ການກັກບໍລິເວນ COVID-19 106 ວັນ ສິ້ນສຸດລົງໃນເມືອງທີ່ໃຫຍ່ທີ່ສຸດ ຂອງ ອອສເຕຣເລຍ

ປະຊາຊົນໃສ່ໜ້າກາກຍ່າງຂ້າງລາງຂອງລົດລາງ ຢູ່ໃຈກາງເມືອງ ໃນລະຫວ່າງການກັກບໍລິເວນ ເພື່ອຫຼຸດຜ່ອນການແຜ່ລາມຂອງ COVID-19 ໃນນະຄອນ ຊິດນີ, ອອສເຕຣເລຍ. 24 ກັນຍາ, 2021.

ການກັກບໍລິເວນ COVID-19 ທີ່ແກ່ຍາວດົນນານໃນນະຄອນ ຊິດນີ, ເຊິ່ງແມ່ນເມືອງທີ່ໃຫຍ່ທີ່ສຸດຂອງ ອອສເຕຣເລຍ ນັ້ນ, ໄດ້ສິ້ນສຸດລົງໃນວັນ ຈັນວານນີ້ ສຳລັບປະຊາຊົນທີ່ໄດ້ສັກຢາແລ້ວ. ຄຳສັ່ງໃຫ້ຢູ່ບ້ານທີ່ຖືກກຳນົດ ໃນວັນທີ 26 ມິຖຸນາ ທີ່ຜ່ານມາແມ່ນໄດ້ຖືກຍົກເລີກ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານ ຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະ ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ການກັກບໍລິເວນ COVID-19 106 ວັນສິ້ນສຸດລົງ ໃນເມືອງທີ່ໃຫຍ່ທີ່ສຸດຂອງ ອອສເຕຣເລຍ

ການໂຄສະນາຕ່າງໆຂອງລັດຖະບານໄດ້ຮຽກຮ້ອງໃຫ້ປະຊາຊົນ ອອສເຕຣເລຍ ໄປສັກຢາຕ້ານ COVID-19, ໂດຍສັນຍາວ່າອິດສະຫຼະພາບຈະກັບຄືນມາ ເວລາທີ່ອັດຕາການສັກຢາໄດ້ກາຍຂີດໝາຍຄວາມສຳເລັດໃດນຶ່ງ. ຂໍ້ຄວາມທີ່ວ່ານັ້ນໄດ້ໄປຮອດຊຸມຊົນຕ່າງໆ.

ການກັກບໍລິເວນ 106 ວັນໃນນະຄອນ ຊິດນີ ລັດ ນິວ ຊາວ ແວລສ໌, ໄດ້ຖືກຍົກເລີກໃນວັນຈັນວານນີ້ຍ້ອນອັດຕາການສັກຢາແມ່ນໄດ້ກາຍ 70 ເປີເຊັນສຳລັບປະຊາຊົນອາຍຸ 16 ປີ ແລະ ສູງກວ່າ.

ໂຮງອອກກຳລັງກາຍ, ຮ້ານອາຫານ ແລະ ຮ້ານເສີມສວຍແມ່ນໄດ້ເປີດຄືນເປັນຄັ້ງທຳອິດນັບຕັ້ງແຕ່ທ້າຍເດືອນມິຖຸນາເປັນຕົ້ນມາ. ການເຕົ້າໂຮມກັນຂະໜາດນ້ອຍຢູ່ບ້ານແມ່ນໄດ້ຖືກອະນຸຍາດ, ແລະ ກຸ່ມທີ່ໃຫຍ່ກວ່າແມ່ນໄດ້ ຖືກອະນຸຍາດໃຫ້ພົບກັນຢູ່ສວນສາທາລະນະ ແລະ ຫາດຊາຍຕ່າງໆ. ແຕ່ແນວໃດກໍຕາມ, ອິດສະຫຼະພາບແມ່ນໃຊ້ໄດ້ກັບຜູ້ທີ່ສັກຢາຄົບແລ້ວເທົ່ານັ້ນ.

ເຖິງຢ່າງໃດກໍຕາມ, ປະຊາຊົນທຸກຄົນຍັງປະເຊີນກັບຂໍ້ຫ້າມຕ່າງໆກ່ຽວກັບການເດີນທາງທີ່ໄກກວ່ານະຄອນ ຊິດນີ. ກົດລະບຽບທັງຫຼາຍຈະຖືກຫຼຸດຜ່ອນລົງເວລາທີ່ອັດຕາການສັກຢາໃນລັດດັ່ງກ່າວຮອດ 80 ເປີເຊັນ. ໃນຈຸດນັ້ນ, ການເດີນທາງໄປຕ່າງປະເທດ, ເຊິ່ງໄດ້ຖືກຫ້າມຢ່າງເຄັ່ງຄັດນັບຕັ້ງ ແຕ່ເດືອນມີນາ 2020 ເປັນຕົ້ນມາ, ຈະສືບຕໍ່ຄືນ.

