ສະພາສູງສະຫະລັດ ໄດ້ຮັບຜ່ານຂໍ້ຕົກລົງ ເພື່ອຫລີກລ່ຽງ ການຜິດນັດຊຳລະໜີ້ ແລ້ວຖືກນຳສົ່ງໄປໃຫ້ ປະທານາທິບໍດີ ໄບເດັນ

ທ່ານຊັກ ຊູມເມີ ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຫຼັງຈາກການປະຊຸມນະໂຍບາຍຕອນອາຫານທ່ຽງປະຈຳອາທິດຂອງພັກເດໂມແຄຣັດ ຢູ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ທັນວາ 2021.

ສະພາສູງສະຫະລັດ ໃນວັນພະຫັດວານີ້ ໄດ້ຮັບຜ່ານຮ່າງກົດໝາຍສອງສະບັບທຳອິດແລະໄດ້ນຳສົ່ງໄປໃຫ້ປະທານາທິບໍດີ ໂຈ ໄບເດັນ, ທີ່ຕ້ອງການເພື່ອເພີ້ມຂີດຈຳກັດໜີ້ສິນຂອງລັດຖະບານກາງ ຂຶ້ນເຖິງ 28 ພັນ 9 ຮ້ອຍຕື້ໂດລາ ແລະຫລີກລ່ຽງຕໍ່ການຜິດນັດໃນການຊຳລະໜີ້ທີ່ບໍ່ເຄີຍມີມາກ່ອນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ.

ສະພາສູງໄດ້ລົງຄະແນນສຽງ 59 ຕໍ່ 35 ສຳລັບມາດຕະການດັ່ງກ່າວ ໂດຍມີສະມາຊິກຈາກພັກຣີພັບບລີກັນ 10 ຄົນ ລວມທັງ ຜຸ້ນຳສຽງສ່ວນນ້ອຍ ທ່ານມິຕຈ໌ ເມັກຄອນເນລ (Mitch McConnell) ນຳດ້ວຍ ທີ່ໃຫ້ສະໜັບສະໜຸນຮ່າງກົດໝາຍນັ້ນ. ພັກຣີພັບບຣີກັນ ໄດ້ກ່າວເມື່ອຕົ້ນອາທິດນີ້ ວ່າ ທ່ານເຊື່ອວ່າຂັ້ນຕອນນີ້ ແມ່ນເປັນຜົນປະໂຫຍດທີ່ດີທີ່ສຸດຂອງປະເທດ ເພາະວ່າ ມັນຫລີກເວັ້ນການຜິດນັດຊຳລະໜີ້.

ສ່ວນພັກເດໂມແຄຣັດ ທີ່ນຳພາສະພາຜູ້ແທນຂອງສະພາຕ່ຳ ໄດ້ຮັບຮອງຮ່າງກົດໝາຍດັ່ງກ່າວ ໃນຕອນແລງວັນພຸດວານນີ້ ດ້ວຍຄະແນນສຽງ 222 ຕໍ່ 212 ໂດຍມີສະມາຊິກຈາກພັກຣີພັບບລີກັນ ພຽງຄົນດຽວສະໜັບສະໜຸນຮ່າງກົດໝາຍນີ້.

ທ່ານໄບເດັນ ຄາດວ່າ ຈະລົງນາມໃນທັນທີ ໃນມາດຕະການອັນເປັນລະບຽບການທີ່ຜິດປົກກະຕິ ທີ່ອະນຸຍາດໃຫ້ຮ່າງກົດໝາຍສະບັບທີສອງ ຊຶ່ງໃນຄວາມເປັນຈິງແລ້ວ ຈະເພີ້ມອຳນາດໃນການກູ້ຢືມເງິນຂອງລັດຖະບານຂຶ້ນຕື່ມ ຊຶ່ງມັນຈະຖືກຮັບຜ່ານໃນບໍ່ເທົ່າໃດວັນຈະມາເຖິງນີ້.

“ຂ້າພະເຈົ້າມີຄວາມຮູ້ສຶກໃນແງ່ດີ ທີ່ຫຼັງຈາກໄດ້ລົງຄະແນນສຽງໃນມື້ນີ້ ພວກເຮົາຈະຢູ່ເສັ້ນທາງຂອງການຫລີກເວັ້ນຄວາມຫາຍະນະໃນການຜິດນັດ” ທ່ານຊັກ ຊູມເມີ (Chuck Schumer) ຜູ້ນຳສຽງສ່ວນຫຼາຍຂັ້ນສູງຂອງພັກເດໂມແຄຣັດ ໄດ້ກ່າວຖະແຫລງໃນຫໍປະຊຸມລັດຖະສະພາ ກ່ອນໜ້າການລົງຄະແນນສຽງ ຕໍ່ມາດຕະການດັ່ງກ່າວ ຊຶ່ງທ່ານໄດ້ເຈລະຈາຕໍ່ລອງກັບທ່ານເມັກຄອນເນລ ເພື່ອໃຫ້ຮັບຜ່ານຢ່າງວ່ອງໄວ.

ລັດຖະມົນຕີກະຊວງການເງິນ ທ່ານນາງເຈັນເນັດ ແຢລເລນ (Janet Yellen) ໄດ້ຮຽກຮ້ອງໃຫ້ລັດຖະສະພາ ເພີ້ມຂີດຈຳກັດຂຶ້ນ ກ່ອນວັນພຸດໜ້າ ແລະລັດຖະສະພາ ບັດນີ້ ປາກົດວ່າ ຢູ່ໃນເສັ້ນທາງທີ່ຈະບັນລຸຕາມນັ້ນ.

ການລົງຄະແນນສຽງຄັ້ງສຸດທ້າຍກ່ຽວກັບຮ່າງກົດໝາຍທີສອງ ຄືຮ່າງກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຂີດຈຳກັດໜີ້ສິນ ແມ່ນຄາດວ່າ ຈະໄປຢູ່ໃນສະພາສູງ ແລະສະພາຕ່ຳພາຍໃນວັນອັງຄານໜ້າ.

ສະມາຊິກພັກຣີພັບບລີກັນໄດ້ພະຍາຍາມເປັນເວລາຫຼາຍເດືອນເພື່ອກົດດັນໃຫ້ສະມາຊິກພັກເດໂມແຄຣັດ ເພີ້ມຂີດຈຳກັດໜີ້ສິນ ດ້ວຍຕົນເອງ ໂດຍການຫາທາງເພື່ອເຊື່ອມໂຍງການເຄື່ອນໄຫວນີ້ ກັບຂໍ້ສະເໜີຮ່າງກົດໝາຍໃຊ້ຈ່າຍພາໃນປະເທດທີ່ເອີ້ນວ່າ “ສ້າງຄືນໃໝ່ໃຫ້ດີກວ່າເກົ່າ ຫຼື Build Back Better” ມູນຄ່າ 1 ພັນ 75 ຮ້ອຍລ້ານໂດລາ ຂອງປະທານາທິບໍດີ ໂຈ ໄບເດັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