ຍານາງດາຣາວັນ ສົມສະຫວັດດີ ຜູ້ຊ່ວຍຫົວໜ້າ ພະແນກນຶ່ງ ຂອງກະຊວງສຶກສາ ໃນນະຄອນຫຼວງປາຣີ ເປັນແມ່ລ້ຽງລູກຄົນດຽວ

ຍານາງດາຣາວັນ ສົມສະຫວັດດີ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈຳວັນພະ
ຫັດມື້ນີ້ ເຮົາຈະພາທ່ານຟັງການໂອ້ລົມ ກັບຍານາງດາຣາວັນ ສົມສະວັດດີ ຜູ້ມີຄວາມຝັນ
ຈະສຳເລັດປະລິນຍາເອກ ຝ່າຍປະຫວັດສາດ ສິນລະປະ ແຕ່ໃນທີ່ສຸດ ໄດ້ກາຍມາເປັນ
ລັດຖະກອນຢູ່ກະຊວງສຶກສາຝຣັ່ງໃນນະຄອນ ຫຼວງປາຣີ ແລະກາຍມາເປັນແມ່ ລ້ຽງລູກ
ຊາຍນ້ອຍຄົນດຽວ. ຍານາງດາຣາວັນ ໄດ້ຜ່ານຜ່າອຸບປະສັກທາງດ້ານຄອບຄົວຫຼາຍຢ່າງ
ໃນການຊີວິດ ຊຶ່ງກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງຊີວິດຊາວລາວ ໃນຕ່າງແດນ

ດາຣາວັນ ສົມສະວັດດີ ເກີດໃນປີ 1976 ເວລານັ້ນແມ່ກຳລັງຖືພາ ແລະໄດ້ມາອອກລູກ
ໃນເວລາຄອບຄົວ ເຂົ້າມາຕັ້ງຖິ່ນຖານ ຢູ່ປະເທດຝຣັ່ງ ໃນປີ 1976. ດາຣາວັນ ສາມາດ
ປາກພາສາລາວສຳນຽງວຽງຈັນໄດ້ເປັນຢ່າງດີແລະ ເປັນຄົນດຸໝັ່ນດ້ານການສຶກສາ. ດາຣາ
ວັນສຳເລັດປະລິນຍາໂທຝ່າຍສິນລະປະ ແລະມີຄວາມຝັນ ຢາກຈະສຳເລັດປະລິນຍາເອກ
ເພື່ອຈະນຳໄປສິດສອນ ແຕ່ຄວາມຝັນຕ້ອງໄດ້ຢຸດເຊົາລົງເນື່ອງຈາກອຸບປະສັກດ້ານຄອບ
ຄົວ ຄືແມ່ໄດ້ເສຍ ຊີວິດ ແລະຕໍ່ມາພໍ່ກໍໄດ້ເສຍຊີວິດ. ບັດນີ້ ດາຣາວັນຕ້ອງໄດ້ຢຸດຮຽນ ເຮັດ
ວຽກ ຊ່ວຍຕົນເອງ. ດາຣາວັນໄດ້ເລົ່າສູ່ຟັງເຖິງຊີວິດການເປັນຢູ່ ແລະສິ່ງແວດລ້ອມ ທາງ
ສັງຄົມ ໃນນະຄອນປາຣີສູ່ ວີໂອເອ ຟັງດັ່ງນີ້:

Your browser doesn’t support HTML5

ເຊີນຟັງ ຍານາງດາຣາວັນ ສົມສະຫວັດດີ


ແມ່ຂອງດາຣາວັນ ເສຍຊີວິດອາຍຸ 42 ປີ ເວລານັ້ນ ດາຣາວັນມີອາຍຸໄດ້ 19 ປີ ຊຶ່ງເປັນຊ່ວງ
ເວລາທີ່ດາຣາວັນ ຕ້ອງໄດ້ເຕີບໃຫຍ່ໃຫ້ໄວເພື່ອຊ່ວຍຄອບຄົວ. ດາຣາວັນ ໄດ້ກ່າວເຖິງປະ
ສົບການຊີວິດຕອນນີ້ ສູ່ຟັງວ່າ:

