ໂຕເລກ ຜູ້ເສຍຊີວິດ ຍ້ອນແຜ່ນດິນໄຫວ ທີ່ເນປານ ກາຍ 6,600 ຄົນແລ້ວ

ພວກເດັກນ້ອຍເນປານ ພາກັນອັດດັງຍ່າງ ຜ່ານຊາກຫັກພັງ ແລະຄົນຕາຍຢູ່ນອກເມືອງ Chautara, ປະມານ 80 ກິໂລແມດ ຈາກ ນະຄອນ Kathmandu.

ນຶ່ງ​ອາທິດ​ຫລັງ​ຈາກ​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງ 7.8 ຣິກເຕີ້ ຢູ່​ເນ​
ປານ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຫລາຍ​ພັນ​ຄົນ​ຍັງ​ຫາຍ​ສາບ​ສູນ
ຮວມທັງ​ຊາວ​ຢູໂຣບອີກ ປະມານ 1,000 ຄົນ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ຈຳນວນ​ຜູ້​ເສ​ຍຊີວິດ​ໄດ້
​ກາຍ 6,600 ຄົນ ແລ້ວ ຊຶ່ງສ່ວນໃຫຍ່​ຂອງ​ຜູ້​ເສຍ​ຊີວິດ ແມ່ນຢູ່​
ໃນ ​ແລະ​ອ້ອມ​ແອ້ມ​ນະຄອນຫລວງ Kathmandu.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ຄວາມ​ຫວັງ​ໜ້ອຍ ​ທີ່​ຈະພົບ​ເຫັນຜູ້​
ລອດ​ຊີວິດມາໄດ້ ຕື່ມອີກ ຢູ່​ຕາມຊາກ​ຫັກ​ພັງຂະໜາດໃຫຍ່​
ຫລວງ​ນັ້ນ.

ບັນດາ​ຜູ້​ລອດ​ຊີວິດມາໄດ້ ພາກັນ​ຮຽກຮ້ອງ​ໃຫ້ລັດຖະບານ​ແລະ​ກຸ່ມໃຫ້​ການ​ຊ່ວຍ​ເຫລືອ
​ຕ່າງໆ​ ທຳການ​ເຄື່ອນ​ໄຫວ​ຢ່າງ​ຮີບ​ດ່ວນ ​ເພື່ອ​ນຳ​ເອົາ​ອາຫານ ນຳ້ດື່ມ ​ແລະ​ການ​ຊ່ວຍ​ເຫລືອອື່ນໆ ​ໄປໃຫ້ຜູ້ຄົນເປັນຈຳນວນຫຼວງຫລາຍ ທີ່​ພາກັນ​ຢູ່​ກາງແປນ ​ຫລັງ​ຈາກ​ໄດ້​
ສູນ​ເສຍ​ເຮືອນ​ຊານ​ຂອງ​ເຂົາ​ເຈົ້າແລ້ວ.

ຄວາມເສຍຫາຍ ຍ້ອນແຜ່ນດິນໄຫວ ທີ່ເມືອງນຶ່ງ ຂອງເນປານ

​ທີ່​ນະຄອນຫລວງ Kathmandu ຮ່ອງ​ຮອຍແຫ່ງ​ຄວາມເປັນ​ປົກກະຕິ​ບາງຢ່າງໄດ້ກັບ
​ຄືນ​ມາແລ້ວ ຂະນະທີ່ພວກພໍ່ຄ້າແມ່ຄ້າ ເລີ້ມເຮັດທຸລະກິດຂອງພວກເຂົາ ເຈົ້າ ແລະ​ປະຊາຊົນຈຳນວນ​ນຶ່ງກໍພາກັນ​ມ້ຽນມັດຕູບຜ້າຕັ້ງ ​ແລະ​ຍ້າຍ​ເຂົ້າໄປ​ຢູ່​ໃນ​ເຮືອນ. ​ແຕ່​ວ່າ
ຍັງ​ມີ​ກິ່ນເໜົ່າເໝັນຂອງ​ຊາກ​ສົບ​ຜູ້ເສຍຊີວິດ ທີ່ກາຍ​ມາເປັນ ສາ​ເຫດ​ ​ເຮັດໃຫ້​ປະຊາຊົນ
​ບໍ່​ທັນຢາກ​ກັບ​ເມືອບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.

​ ຫົວໜ້າອົງການ​ມະນຸດສະທຳ ​ສະຫະ​ປະຊາ​ຊາດ ທ່ານ​ນາງ Valerie Amos ​ໄດ້​ຢ້ຽມ
ຢາມ​ບັນດາ​ເຂດ​ທີ່ໄດ້ຮັບຄວາມເສຍຫາຍ​ຮ້າຍ​ແຮງ ​ໃນ​ປະ​ເທດ​ເນ​ປານ ​ໃນ​ວັນ​ສຸກ​ວານ
​ນີ້ ອັນເປັນ​ພາກສ່ວນນຶ່ງຂອງ​ການ​ຢ້ຽ​ມຢາມ​ເປັນ​ເວລາ​ສາມ​ວັນ ​ເພື່ອ​ຊັ່ງ​ຊາ​ການ​ປະຕິ
ບັດ​ງານຊ່ວຍ​ເຫ​ລື​ອບັນເທົາທຸກ. ທ່ານ​ນາງໄດ້​ກ່າວ​ຕໍ່​ບັນ ດາ​ນັກ​ຂ່າວ​ວ່າ ທຶນ​ສຸກ​ເສີນ​
ໃນ​ການປະຕິບັດງານບັນເທົາທຸກ​ໄດ້​ຫລັ່ງ​ໄຫລ​ເຂົ້າ​ໄປໃນເນປານ ​ແລະ​ຮຽກຮ້ອງ​ໃຫ້​
ປະຊາ​ຄົມນາໆ​ຊາດ ​ເພີ້ມການ​ໃຫ້ຄວາມສະ ໜັບສະໜູນ.

ຄະນະ​ກຳມະການ​ຂອງສະພາກາ​ແດງສາກົນ ​ໄດ້​ເຮັດເວັບ​ໄຊ​ທ໌ ສຳຫລັບບັນ​ໝູ່​ເພື່ອນ
​ແລະ​ຄອບຄົວ​ເພື່ອໃຫ້​ລາຍ​ງານກ່ຽວກັບການ​ຫາຍ​ ສາບສູນຂອງຄົນຮັກຫຼື ຊອກ​ຫາ​ຜູ້​ທີ່​
ລາຍ​ງານ​ເຂົ້າ​ມາ.

Your browser doesn’t support HTML5

Rural Nepal Suffers Brunt of Quake’s Devastation