ເງິນເດືອນທະຫານ ອາດຈະຊັກຊ້າ ຖ້າບັນຫາໜີ້ສິນ ຕົກລົງກັນບໍ່ໄດ້

  • ໄພສານ ວໍຣະຈັກ

ພົນເຮືອເອກ Mike Mullen ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ຢ້ຽມຢາມທະຫານທີ່ອັຟກາ ນິສຖານ (30 ກໍລະກົດ 2011)

ນາຍທະຫານຊັ້ນສູງສຸດຂອງສະຫະລັດກ່າວວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າທະຫານອະ
ເມຣິກັນໃນອັຟການິສຖານຈະໄດ້ຮັບເງິນເດືອນທັນກັບເວລາຫຼືບໍ່ໃນກໍລະນີທີ່ເກີດການຜິດ
ສັນຍາໃນການຈ່າຍໜີ້ສິນຂອງສະຫະລັດ.

ພົນເຮືອເອກ Mike Mullen ປະທານເສນາທິການຮ່ວມຂອງກອງທັບສະຫະລັດກ່າວຕໍ່
ພວກທະຫານອະເມຣິກັນທີ່ເມືອງການດາຮາໃນວັນເສົາມື້ນີ້ວ່າທ່ານຍັງບໍ່ທັນຮູ້ຈັກຄັກແນ່
ເທື່ອວ່າເງິນເດືອນຂອງພວກເຂົາເຈົ້າຈະໄດ້ຮັບການລົບກວນຫຼືບໍ່ ຖ້າສະມາຊິກລັດຖະສະ ພາສະຫະລັດຫາກບໍ່ສາມາດຕົກລົງກັນໄດ້ກ່ຽວກັບການເພີ່ມຂີດຈຳກັດໃນການກູ້ຢືມເງິນ
ຂຶ້ນ.

ພົນເຮືອເອກ Mullen ກ່າວຕໍ່ພວກທະຫານວ່າ ທ່ານຮູ້ດີວ່າການຈ່າຍເງິນເດືອນໃຫ້ແກ່
ພວກເຂົາເຈົ້າບໍ່ທັນເວລານັ້ນ ຈະມີຜົນກະທົບຢ່າງຮ້າຍແຮງຕໍ່ພວກທະຫານເປັນຈຳນວນ ຫຼວງຫຼາຍທີ່ດຳລົງຊີວິດຢູ່ດ້ວຍເງິນເດືອນເປັນແຕ່ລະເດືອນໄປນັ້ນ.

ພົນເຮືອເອກ Mullen ເວົ້າວ່າ ທ່ານເຊື່ອວ່າໃນທີ່ສຸດນັ້ນ ພວກທະຫານກໍຈະໄດ້ຮັບເງິນ
ເດືອນຂອງພວກເຂົາເຈົ້າ.

ສະຫະລັດເຕືອນວ່າ ຕົນຈະໝົດເງິນສຳລັບໃຊ້ຈ່າຍໜີ້ສິນຕ່າງໆຫຼັງຈາກວັນທີ 2 ສິງຫາ
ຈະມາຖ້າລັດຖະສະພາສະຫະລັດຫາກບໍ່ສາມາດຕົກລົງກັນໄດ້ເພື່ອເພີ່ມຂີດຈຳກັດໃນການ
ກູ້ຢືມເງິນຂຶ້ນຈາກ 14 ພັນ 300 ຕື້ໂດລາ.