ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ຢ້ຽມຢາມ ອີຈິບ

Your browser doesn’t support HTML5

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Jim Mattis ໄດ້ໄປຢ້ຽມຢາມ ອີຈິບ ໃນວັນ ພະຫັດມື້ນີ້ ສືບຕໍ່ການ​ສ້າງ​ຄວາມ​ອົບ​ອຸ່ນ​ ​ໃນສາຍພົວພັນ ຂອງວໍຊີງຕັນ ກັບ Cairo ພາຍໃຕ້ ລັດຖະບານຂອງທ່ານ Trump ໃນໄລຍະ 100 ວັນທຳ​ອິດຂອງ​ການ​ເຂົ້າຮັບ​ຕຳ​ແໜ່​ງ.

ທ່ານ Mattis ມີໝາຍກຳໜົດທີ່ຈະ​ໂອ້​ລົມ ກັບລັດຖະມົນຕີປ້ອງກັນປະເທດອີຈິບທ່ານ
Sedki Sobhy ​ແລະ ປະທານາທິບໍດີ Abdel Fattah el-Sissi ຜູ້ຊຶ່ງ​ໄດ້​ເດີນທາງ
ມາ​ຢ້ຽມຢາມ ທຳນຽບຂາວໃນຕົ້ນເດືອນນີ້ ຊຶ່ງເປັນການ​ຢ້ຽມຢາມ​ເທື່ອທຳອິດຂອງຜູ້ນຳ
ອີຈິບ ນັບຕັ້ງແຕ່ ອະດີດປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້​ໃຫ້ການ
ຕ້ອນຮັບ ທ່ານ Hosni Mubarak ໃນປີ 2009.

ຄວາມ​ວຸ້ນວາຍ​ທາງການເມືອງໃນປີ 2011 ໄດ້ພາ​ໃຫ້​ມີ​ການໂຄ່ນລົ້ມທ່ານ Mubarak
ແລະເລີ່ມ​ເກີດ​ຄວາມ​ສັບສົນ​ທາງ​ການ​ເມືອງ​ເປັນ​ເວລາ​ຫຼາຍປີ ທີ່ນຳ​ໄປ​ສູ່​ການ​ຜະ​ເດັດ
ການ​ຂອງ​ອະດີດ​ ນາຍ​ພົນ Sissi.

ກະສັດ Saudi Arabia Salman (ຂວາ) ພົບປະກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ James Mattis,ໃນ Riyadh, 19 ເມສາ, 2017.

ນັກຊ່ຽວຊານພາກຕາເວັນອອກກາງ ທ່ານ James Gelvin ຊຶ່ງ​ເປັນອາຈານສອນ
ທີ່ມະຫາ ວິທະຍາໄລລັດ​ແຄ​ລີ​ຟໍ​ເນຍ ທີ່ນະຄອນ Los Angeles ບອກກັບ VOA ວ່າ
ນະໂຍບາຍ ຂອງລັດຖະບານທ່ານ Trump ​ແມ່ນມີຈຸດປະສົງ ທີ່​ຈະ “ຕໍ່ຕ້ານທ່ານ
ໂອບາມາ.”

“ໃນຄຳເວົ້າອີກແບບນຶ່ງ ທ່ານ Trump ​ໄດ້ເບິ່ງ ໃນສິ່ງທີ່ທ່ານໂອບາມາ ໄດ້ກະທຳ
ແລະກ່າວວ່າ ຂ້າພະເຈົ້າຈະ​ເຮັດບາງ​ສິ່ງ​ບາງ​ຢ່າງ ທີ່ແຕກຕ່າງອອກໄປ,”
ນັ້ນຄື​ຄຳ​ເວົ້າຂອງທ່ານ Gelvin ທີ່ໄດ້ກ່າວໄວ້.

​ເປັນ​ທີ່​ຄາດກັນ​ວ່າ ທ່ານ Mattis ຈະຊຸກຍູ້ອີຈິບ ທີ່ກຳລັງດີ້ນຮົນ​ຕໍ່ສູ້ກັບບັນຫາທາງ
ດ້ານການ ເມືອງ ການເງິນແລະຄວາມປອດໄພນັ້ນ ຍັງ​ຈະ​ເອົາ​ທ່າ​ທີ​ຢ່າງ​ໜັກ​ແໜ້ນ
ກັບພວກກໍ່ການຮ້າຍ ທ່າມກາງການຂົ່ມຂູ່ໃນແຫຼມ Sinai ແລະແມ່ນ​ແຕ່ໃນເຂດ​ເທດ
ສະບານບາງ​ແຫ່ງດັ່ງ​ທີ່​ ໄດ້ສະ ແດງໃຫ້ເຫັນ ​ໃນການໂຈມຕີຮ້າຍ​ແຮງໃສ່ໂບດສາ
​ສະໜາ ຄຣິສນິກາຍ Coptic ​ເມື່ອ​ວັນ​ອາທິດ​ໃບ​ລານ ທີ່​ເມືອງ Alexandria ແລະ
Tanta ທີ່ກະທຳຂອງພວກຫົວ​ຮຸນ​ແຮງກຸ່ມລັດອິສລາມ.

“ມັນເບິ່ງຄືວ່າ ​ໄພຂົ່ມຂູ່ນີ້​ແມ່ນ​ກຳລັງເພີ່ມຂຶ້ນ. ສິ່ງທຳອິດກໍ​ຄື ເຮັດໃຫ້ບ້ານເຈົ້າ
ເປັນ ລະບຽບ ຮຽບຮ້ອຍເສຍກ່ອນ, ອີຈິບ,”
ນັ້ນ​ແມ່ນ​ຄຳ​ເວົ້າຂອງທ່ານ Brian
Katulis ເຈົ້າໜ້າທີ່ອະ​ວຸ​ໂສ ດ້ານຄວາມປອດໄພແຫ່ງຊາດ ທີ່​ສູນ​ກາງເພື່ອຄວາມ
ກ້າວໜ້າຂອງອາເມຣິກັນ​ ໄດ້ບອກກັບ VOA ໄວ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