ແຕ່ບັນດາເຈົ້າໜ້າທີ່ຄາດວ່າ ການຕິດໄວຣັສໂຄໂຣນາຈະເພີ່ມຂຶ້ນໃນຂະນະທີ່ຂໍ້ຫ້າມຕ່າງໆໄດ້ຖືກຍົກເລີກ.

ຜູ້ປົກຄອງລັດ ນິວ ຊາວ ແວລສ໌ ທ່ານ ໂດມີນິກ ເພີຣັອດເທັດ ເວົ້າວ່າວິທີການທີ່ລະມັດລະວັງ ແລະ ເປັນຂັ້ນຕອນເພື່ອເປີດຄືນແມ່ນມີຄວາມຈຳເປັນ.

ທ່ານ ເພີຣັອດເທັດ ກ່າວວ່າ “ມັນຈະມີສິ່ງທ້າທາຍຕ່າງໆໃນຂະນະທີ່ພວກເຮົາເຄື່ອນຜ່ານໄລຍະນີ້. ຂ້າພະເຈົ້າຄິດວ່າພວກເຮົາແມ່ນລັດທຳອິດໃນປະເທດທີ່ຈະເປັນຜູ້ທຳອິດທີ່ຄົນທີ່ອອກມາຂ້າງ ນອກເພື່ອໄປຮ້ານກິນດື່ມ, ຮ້ານອາຫານ ແລະ ຮ້ານຄາເຟຕ່າງໆຕ້ອງຖືກສັກຢາສອງຄັ້ງ. ນັ້ນຈະເປັນສິ່ງທ້າທາຍທີ່ມານຳມັນ, ແຕ່ຂ້າພະເຈົ້າຄິດວ່າຖ້າທຸກຄົນປະຕິບັດກັບຄົນອື່ນດ້ວຍຄວາມເຄົາ ລົບ ແລະ ເມດຕາກະລຸນາໃນລະຫວ່າງໄລຍະນີ້, ພວກເຮົາຈະເປີດຄືນຢ່າງປອດໄພ.”

ການສັກຢາແມ່ນຂໍ້ບັງຄັບໃນ ອອສເຕຣເລຍ ສຳລັບພະນັກງານສາທາລະນະສຸກ, ນາຍຄູບາງຄົນ ແລະ ອາຊີບອື່ນໆ. ຜູ້ອອກກົດລະບຽບຢາຂອງປະເທດໄດ້ກ່າວວ່າຢາວັກຊີນແມ່ນ “ປອດໄພ ແລະ ມີປະສິດທິພາບ,” ແຕ່ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າຄົນ ອອສເຕຣເລຍ ປະມານ 10 ເປີເຊັນແມ່ນລັງເລໃຈ ກ່ຽວກັບ ການສັກຢາກັນ COVID-19.

ຜູ້ອາໄສຢູ່ນະຄອນ ຊິດນີ ທ້າວ ຈາມາລ ດາອູດ ເວົ້າວ່າລາວບໍ່ເຊື່ອຄວາມປອດໄພຂອງຢາວັກຊີນ.

ທ້າວ ດາອູດ ກ່າວວ່າ “ຂ້ອຍບໍ່ເຊື່ອວ່າໂຣກລະບາດແມ່ນຮ້າຍແຮງເຖິງຊີວິດຈົນເຖິງຈຸດທີ່ວ່າຕ້ອງບັງຄັບໃຫ້ປະຊາຊົນໄປສັກຢາທີ່ບໍ່ໄດ້ຖືກພິສູດວ່າປອດໄພ. ພວກເຮົາບໍ່ມີຂໍ້ມູນພຽງພໍວ່າວັກຊີນນີ້ແມ່ນປອດໄພ.”

ໃນລັດ ນິວ ຊາວ ແວລສ໌, ຂໍ້ຫ້າມທຸກຢ່າງ ຕໍ່ປະຊາຊົນທີ່ບໍ່ໄດ້ສັກຢາຈະຖືກຍົກເລີກເວລາທີ່ອັດຕາພູມຕ້ານທານໄດ້ຮອດ 90 ເປີເຊັນ.

ປະຊາຊົນຫຼາຍລ້ານຄົນ, ແນວໃດກໍຕາມ, ຍັງຄົງຖືກກັກບໍລິເວນໃນນະຄອນ ແມລເບິນ ແລະ ແຄນເບີຣາ ຂອງອອສເຕຣເລຍ.

ອອສເຕຣເລຍ ໄດ້ກວດພົບການຕິດໄວຣັສໂຄໂຣນາ 127,500 ກໍລະນີນັບຕັ້ງແຕ່ຕອນເລີ່ມຕົ້ນຂອງໂຣກລະບາດ. ຫຼາຍກວ່າ 1,400 ຄົນໄດ້ເສຍຊີວິດ.

ອ່ານລາຍງານນີ້ເປັນພາສາອັງກິດ