​ສະ​ໝັກ​ແຂ່ງ​ຂັນ
​ເອົາຕຳ​ແໜ່ງ​ຕື່ມ​ອີກ ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ.

ທ່ານ​ກິມ ເປັ​ນ​ຜູ້​ຊ່ວຍ ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່​ທຳ​ນຽບ​ຂາວ​ ໃນ​ລັດ​ຖະ​ບານ
​ປະ​ທາ​ນາ​ທິ​ບໍ​ດີ ​ໂອ​ບາ​ມາ. ທ່ານ​ເປັນ​ບຸກ​ຄົນ​ທີ່​ມີ​ເຊື້ອ​ສາຍ​ເກົາ​ຫຼີ ແລະ​ເປັນສະ​ມາ​ຊິກ​
ສະ​ພາຕ່ຳ ​ທີ່​ມີ​ເຊື້ອ​ສາຍ ​ເອ​ເຊຍ​ຄົນ​ທຳ​ອິດ ຈາກ​ລັດ​ນິວ​ເຈີ​ຊີ.

ທ່ານນາງ ແຈກກີ ໂຣສເຊັນ ທີ່ຫາກໍຖືກໃໝ່ ເປັນສະມາຊິກສະພາສູງ ສັງກັດພັກເດໂມແຄຣ ຈາກລັດເນວາດາ, ຊ້າຍ, ແລະ ທ່ານນາງ ເຄີຣສເຕີນ ຊີເນມາ ຈາກລັດອາຣີໂຊນາ ເດີນທາງມາຮອດ ລັດຖະສະພາ ຫຼື Capitol ໃນນະຄອນຫຼວງ ວໍຊິງຕັນ ເພື່ອພົບປະກັບ ຜູ້ນຳສຽງສ່ວນນ້ອຍ ທ່ານ ຊຈັກ ຊູມເມີ, ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ, ວັນທີ 13 ພະຈິກ 2018.

ໃນ​ຂະ​ນະ​ດຽວ​ກັນ ການ​ນັບ​ບັດ​ຄະ​ແນນ​ສຽງ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ນຶ່ງ​ອາ​ທິດກວ່າໆ ຫຼັງ​
ຈາ​ກ ໄດ້​ມີ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ເພື່ອ​ເລືອກ​ເອົາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ແລະ
​ສະພາ​ສູງ.

ນຶ່ງມື້​ຫລັງ​ຈາກ​ທີ່​ໄດ້​ມີ​ການ​ເລືອກ​ຕັ້ງ​ແລ້ວ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າ​ວ​ວ່າ “ມັນ​
ເປັນ​ວັນ​ທີ່​ຍິ່ງ​ໃຫຍ່​ ໃນ​ມື້​ວານນີ້. ພັກ​ຣີ​ພັບ​ບ​ລີ​ກັນ ​ໄດ້ທ້າ​ທາຍຕໍ່​ປະ​ຫວັດ​ສາດ ໂດຍ​
ຂະ​ຫຍາຍ​ການ​ກຳ​ສຽງ​ສ່ວນ​ຫຼາຍ​ຂອງ​ພວກ​ເຮົາ ​ໃນ​ສະ​ພາ​ສູງ ໃນ​ຂະ​ນະ​ທີ່ ພວກ​ເຮົາ​
ສາ​ມາດ​ຮັກ​ສາ​ບ່ອນ​ນັ່ງ​ ໃນ​ຈຳ​ນວນ​ທີ່​ສຳ​ຄັນ​ ລື່ນ​ການ​ຄາດ​ໝາຍ​ ຢູ່​ໃນ​ສະ​ພາ​ຕ່ຳ​ໄວ້.”

ທ່ານ​ກ່າວ​ຕື່ມ​ວ່າ “ມັນ​ເກືອບ​ເວົ້າ​ໄດ້​ວ່າ ເປັນ​ໄຊ​ຊະ​ນະ​ທີ່​ສົມ​ບູນ.”

ໃນ​ຂະ​ນະ​ທີ່​ມີ​ການ​ປະ​ກາດ​ຜົນ​ການ​ນັບ​ຄະ​ແນນ​ສຽງ​ ໃນ​ຄືນ​ເລືອກ​ຕັ້ງ​ນັ້ນ ເປັນ​ທີ່​ປາ​ກົດ​
ວ່າ ພັກ​ຣີ​ພັບ​ບ​ລີ​ກັນ ​ອາດ​ຈະ​ໄດ້​ຮັບ​ບ່ອນ​ນັ່ງ​ຕື່ມ​ອີກ ໃນ​ລະ​ຫວ່າງ 3 ຫາ 4 ບ່ອນ​ນັ່ງ ຕື່ມ
ໃສ່​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ສູງ​ ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ 51 ຕໍ່ 49.

ແຕ່​ການ​ມີ​ຄະ​ແນນ​ສຽງ​ນຳ​ໜ້າ​ ໃນ​ການ​ເລືອກ​ຕັ້ງຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ​ທີ່​ລັດ​ອາ​ຣີ​ໂຊ​ນາ
ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ຂອງ​ສະ​ຫະ​ລັດ ໄດ້​ພັງ​ທະ​ລາຍ​ລົງ ຊຶ່ງ​ເຮັດໃຫ້​ ທ່ານ​ນາງ
​ເຄີ​ຣ​ສ​ເຕິນ ຊີ​ເນ​ມາ (Kyrsten Sinema) ຈາກ​ພັກ​ເດ​ໂມ​ແຄ​ຣັດ ເປັນ​ຜູ້​ຊະ​ນະ ​ບ່ອນ​ນຶ່ງ
ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ໄດ້​ຄອບ​ຄອງ​ມາ ​ເປັນ​ເວ​ລາ 30 ປີນັ້ນ.

ໃນ​ຂະ​ນະ​ທີ່​ການ​ແຂ່ງ​ຂັນ​ເອົາ​ບ່ອນ​ໃນ​ສະ​ພາ​ສູງ ຢູ່​ລັດ​ຟ​ລໍ​ຣິ​ດາ ແລະ​ມິ​ສ​ຊິ​ສ​ສິບ​ປີ ຍັງ​ບໍ່​
ທັນ​ມີ​ການ​ຕັດ​ສິນ​ຊີ້​ຂາດ​ເທື່ອ ພັກ​ຣີ​ພັບ​ບ​ລີ​ກັນ ​ຢ່າງ​ຫຼາຍ​ທີ່​ສຸດ ກໍ​ຈະ​ໄດ້ຮັບ​ບ່ອນ​ນັ່ງ ​ຕື່ມ
​ອີກ​ແຕ່​ພຽງ 2 ບ່ອນ​ເທົ່າ​ນັ້ນ.

ສ່ວນ​ຢູ່​ໃນ​ສະ​ພາ​ຕ່ຳ ຜູ້​ສະ​ໝັກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ​ແມ່ນ​ໄດ້​ຮັບ​ຄະ​ແນ​ນ​ສຽງ​ທີ່​ດີ
ກວ່​ານັ້ນ.

ພັກ​ເດ​ໂມ​ແຄ​ຣັດ​ສາ​ມາດ​ເຂົ້າ​ຄວບ​ຄຸມ​ສະ​ພາ​ຕ່ຳ​ຄືນ​ເປັນ​ເທື່ອ​ທຳ​ອິດ ໃນ​ຮອບ 8 ປີ ຊຶ່ງ​
ເວ​ລານີ້ ໄດ້​ຊະ​ນະ​ໄປ​ແລ້ວ 229 ບ່ອນ ຕໍ່ 198 ບ່ອນ ທີ່​ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ຊະ​ນະ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