ບັນດາເຂື່ອນໄຟຟ້າທັງໃນ ຈີນແລະລາວ ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວະນານາພັນ ແລະລະບົບນິເວດທຳມະຊາດ

  • ຊົງຣິດ ໂພນເງິນ

ແຟ້ມພາບ: ພາບຖ່າຍໃນວັນທີ 20 ມິຖຸນາ 2016, ໃຫ້ເຫັນເຮືອຫາປາແລ່ນຜ່ານ ໂຄງການກໍ່ສ້າງເຂື່ອນດອນສະໂຮງ ຢູ່ລຳແມ່ນ້ຳຂອງ ຝັ່ງສປປ ລາວ ເຊິ່ງມີຊາຍແດນຕິດກັບ ກຳປູເຈຍ. (AP Photo/Heng Sinith, File)

ບັນດາເຂື່ອນໄຟຟ້າທັງໃນ ຈີນແລະລາວ ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວະນານາພັນແລະລະບົບນິເວດທຳມະຊາດ ໃນຕະຫລອດແນວແມ່ນ້ຳຂອງ ຍ້ອນວ່າເຂື່ອນໄດ້ກັນດິນຕະກອນໄວ້ເປັນສ່ວນໃຫຍ່.

Your browser doesn’t support HTML5

ບັນດາເຂື່ອນໄຟຟ້າທັງໃນ ຈີນແລະລາວ ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວະນານາພັນແລະລະບົບນິເວດທຳມະຊາດ

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມໃນສຳນັກງານຊັບພະຍາກອນນໍ້າແຫ່ງຊາດໄທ ຢືນຢັນວ່າ ການຄົ້ນຄວ້າຜົນກະທົບຈາກເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງ ໃນໄລຍະ 10 ປີ ຜ່ານມາ ພົບວ່າ ເຂື່ອນໄຟຟ້າ 12 ໂຄງການໃນຈີນ ແລະ 2 ໂຄງການໃນລາວ ລວມເຖິງ 80 ໂຄງການເຂື່ອນເທິງແມ່ນ້ຳສາຂາຂອງແມ່ນ້ຳຂອງໃນລາວ ໄດ້ສົ່ງຜົນກະທົບຢ່າງກ້ວາງຂວາງ ແລະ ຮ້າຍແຮງຕໍ່ສິ່ງແວດລ້ອມທຳມະຊາດ ແລະຊີວິດການເປັນຢູ່ຂອງປະຊາຊົນທີ່ຢູ່ເຂດຕອນລຸ່ມຂອງເຂື່ອນ ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະ​ທົບ​ຕໍ່​ຊີ​ວະ​ນານາພັນ ​ແລະ​ລະ​ບົບ​ນິ​ເວດ​ທໍາ​ມະ​ຊາດ ​ທີ່​ມີ​ຜົນ​ກະ​ທົບດ້ານ​ສະ​ບຽງ​ອາ​ຫານ ແລະ ອາຊີບ​ຂອງ​ປະຊາຊົນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງ ​ກໍ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ກວ້າງຂວາງ ແລະເຮັດໃຫ້ປະຊາຊົນ​ຕ້ອງ​ປະສົບ​ກັບ​ຄວາມທຸກ​ຍາກ​ເພີ່ມ​ຂຶ້ນ​ດ້ວຍ ເພາະ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ສາມາດ​ທຳມາຫາກິນໄດ້ຕາມ​ປົກກະຕິ ຢ້ອນວ່າລະດັບນ້ໍາທີ່ປັບຂຶ້ນ-ລົງ ທີ່ບໍ່ເປັນໄປຕາມລະດູການ ແຕ່ຂື້ນຢູ່ກັບການປ່ອຍນໍ້າອອກຈາກເຂື່ອນເປັນຕົ້ນຕໍ ເຊິ່ງເມື່ອສົມທົບກັບການທີ່ເຂື່ອນໄດ້ກັກເອົາດິນຕະກອນສ່ວນໃຫຍ່ໄວ້ດ້ວຍແລ້ວ ຈື່ງໄດ້ສົ່ງຜົນກະທົບໃນຕະຫລອດແນວແມ່ນ້ຳຂອງອີກດ້ວຍ ດັ່ງທີ່ຜູ້ຊ່ຽວຊານ ໄດ້ຢືນຢັນວ່າ:

