ມີຜຸ້ເສຍຊີວິດ ເພີ້ມຂຶ້ນເຖິງ 90 ຄົນ ໃນການໂຈມຕີ ຢູ່ຊີເຣຍ

ປະຊາຊົນຊີເຣຍທີ່ເມຶອງ Homs ພາກັນປະທ້ວງລັດຖະບານຊີເຣຍ ຫລັງຈາກລັດຖະບານໄດ້ທໍາການຍິງປືນໃຫ່ຍໂຈມຕີ ຢ່າງໜັກ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 90 ຄົນ ຊຶ່ງຮວມທັງເດັກນ້ອຍຢ່າງໜ້ອຍ 25 ຄົນ ເລີ້ມແຕ່ມື້ວານນີ້ມາ.

ບັນດານັກ​ເຄື່ອນໄຫວຊິ​ເຣຍກ່າວ​ວ່າ ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ຢ່າງ​ໜັກ​ຂອງລັດຖະບານ
​ໄດ້​ເຮັດ​ໃຫ້​ 90 ກວ່າຄົນເສຍ​ຊີວິດ​ ​ໃນ​ເຂດເມືອງ Homs ທາງ​ພາກກາງຂອງ​ປະ​ເທດ
ຊຶ່ງ​ເປັນການ​ໂຈມ​ຕີ​ທີ່​ຈະ​ເຮັດ​ໃຫ້ສັນຍາ​ຢຸດ​ຍິງທີ່​ສັ່ນ​ຄອນ​ຢູ່ແລ້ວນັ້ນ ​ພັງທະລາ​ຍ​ລົງ
ໄປຕື່ມ​ອີກ.

ກຸ່ມ​ສັງ​ເກດ​ການ​ສິດ​ທິມະນຸ​ດຂອງ​ຊີ​ເຣຍ ກ່າ​ວຕໍ່​ວີ​ໂອ​ເອ ​ໃນ​ວັນ​ເສົາ​ນີ້​ວ່າ ມີ​ພົນລະ
​ເຣືອນຖືກ​ຂ້າ​ຕາຍ ​ໃນ​ລະຫວ່າງ​ທີ່​ລັດຖະບານທໍາ​ການ​ບຸ​ກ​ໂຈມ​ຕີເມືອງ Houla​.

​ກຸ່ມປົກ​ປ້ອງສິດທິ​ມະນຸ​ດທີ່​ມີ​ສຳນັກງານ​ຢູ່​ປະ​ເທດອັງກິດ​ກຸ່ມ​ນີ້ກ່າວ​ວ່າ ​ເດັກ​ນ້ອຍ
ຢ່າງ​ໜ້ອຍ​ 25 ຄົນ ​ແມ່ນ​ຮວມຢູ່​ໃນ​ຈຳນວນ​ພວກ​ທີ່​ເສຍ​ຊີວິດ ຈາກ​ການ​ໂຈມ​ຕີທີ່​
ເລີ້ມ​ມາ​ແຕ່​ມື້ວັນ​ສຸກ.

ກຸ່ມດັ່ງ​ກ່າວເວົ້າວ່າ ການ​ໂຈມ​ຕີ​ໄດ້​ເຮັດໃຫ້​ຊາວບ້ານ​ພາກັນ​ຫລົບໜີ​ຈາກ​ເຮືອນ​ຊານ
​ບ້ານ​ຊ່ອງ​ຂອງ​ພວກເຂົາ​ເຈົ້າ ​ແລະ​ພາໃຫ້​ມີ​ການ​ປະ​ທ້ວງ​ລັດຖະບານທີ່ ກຸງ
Damuscas ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ເສົານີ້.

ອົງການ​ຂ່າວ​ຝຣັ່ງກ່າວ​ວ່າ ກຸ່ມຝ່າຍ​ຄ້ານສະພາປົກຄອງແຫ່ງ​ຊາດ​ຊີ​ເຣຍ​ ໄດ້​ຮຽກ
ຮ້ອງ​ໃຫ້ສະພາຄວາ​ມໝັ້ນຄົງ​ຂອງສະຫະ​ປະຊາ​ຊາດ ​ເປີດ​ກອງ​ປະ​ຊຸມສຸກ​ເສີນ
ໃນ​ວັນ​ເສົາມື້ນີ້ ​ເພື່ອແກ້​ໄຂ​ຄວາມ​ຮຸນແຮງດັ່ງກ່າວ.

