ຄວາມຮ້າຍແຮງ ການວາງລະເບີດ ໃນອີຣັກ ຍັງດໍາເນີນ ຢູ່ຕໍ່ໄປ (ວີດີໂອ/​ສະ​ໄລ​ດ໌)

ຕໍາຫລວດ ອີຣັກ ກ່າວ​ວ່າ ການວາງລະ​ເບີດ​ລົດຕິດ​ຕໍ່​ກັນ ​ຢູ່​ໃນ​
ເມືອງ​ຫລວງ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 10 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ​ເຫດລະ​ເບີດ​ເກີດ​ຂື້ນ​ໃນ​ວັນ​ຈັນ​ມື້​ນີ້
ຢູ່​ໃ​ນຫລາຍໆ​ຄຸ້ມ ​ໃນກຸງ​ແບກແດດ.

ຂະນະ​ດຽວ​ກັນ ​ອົງການ​ຂ່າວ​ຝຣັ່ງ ລາຍງານ​ວ່າ ​ຕໍາຫລວດ​ໃນ
ເຂດຕາ​ເວັນ​ຕົກ ​ຂອງ​ແບກ​ແດດໄດ້​ພົບ​ເຫັນ​ຊາກ​ສົບຜູ້​ຊາຍ​ສາມ
​ຄົນ ​ແລະ ​ຜູ້ຍິງ​ນຶ່ງ​ຄົນ ທີ່ “ມີ​ຮອຍ​ຖືກ​ທາ​ລຸນ.” ລາຍ​ງານ​ຂ່າວ​
ເວົ້າ​ວ່າ ຜູ້​ເຄາະຮ້າຍ ​ໄດ້​ຖືກ​ສັງຫານ​ ໂດຍ​ການ​ຍິງ​ໃສ່​ຫົວ.

Your browser doesn’t support HTML5

Iraq violence


ອີຣັກ ກໍາລັງ​ປະ​ສົບກັບ​ການ​ກໍ່ຄວາມ​ບໍ່​ສະຫງົບ​ທີ່​ຮ້າຍ​ແຮງ​ທີ່​ສຸດ ນັບ​ຕັ້ງ​ແຕ່​ປີ 2008 ​ມາ
ເວລາ​ປະ​ເທດໂຜ່​ໂຕອອກ​ມາ​ຈາກ ​ໄລຍະ​ນຶ່ງ​ຂອງສົງຄາມ​ຂັດ​ແຍ້​ງ ​ທາງ​ສາສະໜາ ລະຫວ່າງ​ກຸ່ມ Sunni ​ແລະ Shi’ites ຂອງ​ປະ​ເທດ.

ສະຫະ​ປະຊາ​ຊາດ ກ່າວ​ວ່າ ​ເກືອບ 9,000 ຄົນ​ ໄດ້​ເສຍ​ຊີວິດ​ຍ້ອນ​ຄວາມ​ຮຸນ​ແຮງໃນອີຣັກ ​
ໃນ​ປີ​ກາຍ​ນີ້. ​ໃນ​ນັ້ນເກືອບທັງ​ໝົດ ​ມີນອກຈາກ 1000 ກ່ວາຄົນແມ່ນເປັນ​ພົນລະ​ເຮືອນ.

ວີດີໂອ: ອິຣັກຫວັງວ່າ ພວກຊົນເຜົ່າຈະຊ່ວຍຂັບໄລ່ ພວກຫົວຮຸນແຮງ ອອກນອກປະເທດ:

Your browser doesn’t support HTML5

Iraq Hopes Tribes Will Oust Islamic Militants