“ຕອນນີ້ ຖືວ່າລະບົບແມ່ນໍ້າຂອງເກືອບທັງໝົດຢູ່ໃນຂັ້ນທີ່ເຈັບໜັກ ເນື່ອງຈາກວ່າ ຈໍານວນເຂື່ອນທີ່ກໍ່ສ້າງນັ້ນ ມີຈໍານວນຫລາຍເກີນໄປສໍາລັບແມ່ນໍ້າຂອງ. ໂດຍ​ທົ່ວ​ໄປ​ແມ່ນ້ຳ​ ມັນຕ້ອງໄຫຼຢ່າງອິດສະຫລະ ການມີເຂື່ອນກໍອາດຈະມີໄດ້ເພື່ອຈຸດປະສົງທາງເສດຖະກິດ ​ແຕ່ຈະຕ້ອງ​ບໍ່​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ລະບົບ​ນິ​ເວດ​ຂອງ​ແມ່​ນ້ຳ​ທັງ​ສາຍ ແຕ່ວ່າເຂື່ອນແມ່ນໍ້າຂອງ ສ່ວນໃຫຍ່ຈະຢູ່ໃນປະເທດທີ່ບໍ່ແມ່ນສະມາຊິກໃນ MRC ຄືຢູ່ຈີນ ອັນນີ້ຈະສົ່ງຜົນກະທົບເພີ່ມຂຶ້ນ ເພາະວ່າປົກກະຕິແລ້ວ ແມ່ນໍ້າຂອງຈະໃສໃນລະດູແລ້ງ ແຕ່ຖ້າຫາກວ່າ ນ້ຳໃສຜິດລະດູການ ປາທີ່ຕ້ອງຢູ່ໃນນ້ໍາທີ່ຂຸ່ນຕາມທໍາມະຊາດ ມັນກໍຈະຢູ່ບໍ່ໄດ້.”

ສ່ວນ ທ່ານນາງ ອ້ອມບຸນ ທິບສຸນາ ແກນນຳເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງ ຢືນຢັນວ່າ ການສຶກສາວິໄຈທີ່ໄດ້ລົງໄປເກັບຂໍ້ມູນໃນພື້ນທີ່ຈິງໂດຍຊາວປະມົງພື້ນບ້ານໃນເຂດ 24 ບ້ານແຄມນໍ້າຂອງ ເຊິ່ງຕັ້ງຢູ່ລະຫວ່າງຈັງຫວັດ ເລີຍ ຈັງຫວັດໜອງຄາຍ ກັບ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ເຊິ່ງໄດ້ທຳການເກັບກຳຂໍ້ມູນໃນໄລຍະກວ່າ 2 ປີຜ່ານມາ ພົບວ່າ ປາ 69 ຊະນິດທີ່ຊາວປະມົງທ້ອງຖິ່ນຈັບໄດ້ຫຼຸດລົງ ຫຼື ບໍ່ສາມາດຈັບໄດ້ເລົຍໃນເວລາສ່ວນໃຫຍ່ຂອງການຫາປານັ້ນ ເພາະວ່າ ເຂື່ອນໄຟຟ້າເທິງແມ່ນໍ້າຂອງ ທັງໃນຈີນແລະໃນລາວໄດ້ສົ່ງຜົນກະທົບຢ່າງໜັກໜ່ວງເຮັດໃຫ້ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ໃນເຂດ​ລຸ່ມ​ໄດ້​ມີ​ການ​ປ່ຽນ​ແປງໄປ​ຢ່າງ​ສິ້ນເຊີງ ທັງຕະກອນ ແລະຄຸນນະພາບຂອງນ້ໍາທີ່ຫຼຸດລົງ ລວມທັງປະລິມານນໍ້າ ແລະ ລະດັບນໍ້າທີ່ຂື້ນ-ລົງບໍ່ເປັນໄປຕາມລະດູການ. ​ແຕ່​ຂຶ້ນຢູ່​ກັບ​ການ​ເກັບ​ນ້ຳ ແລະການ​ປ່ອຍ​ນ້ຳ​ຈາກ​ເຂື່ອນ​ໄຟຟ້າ​ນ້ຳຂອງ​ເປັນ​ຕົ້ນຕໍ ດັ່ງນັ້ນ ຈຶ່ງສົ່ງຜົນກະທົບຕໍ່ການປະມົງທ້ອງຖິ່ນ ແລະມີຄວາມສ່ຽງສູງທີ່ປາທັງ 69 ຊະນິດດັ່ງກ່າວ ຈະສູນພັນໃນໄວໆນີ້.

