ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດ ຢືນຢັນວ່າເຂື່ອນໄຟຟ້າຢູ່ເທິງແມ່ນ້ຳຂອງ ທັງຢູ່ຈີນ ແລະ ລາວ ຕັນ ແລະ ດັກເອົາດິນຕະກອນ ເຖິງ 90 ຂອງປະລິມານທັງໝົດ.
Your browser doesn’t support HTML5
ຜູ້ຊ່ຽວຊານຢືນຢັນວ່າເຂື່ອນໄຟຟ້າຢູ່ເທິງແມ່ນ້ຳຂອງ ທັງຢູ່ຈີນ ແລະ ລາວ ຕັນ ແລະ ດັກເອົາດິນຕົມຮອດ 90 ເປີເຊັນ
ສາດສະດາຈານ ດຣ. ອຽນ ແບດ ຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ແລະ ນິເວດວິທະຍາໃນອາຊີຕາເວັນອອກສຽງໃຕ້. ຂອງມະຫາວິທະຍາໄລ Wisconsin-Madison ຢືນຢັນວ່າການສຶກສາຄົ້ນຄ້ວາກ່ຽວກັບບັນຫາ - ຜົນກະທບຈາກເຂື່ອນໄຟຟ້າເທິງແມ່ນໍ້າຂອງ ພົບວ່າ ເຂື່ອນ ທັງຢູ່ຈີນ ແລະ ລາວ ໄດ້ຕັນ ແລະ ດັກດິນຕົມກວມເອົາເຖິງ 90 ເປີເຊັນຂອງປະລິມານດິນຕະກອນທັງໝົດ ດັ່ງນັ້ນ, ຈືງມີພຽງ 10 ເປີເຊັນ ຂອງດິນຕະກອນທີ່ສາມາດຜ່ານສິ່ງກີດຂວາງ ແລະ ລົງສູ່ພື້ນທີ່ເຂດລຸ່ມຂອງເຂື່ອນ. ທັ້ງຍັງຖືວ່າເປັນສາເຫດສໍາຄັນທີ່ເຮັດໃຫ້ເກິດສະພາບນ້ໍາໃສຜິດປົກກະຕິ ແລະ ສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ສິ່ງແວດລ້ອມທຳມະຊາດຢູ່ໃນລຸ່ມແມ່ນ້ຳຂອງອີກດ້ວຍ.