ນຶ່ງຄົນ ເສຍຊີວິດ ໃນເຫດກໍ່ຈະລາຈົນ ຢູ່ສູນຄຸມຂັງ ພວກຊອກຂໍລີ້ໄພ ທີ່ ປາປົວ ນິວກີເນຍ (ວີດີໂອ)

ຜູ້ຊາຍຄົນນຶ່ງ ກໍາລັງຢ່າງຜ່ານຕູບຜ້າເຕັ້ນ ຢູ່ສູນກັກຂັງ ທີ່ເກາະ Manus ໃນ Papua New Guinea.

ບັນດາ​ເຈົ້າ​ໜ້າ​ທີ່ອອສ​ເຕ​ຣເລຍກ່າວ​ວ່າ ຜູ້​ຊອກ​ຫາບ່ອນ​ລີ້
​ໄພ​ຄົນ​ນຶ່ງ ​ໄດ້​ເສຍ​ຊີວິດ ​ແລະ​ອີກ 77 ຄົນ ໄດ້​ຮັບ​ບາດ​ເຈັບ​ ​
ໃນ​ຂະນະ​ທີ່​ເກີດ​ຄວາມ​ວຸ້ນວາຍ​ເທື່ອທີສອງ ​ໃນອາທິດ​ນີ້​ທີ່
ສູນກາງຄຸມຂັງຢູ່ Papua New Guinea.

ກໍລະນີ​ດັ່ງກ່າວ​ ໄດ້ເນັ້ນຢໍ້າໃຫ້ເຫັນ ອັນ​ທີ່​ພວກນັກ​ເຄື່ອນ
​ໄຫວບາງຄົນ​ກ່າວ​ວ່າເປັນສະພາບ​ການທີ່ບໍ່​ມີ​ຄວາມ​ປອດ
​ໄພທີ່​ສູນຄຸມຂັງ ຊຶ່ງຕັ້ງ​ຢູ່ສອກຫລີກຫ່າງ​ໄກເທິງເກາະ Ma-
nus ທີ່​ພວກ​ຊອກ​ຫາບ່ອນລີ້​ໄພ ​ຊຶ່ງພະຍາຍາມເດີນທາງ
ໄປປະ​ເທດ​ອອສ​ເຕຣ​ເລຍໄດ້ຖືກ​ສົ່ງ​ໄປ​ດຳເນີນການຢູ່ທີ່ນັ້ນ.

ລັດຖະມົນຕີກວດ​ຄົນ​ເຂົ້າ​ເມືອງ ​ອອສ​ເຕຣ​ເລຍ ທ່ານ Scott Morrison ກ່າວ​ວ່າ ຄວາມ​
ບໍ່​ສະ​ງົບ​ໄດ້​ເກີດ​ຂື້ນ ຫລັງ​ຈາກພວກ​ທີ່ອາດຈະເປັນອົບ​ພະ​ຍົບເຫຼົ່ານີ້​ໄດ້​ຖືກ​ແຈ້ງ​ໃຫ້​ຊາບ
ວ່າພວກ​ເຂົາ​ເຈົ້າຈະ​ໄດ້​ຕັ້ງ​ຖິ່ນ​ຖານໃໝ່ຢູ່ທີ່ Papua New Guinea ຊຶ່ງເປັນປະເທດທີ່
ທຸກຍາກ.

ແຜນທີ່ເກາະ Manus, Papua New Guinea


ທ່ານໄດ້​ຮ້ອງ​ເຫດການ​ນີ້ວ່າ ເປັນເລື່ອງທີ່ໜ້າ “ເສົ້າ​ສະ​ຫລົດ​
ໃຈ​ຢ່າງ​ໃຫຍ່​ຫຼວງ” ​ແຕ່​ໄດ້​ຖິ້ມໂທດໃສ່ພວກ​ຊອກ​ຂໍ​ລີ້ໄພ ທີ່
ຖືກກ່າວຫາວ່າພະຍາ​ຍາມ​ຫລົບ​ໜີ​ໄປຈາກ​ສະຖານ​ທີ່​ດັ່ງກ່າວ.

ກຸ່ມປົກປ້ອງ​ສິດທິ​ມະນຸດ​ບາງຄົນ ບໍ່​ເຫັນດ້ວຍ​ກັບຄຳຊີ້ແຈງ
ທີ່ກ່າວມານັ້ນ. ຄະນະກໍາມະການຊ່ວຍ​ເຫລືອ​ອົບ​ພະຍົບກ່າວ​
ວ່າ ບັນດາ​ຊາວບ້ານ​ໃນເຂດທ້ອງ​ຖິ່ນ​ ທີ່ມີ​ພ້າ​ອີ່​ໂຕ້ ທໍ່​ນໍ້າ ​ໄມ້
ຄ້ອນ ​ແລະ​ກ້ອນ​ຫີນເປັນອາວຸດ ໄດ້ບຸກເຂົ້າໄປໃນສູນດັ່ງກ່າວ ​
ແລະ​ໂຈມ​ຕີ​ບັນດາ​ຜູ້​ຊອກ​ຂໍລີ້​ໄພ.

ບໍລິສັດຮັກສາຄວາມ​ປອດ​ໄພສັນຍາຈ້າງຂອງ​ອັງກິດ G4S ທີ່​ຍາມ​ສະຖານ​ທີ່​ດັ່ງກ່າວ ​ໄດ້
​ປະຕິ​ເສດຕໍ່​ການ​ກ່າວ​ຫາ ​ໂດຍເວົ້າວ່າ ບັນດາ​ຜູ້​ຊອກ​ຂໍລີ້​ໄພ ບໍ່ໄ​ດ້ໜີອອກໄປຈາກສະຖານ
​ທີ່ຄຸມຂັງ​ຍ້ອນ​ຖືກ​ໂຈມ​ຕີ​ໂດຍປະຊາຊົນ​ໃນທ້ອງ​ຖິ່ນ.

ສາມ​ສິບ​ຫ້າ​ຄົນ ​ໄດ້​ພາກັນ​ລັກ​ໜີ​ອອກ​ຈາກ​ສະຖານ​ທີ່ແຫ່ງນີ້ ໃນອາທິດ​ແລ້ວ​. ຫລາຍ​ຄົນ​
ໄດ້​ຖືກ​ຈັບ ​ແລະນໍາມາຄຸມຂັງ​ຄືນອີກ.

Your browser doesn’t support HTML5

AUSTRALIA


ວີດີໂອພາສາລາວ ກ່ຽວກັບການເຊັນສັນຍາ ລະຫວ່າງອອສເຕຣເລຍ
ກັບ ປາປົວ ນິວ ກີເນຍ: