ຜູ້ລົງແຂ່ງຂັນເປັນປະທານາທິບໍດີສັງກັດພັກ Democrat ທ່ານນາງ
Hillary Clinton ແລະທ່ານ Bernie Sanders ໄດ້ທ້າທາຍ
ກ່ຽວກັບປະຫວັດຂອງກັນແລະກັນ ໂດຍສະເພາະໃນເລື້ອງຄົນ
ເຂົ້າເມືອງ ໃນການໂຕ້ວາທີກັນທີ່ດຸເດືອດໃນແລງວັນພຸດວານນີ້
ທີ່ລັດ Florida ທາງພາກຕາເວັນອອກສຽງໃຕ້ຂອງສະຫະລັດ.
ພວກທ່ານທັງສອງ ຈະແຂ່ງຂັນກັນໃນການເລືອກຕັ້ງຂັ້ນຕົ້ນຢູ່ທີ່ນັ້ນ
ແລະອີກ 4 ລັດ ທີ່ມີຄະແນນຂອງຜູ້ແທນຢ່າງຫຼວງຫຼາຍ ໃນວັນ
ອັງຄານຈະມາເຖິງນີ້ ໂດຍທ່ານ Sander ສະມາຊິກສະພາສູງ
ຈາກລັດ Vermont ພະຍາຍາມທີ່ຈະເສີມສ້າງຈາກໄຊຊະນະ
ແບບບໍ່ຄາດຝັນໃນລັດ Michigan ແລະຈະໄລ່ໃຫ້ທັນອະດີດ
ລັດຖະມົນຕີການຕ່າງປະເທດສະຫະລັດ.
ຜູ້ລົງແຂ່ງຂັນເປັນປະທານາທິບໍດີສັງກັດພັກ Democratic, ສະມາຊິກສະພາສູງທ່ານ Bernie Sanders, ຈາກລັດ Vermont, ກ່າວໃນການໂຕ້ວາທີ ໃນນະຄອນ Miami ທີ່ວິທະຍາໄລ Dade College ໃນລັດ Florida, 9 ມີນາ, 2016.
ທ່ານນາງ Clinton ກ່າວຕຳນິທ່ານ Sanders ທີ່ລົງຄະແນນສຽງ
ຄັດຄ້ານຕໍ່ຮ່າງກົດໝາຍປະຕິຮູບຄົນເຂົ້າເມືອງສະບັບປີ 2007
ໃນຂະນະທີ່ທ່ານ Sanders ໄດ້ກ່າວໂຈມຕີທ່ານນາງ Hillary
ທີ່ໄດ້ຄັດຄ້ານ ຕໍ່ການອະນຸຍາດໃຫ້ພວກຄົນເຂົ້າເມືອງທີ່ຜິດກົດ
ໝາຍ ໄດ້ຮັບໃບຂັບຂີ່ ແຕ່ວ່າ ທັງສອງຜູ້ລົງແຂ່ງຂັນ ໄດ້ກ່າວວ່າ ພວກເຂົາເຈົ້າຈະບໍ່ເນລະເທດພວກເດັກນ້ອຍ ຫຼືພວກຄົນເຂົ້າເມືອງ ຊຶ່ງບໍ່ມີປະຫວັດເລື້ອງການກະທຳຄວາມຜິດໃດໆມາກ່ອນນັ້ນ.
ຜູ້ລົງແຂ່ງຂັນເປັນປະທານາທິບໍດີສັງກັດພັກ Democratic, ທ່ານນາງ Hillary Clinton ກ່າວໃນການໂຕ້ວາທີ ໃນນະຄອນ Miami ທີ່ວິທະຍາໄລ Dade College ໃນລັດ Florida, 9 ມີນາ, 2016.
ພວກເຂົາເຈົ້າໄດ້ກ່າວເຖິງທ່ານ Donald Trump ຜູ້ລົງແຂ່ງຂັນ
ສັງກັດພັກ Republican ທີ່ມີຄວາມເຫັນແຕກຕ່າງກ່ຽວກັບ
ນະໂຍບາຍຄົນເຂົ້າເມືອງ ຊຶ່ງຮວມທັງການປະຕິຍານວ່າຈະສ້າງ
ຮົ້ວຕາມຊາຍແດນ ປະເທດ Mexico ແລະຈະສົ່ງຜູ້ຄົນຈຳນວນ
11 ລ້ານຄົນກັບຄືນປະເທດຂອງພວກເຂົາເຈົ້າ ທີ່ອາໄສຢູ່ໃນ
ປະເທດສະຫະລັດຢ່າງຜິດກົດໝາຍນັ້ນ.
ທ່ານນາງ Clinton ເອີ້ນແຜນການກໍ່ສ້າງຮົ້ວນີ້ ແມ່ນເປັນຄວາມຝັນ
ໃນຂະນະທີ່ທ່ານ Sanders ໄດ້ກ່າວວ່າ ຄວາມຄິດທີ່ຈະສົ່ງກັບ
ຜູ້ຄົນຈຳນວນ 11 ລ້ານຄົນນີ້ ແມ່ນ “ເປັນຄວາມຄິດທີ່ປ່າເຖື່ອນ
ໄຮ້ສາລະ.”