​ໃນ​ວັນ​ສຸກວານ​ນີ້ ​ເລ​ຂາ​ທິການ​ໃຫ່ຍຂອງສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​
ໄດ້​ກ່າວ​ວ່າ “​ການ​ປາບ​ປາມ​ດ້ານ​ຄວາມ​ປອດ​ໄພທີ່​ເພີ້​ມທະວີ​ຂຶ້ນ” ໂດຍ​ລັດຖະບານ
ຊິເຣຍ ​ໄດ້​ນໍາພາ​ໄປ​ສູ່ “ການ​ລະ​ເມີດ​ສິດທິ​ມະນຸດ​ຢ່າງ​ຮ້າຍ​ແຮງ” ຈາກທັງ​ສອງ​ກໍ້
າ​ສອງ​ຝ່າຍ.

ຢູ່​ໃນ​ລາຍ​ງານ​ຕໍ່ສະພາຄວາມ​ໝັ້ນຄົງນັ້ນ ທ່ານ Ban ກ່າວ​ວ່າ ການ​ໄປ​ມີໜ້າຂອງ
ບັນດາຜູ້​ສັງ​ເກ​ດການ​ສະຫະ​ປະຊາ​ຊາດທີ່​ບໍ່​ຕິດ​ອາວຸດ​ນັ້ນ ​ໄດ້​ເປັນ​ຜົນເຮັດໃຫ້​ເກີດ
​ຄວາມ​ສະຫງົບ ແຕ່​ວ່າ​ໂດຍທົ່ວ​ໄປ​ແລ້ວ ລະ​ດັບ​ຄວາມ​ຮຸນ​ແຮງໃນຊີ​ເຣຍ ແມ່ນຍັງ
ຂ້ອນ​ຂ້າງ​ສູງ​ຢູ່.

ລັດຖະບານ​ຊິ​ເຣຍ​ໄດ້ຖິ້ມ​ໂທດ​ໃສ່ອັນ​ທີ່ຊີ​ເຣຍ​ຮ້ອງ​ວ່າ “ພວກ​ກໍ່​ການ​ຮ້າຍ​ທີ່​ຕິດ​ອາ
ວຸດ” ​ແລະ​ຍັງ​ກ່າວ​ວ່າ 7 ຄົນ​ໄດ້​ຖືກ​ຂ້າ​ຕາຍ ໃນ​ເຂດ​ເມືອງ Hama ​ໃນ​ວັນ​ສຸກ
ວານ​ນີ້ ຫລັງ​ຈາກ​ພວກກໍ່​ການ​ຮ້າຍ​ຈຸ​ນຶ່ງໄດ້​ຍິງໃສ່​ພວກ​ທີ່​ໄປ​ໄວ້​ທຸກ.

​ເຖິງ​ແມ່ນ​ວ່າໄດ້​ມີ​ຜູ້​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ​ ຈໍານວນ​ຫລາຍຮ້ອຍຄົນ​ເຂົ້າ

​ໄປ​ໃນ​ຊີ​ເຣຍ​ແລ້ວກໍ​ຕາມ ​ແຕ່ປະກົດ​ວ່າ​ບໍ່​ມີ​ຮ່ອງຮອຍ​ຫຍັງ​ຫຼາຍທີ່​ຄວາມ​ຮຸນ​ແຮງ
ລະຫວ່າງພວກ​ກະບົດ​ແລະ​ກໍາລັງລັດຖະບານ ​ໄດ້​ລົດລົງ​.

ຄວາມ​ຮຸນ​ແຮງ​ຍັງ​ດໍາ​ເນີນ​ຢູ່​ຕໍ່​ໄປ ​ເຖິງ​ແມ່ນ​ວ່າ ​ໄດ້​ບັນລຸ​ແຜນການ​ສັນຕິພາບ​ທີ່​ໄກ່
​ເກ່ຍ​ໂດຍ​ທູດ​ພິ​ເສດນາໆ​ຊາດ ​ທ່ານ Kofi Annan ​ເມື່ອ 6 ອາທິດ​ກ່ອນ. ​ໂຄສົກ
ຂອງອະດີດ​ເລຂາທິິການ​ໃຫ່ຍສະຫະ​ປະ​ຊາ​ຊາດ ກ່າວ​ວ່າ ທ່ານ Annan ຈະ​ເດີນ​
ທາງ​ໄປຊີ​ເຣຍ ​ໃນ​ບໍ່​ຊ້າ​ຊຶ່ງ​ຈະ​ເປັ​ນການ​ຢ້ຽມຢາມ​ຄັ້ງ​ທໍາ​ອິດ ນັບ​ຕັ້ງ​ແຕ່​ທ່ານໄດ້ນຳ​
ສະ​ເໜີ​ແຜນການ​ສັນຕິພາບ ​ໃນ​ເດືອນ​ມີນາ​ທີ່​ຜ່ານ​ມາ.