ສ່ວນທ່ານ Ian Baird, ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດ ແລະ ລະບົບນິເວດວິທະຍາ ຈາກມະຫາວິທະຍາໄລ Wisconsin-Madison ຢືນຢັນວ່າ ໄດ້ມີການສຶກສາວິໄຈກ່ຽວກັບບັນຫາຜົນກະທົບຈາກເຂື່ອນໄຟຟ້າເທິງແມ່ນ້ຳຂອງ ພົບວ່າ ເຂື່ອນທັງໝົດ ໃນຈີນ ແລະ ລາວ ​ໄດ້​ສະກັດ​ກັ້ນ ​ແລະ ​ກັກເອົາດິນຕະກອນ​ໄວ້​ເຖິງ 90% ຂອງ​ປະລິມານ​ຕະກອນທັງຫມົດ ຈຶ່ງມີພຽງ 10% ທີ່ສາມາດຜ່ານສິ່ງກີດຂວາງ ແລະ ລົງສູ່ເຂດລຸ່ມຂອງເຂື່ອນໄດ້ ທັງຍັງເປັນສາເຫດສຳຄັນທີ່ເຮັດໃຫ້ເກີດສະພາວະນ້ຳໃສຜິດປົກກະຕິ ແລະໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ໃນແມ່ນ້ຳຂອງຢ່າງກ້ວາງຂວາງອີກດ້ວຍ ດັ່ງທີ່ ທ່ານ Ian Baird ໄດ້ໃຫ້ການຢືນຢັນວ່າ:

“ອັນນີ້ບໍ່ແມ່ນເລື່ອງທຳມະດາ ພວກເຮົາຕ້ອງເຂົ້າໃຈວ່າ ມັນເປັນຍ້ອນຫຍັງສີຂອງນ້ໍາປ່ຽນ ເພາະວ່າຕະກອນມັນໄດ້ຫາຍໄປແລ້ວ ມັນເປັນເຂື່ອນໃນປະເທດຈີນທີ່ກັກເອົາຕະກອນໄວ້ ເພາະວ່າມັນມີ 11-12 ເຂື່ອນແລ້ວທີ່ກັກຕະກອນ ແລະ ໃນລາວກໍຍັງມີ ເຂື່ອນຫລາຍເຂື່ອນທີ່ກັກຕະກອນຄືກັນ ບໍ່ແມ່ນແຕ່ຈີນປະເທດດຽວ ແລ້ວກໍເລື່ອງດູດດິນຊາຍກະຕື່ມເຂົ້າໃສ່ອີກ ເພາະວ່າ ໄດ້ເອາຕະກອນອອກໄປອີກ ກະຄືມັນນ້ອຍຍູ່ແລ້ວ ກະຢັງຖືກດູດໄປອີກ ອັນນີ້ກະບວກໃສ່ກັນ. ແຕ່ວ່າບັນຫາໃຫຍ່ກໍແມ່ນເຂື່ອນນີ້ແຫລະ ທີ່ມັນເປັນຜົນກະທົບດ້ານນິເວດເນາະ."

ສ່ວນການວິໄຈໂດຍຄະນະຊ່ຽວຊານດ້ານການປະມົງຂອງມະຫາວິທະຍາໄລນະຄອນພະນົມ ທີ່ໄດ້ເກັບກໍາຂໍ້ມູນໃນໄລຍະກວ່າ 6 ປີມານີ້, ພົບວ່າ ຊາວປະມົງທ້ອງຖິ່ນໃນແມ່ນໍ້າຂອງ ທັງຝ່າຍລາວ ແລະ ຝ່າຍໄທ ບໍ່ສາມາດຈັບປາບຶກຍັກໄດ້ເລີຍ ເນື່ອງຈາກວ່າ ເຂື່ອນຕ່າງໆ ໄດ້ເປັນອຸປະສັກທີ່ກີດຂວາງການສັນຈອນຂອງປາໃນແມ່ນໍ້າຂອງ.