ສະມາຊິກ ພັກເດໂມແຄຣັດ ຊີ້ບັນຫາ ອີເມລ ຮົ່ວໃສ່ ຣັດເຊຍ ແລະ ທ່ານ Trump

ຕົວຢ່າງມືຂອງນັກເຈາະຂໍ້ມູນກຳລັງຕີພິມໃສ່ ແປ້ນພິມຂອງຄອມພິວເຕີ.

ໃນຂະນະທີ່ສະມາຊິກພັກເດໂມແຄຣັດ ພະຍາຍາມທີ່ຈະຄວບ​ຄຸມຜົນກະທົບ ກ່ຽວກັບ ການຮົ່ວໄຫຼຂອງອີເມລທີ່ເປັນຕາອັບອາຍຂາຍໜ້ານັ້ນ, ຫຼາຍຄົນພາຍໃນພັກ ແມ່ນກຳລັງ ພະຍາຍາມທີ່ຈະຫັນ​ຄວາມສົນໃຈໄປໃສ່ຄູ່ປໍລະປັກ ທີ່ມີຄວາມຄຸ້ນເຄີຍເຊັ່ນ ຣັດເຊຍ.

ພວກເຈົ້າໜ້າທີ່ລະດັບສູງຂອງທ່ານນາງ Clinton ໃນວັນຈັນວານນີ້ໄດ້ເອົາບາດກ້າວພິ ເສດ ​ໂດຍກ່າວຫານັກ​ເຈາະຂໍ້ມູນ ຣັດເຊຍ ໃນການພະຍາຍາມທີ່ຈະເຂົ້າແຊກແຊງໃນ ການເລືອກຕັ້ງສະຫະລັດ ໂດຍການ ເປີດເຜີຍ ອີເມລຕ່າງໆຂອງຄະນະກຳມະການແຫ່ງ ຊາດຂອງພັກເດໂມແຄຣັດ.

ພວກປະທ້ວງເດີນທາງເຂົ້າໄປໃນເມືອງ ເມື່ອວັນທີ 25 ກໍລະກົດ 2016 ໃນນະຄອນ Philadelphia ໃນລະຫວ່າງ ມື້ທຳອິດຂອງກອງປະຊຸມຫຼວງແຫ່ງຊາດຂອງພັກ ເດໂມແຄຣັດ.

ນັກວາງແຜນຍຸດທະສາດອາວຸໂສຂອງພັກບາງຄົນ ແລະ ອະດີດຜູ້ຊ່ວຍເຫຼືອທ່ານນາງ Clinton ໄດ້ສະເໜີວ່າ ການໂຄສະນາຫາສຽງຂອງທ່ານນາງ Hillary Clinton ຈະສືບຕໍ່ ທີ່ຈະໃຊ້ບັນຫາດັ່ງກ່າວນີ້ເພື່ອຕັ້ງຄຳຖາມ ກ່ຽວກັບຄວາມ​ສຳພັນຂອງທ່ານ Trump ກັບ ມົສກູ.

ເວັບໄຊທ໌ Wikileaks ໄດ້ເປີດເຜີຍອີເມລຂອງຄະນະ​ກຳມະການ​ແຫ່ງ​ຊາດພັກເດໂມ ແຄຣັດ 20,000 ສະບັບໃນສັບປະດາທີ່ຜ່ານມາ, ກ່ອນການເລີ່ມຕົ້ນຂອງກອງປະຊຸມຫຼວງ ຂອງພັກບໍ່ດົນ ເຊິ່ງໄດ້ເລີ່ມຂຶ້ນໃນວັນຈັນວານນີ້ ທີ່​ນະຄອນ Philadelphia.

ອີເມລ 20,000 ສະບັບ ໄດ້ຢືນຢັນເຖິງຄວາມເປັນຫ່ວງຂອງຜູ້ສະໜັບສະໜູນສະມາຊິກ ສະພາສູງລັດ Vermont ທ່ານ Bernie Sanders, ທີ່​ກ່າວ​ຫາວ່າ ​ພັກໃຫ້ການສະໜັບສະ ໜູນຕໍ່ທ່ານນາງ Clinton.

ແມ່ຍິງຄົນໜຶ່ງນຸ່ງເສື້ອຍືດທີ່ມີຕົວໜັງສືອ່ານວ່າ "Trump Putin `16" ໃນຂະນະທີ່ລໍຖ້າຜູ້ລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີຈາກພັກ ຣີພັບບລີກັນ ທ່ານ Donald Trump ໃນງານໂຄສະນາຫາສຽງ ທີ່ມະຫາວິທະຍາໄລລັດ Plymouth ໃນເມືອງ Plymouth ລັດ New Hampshire. 7 ກຸມພາ 2016.

Wikileaks ​ເຊິ່ງເປັນກຸ່ມສະໜັບສະໜູນຄວາມໂປ່ງ​ໃສ, ບໍ່ໄດ້ເປີດເຜີຍແຫຼ່ງທີ່ມາຂອງອີ ເມລທີ່ຮົ່ວໄຫຼອອກມານັ້ນ. ແຕ່ຫຼາຍໆຄົນໄດ້ຊີ້ໄປຫາ ຣັດເຊຍ, ຫຼັງຈາກຄະນະ​ກຳມະການ​ແຫ່ງ​ຊາດພັກເດໂມແຄຣັດ ໄດ້ກ່າວໃນເດືອນທີ່​ແລ້ວນີ້ວ່າ ພວກ​ເຈາະຂໍ້ມູນ ຣັດເຊຍ ໄດ້​ເຈາະເຂົ້າ​ໄປໃນລະບົບຂອງພວກເຂົາເຈົ້າ.

ພວກນັກຂ່າວໄດ້ຖາມລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov ກ່ຽວກັບ ການກ່າວຫາປະເທດຂອງທ່ານ ທີ່ມີສ່ວນຮ່ວມໃນການລັກຈາກຂໍ້ມູນ ຫຼັງຈາກໄດ້ພົບປະກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ທີ່ ກອງປະຊຸມສະ ມາຄົມບັນດາ​ປະຊາ​ຊາດ​ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ທີ່ນະຄອນຫຼວງວຽງຈັນ ຂອງ ລາວ. ເມື່ອທ່ານໄດ້ຫຼີກລ່ຽງ ການຕອບຄຳຖາມໂດຍກົງຕໍ່ ບັນຫາດັ່ງກ່າວ, ທ່ານ Lavrov ໄດ້ກ່າວວ່າທ່ານ “ບໍ່ຢາກໃຊ້ຄຳເວົ້າທີ່ມີພະຍັນຊະນະ ສີ່ຕົວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