Your browser doesn’t support HTML5

ເຊີນຟັງ ຍານາງດາຣາວັນ ສົມສະຫວັດດີ

ດາຣາວັນ ສຳເລັດປະລິນຢາໂທຝ່າຍສິນລະປະ ແລະມີພື້ນຖານການເຮັດວຽກ ຢູ່ໃນລະບົບ
ລັດຖະບານຝຣັ່ງມາກ່ອນ ເພາະສະນັ້ນ ດາຣາວັນໂຊກດີທີ່ໄດ້ໜ້າທີ່ເປັນຜູ້ຊ່ວຍຫົວໜ້າ
ຫ້ອງການກະຊວງສຶກສາ ຊຶ່ງດາຣາວັນ ອະທິບາຍສູ່ຟັງວ່າ:

Your browser doesn’t support HTML5

ເຊີນຟັງ ຍານາງດາຣາວັນ ສົມສະຫວັດດີ


ດາຣາວັນ ແມ່ນຊາວໜຸ່ມຝຣັ່ງ ທີ່ໃຊ້ຊີວິດຢູ່ນຳກັນແບບຊູ້ສາວ ແລະບໍ່ໄດ້ແຕ່ງ ງານເປັນ
ຜົວເມຍຢ່າງຖືກຕ້ອງຕາມກົດໝາຍອັນເປັນສັງຄົມສະໄໝໃໝ່. ເພາະສະນັ້ນເມື່ອມີລູກນຳ
ກັນຜູ້ເປັນພໍ່ຂອງລູກຖືວ່າ ບໍ່ມີຂໍ້ຜູກມັດ ໃນການລ້ຽງລູກ ໂດຍຕົງ ແຕ່ສະໝັກໃຈເທົ່າທີ່ເຮັດ
ໄດ້.ດ້ວຍເຫດນີ້ດາຣາວັນຜູ້ເປັນແມ່ຈຶ່ງເປັນຜູ້ຮັບຜິດຊອບ ລ້ຽງລູກຄົນດຽວ ຕາມລໍາພັງ
ໂດຍທີ່ພໍ່ຂອງລູກ ບໍ່ຄ່ອຍຮັບຜິດ ຊອບເທົ່າທີ່ຄວນ. ດາຣາວັນໂຊກດີກໍຄື ເປັນພະນັກ
ຂອງລັດຖະບານຝຣັ່ງ ຊຶ່ງມີລະບົບສົງເຄາະທີ່ດີ ມີສິດຢູ່ບ້ານເວລາລູກບໍ່ສະບາຍ ແລະ
ພັກຜ່ອນລະດູຮ້ອນຫຼາຍອາທິດຕໍ່ປີ ຊຶ່ງດາຣາວັນ ໄດ້ກ່າວຕໍ່ໄປວ່າ:

Your browser doesn’t support HTML5

ເຊີນຟັງຍານາງດາຣາວັນ ສົມສະວັດດີ

ຄົນເຊື້ອສາຍລາວຜູ້ເກີດໃໝ່ໃຫຍ່ລຸນຢູ່ຕ່າງປະເທດ ຫຼາຍໆຄົນບໍ່ສາມາດປາກເວົ້າພາສາ
ລາວໄດ້ດີ. ເມື່ອຖາມວ່າເປັນຫຍັງດາຣາວັນຈຶ່ງສາມາດປາກພາສາ ລາວດ້ວຍສໍານຽງວຽງ
ຈັນ ດາຣາວັນ ຕອບມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

Your browser doesn’t support HTML5

ເຊີນຟັງຍານາງດາຣາວັນ ສົມສະວັດດີ

ດາຣາວັນແມ່ນແມ່ຍິງຝຣັ່ງ ເຊື້ອສາຍລາວຄົນນຶ່ງ ທີ່ໄດ້ຮັບການສືກສາສູງແລະເຮັດວຽກຢູ່
ໃນກະຊວງສຶກສາ ຂອງລັດຖະບານຝຣັ່ງ. ໃນຂະນະດຽວກັນ ຊີວິດ ຂອງດາຣາວັນ ກໍບໍ່
ແຕກຕ່າງຫຍັງຫຼາຍກັບສະຕີຝຣັ່ງຄົນອື່ນໆ ທີ່ເຮັດວຽກລ້ຽງ ລູກຄົນດຽວຕາມລຳພັງ.