ບັນດາສະມາຊິກ ພັກເດໂມແຄຣັດ ໃຫ້ປາກຄຳ ຄັດຄ້ານທ່ານ Sessions

ຜູ້ທີ່ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງຍຸຕິທຳ ສະມາຊິກສະພາສູງພັກຣີພັບບລີກັນ ຈາກລັດ ອາລາບາມາທ່ານ Jeff Sessions, ໃຫ້ການ ທີ່ຕຶກ Capitol Hill, ນະຄອນຫຼວງ ວໍຊິງຕັນ. 10 ມັງກອນ, 2017.

ບັນດາສະມາຊິກສະພາພັກເດໂມແຄຣັດທີ່ເປັນຄົນ ອາເມຣິກັນ ຜິວດຳ ໄດ້ໃຫ້ປາກຄຳທີ່ ສະແດງເຖິງຄວາມ​ບໍ່​ເຫັນ​ພ້ອມແບບບໍ່ເຄີຍມີມາກ່ອນໃນວັນພຸດວານນີ້ ໃນການຄັດຄ້ານ ຕໍ່ການສະເໜີ​ແຕ່ງ​ຕັ້ງ ເພື່ອນຮ່ວມງານພັກຣີພັບບລີກັນ ທ່ານ Jeff Session ທີ່ຖືກເລືອກ ໃຫ້ເປັນລັດ ຖະມົນຕີກະຊວງ​ຍຸຕິ​ທຳ ໂດຍປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump.

ສະມາຊິກສະພາສູງພັກເດໂມແຄຣັດ ທ່ານ Cory Booker ຈາກລັດນິວເຈີຊີ ໄດ້ກ່າວຕໍ່ ບັນດາຄະນະກຳມະການຕຸລາການຂອງ​ສະພາສູງທີ່ກຳລັງພິຈາລະນາການສະເໜີຊື່ຂອງ ທ່ານ Sessions ວ່າ “ຖ້າໄດ້ຮັບການຢືນຢັນສະມາຊິກສະພາສູງ Sessions ຈະຕ້ອງ​ໃຫ້​ຄວາມຍຸຕິທຳ​ແກ່ພວກແມ່ຍິງ, ແຕ່ປະຫວັດຂອງທ່ານໄດ້ລະບຸວ່າທ່ານຈະບໍ່ເຮັດ ແນວນັ້ນ, ທ່ານຈະຖືກຄາດຫວັງວ່າໃຫ້ປົກປ້ອງສິດທິການ​ມີສິດທິເທົ່າທຽມກັນຂອງ ພວກກະເທີຍ ແລະ ພວກປ່ຽນເພດ ອາເມຣິກັນແຕ່ປະຫວັດຂອງທ່ານລະບຸວ່າ ທ່ານ ຈະບໍ່ເຮັດ, ທ່ານຈະຖືກຄາດຫວັງໃຫ້ປົກປ້ອງສິດທິການລົງຄະແນນສຽງ, ແຕ່ປະຫວັດ ຂອງທ່ານລະບຸໃຫ້ເຫັນວ່າທ່ານຈະບໍ່ເຮັດ.”

ໃນເວລາຕໍ່ມາ, ສະມາຊິກສະພາພັກເດໂມແຄຣັດ ທ່ານ John Lewis, ບຸກຄົນ​ສຳຄັນ ຂອງຂະບວນການສິດທິພົນລະເມື​ອງໄດ້ກ່າວວ່າ ອາເມຣິກາໄດ້ສ້າງຄວາມກ້າວໜ້າຢ່າງ ຍິ່ງ​ໃຫຍ່​ໄປ​ສູ່ຄວາມເທົ່າທຽມກັນ ແລະ ຄວາມຍຸຕິທຳ, “ແຕ່ພວກເຮົາຍັງໄປບໍ່ຮອດຈຸດ ນັ້ນເທື່ອ. ພວກເຮົາຢາກກ້າວໜ້າຕໍ່ໄປອີກ.”

ທ່ານ Lewis ໄດ້ກ່າວວ່າ ມັນບໍ່ກ່ຽວວ່າ "ສະມາຊິກສະພາສູງທ່ານ Sessions ຈະຍິ້ມ ແນວໃດ, ທ່ານຈະມີຄວາມເປັນມິດຫຼາຍແນວໃດກໍຕາມ. ພວກເຮົາຕ້ອງການຄົນໃດ ຄົນໜຶ່ງຜູ້ທີ່ຈະລຸກຂຶ້ນ ແລະກ່າວ​ປົກ ປ້ອງປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ, ສຳລັບຄົນຜູ້ທີ່ຖືກແບ່ງແຍກ,” ທ່ານໄດ້ກ່າວເພີ່ມເຕີມວ່າ “ພວກເຮົາຕ້ອງການຄົນໃດ ຄົນໜຶ່ງເປັນລັດຖະມົນຕີ​ຍຸຕິ​ທຳ ທີ່ຈະເຝົ້າລະວັງສຳລັບພວກເຮົາໝົດທຸກຄົນ.”

ສະມາຊິກສະພາສູງພັກຣີພັບບລີກັນ ທ່ານ Tom Cotton ຈາກລັດ Arkansas ໄດ້ຂຽນ ລົງໃນ Twitter ເອີ້ນການໃຫ້ການຂອງທ່ານ Booker ວ່າ “ລະເມີດປະເພນີທີ່ໜ້າອັບ ອາຍຂາຍໜ້າ.”

ທ່ານ Booker ເອງກໍຮັບຮູ້ວ່າທ່ານ “ໄດ້ລະເມີດປະເພນີຂອງສະພາສູງ,” ແຕ່ທ່ານໄດ້ ກ່າວວ່າ “ໃນທາງເລືອກລະຫວ່າງ ການຢືນຄຽງຂ້າງກັບບັນທັດຖານສະພາສູງ ຫຼື ລຸກ ຂຶ້ນປົກ​ປ້ອງ​ໃນສິ່ງທີ່ຈິດສຳນຶກບອກຂ້າພະເຈົ້າວ່າ ແມ່ນຫຍັງແມ່ນສິ່ງທີ່ດີທີ່ສຸດສຳລັບ ປະເທດນັ້ນ, ຂ້າພະ ເຈົ້າຈະເລືອກ​ເອົາຈິດສຳນຶກ ແລະ ປະເທດຊາດ​ສະ​ເໝີ.”

ໃນຕອນເຊົ້າຂອງວັນພຸດວານນີ້, ຄະນະກຳມະການໄດ້ຮັບ​ຟັງທັດສະນະຄວາມ​ເຫັນ​ຂອງ​ຊາວ​ ອາ​ເມຣິກັນ ທີ່​ຫລາກ​ຫລາຍ ​ແລະກວ້າງຂວາງ ກ່ຽວກັບຜູ້ຖືກສະເໜີຊື່ນັ້ນທີ່​ເປັນສະ ມາຊິກສະພາສູງຜູ້ທີ່ໄດ້ປະຕິບັດໜ້າທີ່ມາດົນນານຈາກລັດ Alabama ເຊິ່ງຄັ້ງໜຶ່ງໄດ້ຖືກ ປະຕິເສດຕໍ່ການສະ​ເໜີ​ໃຫ້​ເປັນ​ຜູ້​ພິພາກສາຂອງລັດຖະບານກາງ ຍ້ອນການກ່າວຫາຈຳ ແນກເຊື້ອຊາດຜິວ​ພັນໃນອະດີດ. ທ່ານ Sessions ໄດ້ປະຕິເສດຢ່າງຮຸນແຮງ ແລະ ຊ້ຳ ແລ້ວຊ້ຳອີກ ກ່ຽວກັບ ທຸກໆຄວາມອະຄະຕິ ກ່ຽວ​ກັບ ເລື່ອງ​ເຊື້ອຊາດຜິວ​ພັນ ໃນການໃຫ້ ການ​ເປັນ​ເວລາຫຼາຍຊົ່ວໂມງໃນວັນອັງຄານທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Sen. Cory Booker Testifies Against Sessions Nomination as Attorney General