ອົງດາໄລລາມະ ຈະຢຸດເຊົາຫຼິ້ນບົດບາດ ທາງການເມືອງ

  • ໄພສານ ວໍຣະຈັກ

ອົງດາໄລ ລາມະ ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ ໃນລະຫວ່າງພິທີ ລະລຶກເຖິງການລຸກຮືຂຶ້ນຕໍ່ຕ້ານ ການປົກຄອງຈີນ ໃນປີ 1959 ທີ່ເມືອງ Dharmsala ໃນປະເທດອິນເດຍ (10 ມີນາ 2011)

ອົງດາໄລລາມະຊົງກ່າວວ່າ ພະອົງໃກ້ຈະຊົງຢຸດເຊົາການ
ຫຼິ້ນບົດບາດທາງດ້ານການເມືອງແລ້ວແລະຈະມອບຄວາມ
ຮັບຜິດຊອບເຫຼົ່ານີ້ໃຫ້ແກ່ຜູ້ນຳທີ່ໄດ້ຖືກເລືອກຂອງລັດຖະ
ບານພັດຖິ່ນທິເບດ.

ຜູ້ນຳທາງດ້ານຈິດໃຈຊຶ່ງເປັນທີ່ເຄົາລົບຮັກຂອງຊາວທິເບດ
ໄດ້ຊົງປະກາດໃຫ້ຊາບ ກ່ຽວກັບຄວາມຕັ້ງໃຈຂອງພະອົງ
ໃນວັນພະຫັດມື້ນີ້ໃນການໃຫ້ພະລາດຊະໂອວາດທີ່ເມືອງ
Dharmsala ປະເທດອິນເດຍ ເນື່ອງໃນໂອກາດວັນຄົບ
ຮອບການລຸກຮືຂຶ້ນຂອງປະຊາຊົນຊາວທິເບດຕໍ່ຕ້ານການ
ປົກຄອງຂອງຈີນໃນປີ 1959 ນັ້ນ.

ອົງດາໄລລາມະ ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງສັນ
ຕິພາບຈະສືບຕໍ່ ຮັກສາບົດບາດໃນຖານະຜູ້ນຳທາງດ້ານຈິດ
ໃຈຂອງຊາວທິເບດພະອົງຊົງກ່າວວ່າພະອົງຈະດຳເນີນການ
ດັ່ງກ່າວ ກໍເພື່ອເຫັນແກ່ຜົນປະໂຫຍດຂອງຊາວທິເບດແລະ
ພະອົງຈະຊົງນຳສະເໜີບົດແກ້ໄຂລັດຖະທຳມະນູນເວລາສະພາພັດຖິ່ນຂອງຊາວທິເບດເປີດ
ສະໄໝປະຊຸມໃໝ່ໃນທ້າຍເດືອນນີ້.

ທີ່ນະຄອນຫຼວງປັກກິ່ງ ໂຄສົກຍິງຄົນນຶ່ງຂອງກະຊວງການຕ່າງປະເທດຈີນບໍ່ໄດ້ໃຫ້ຄວາມສຳ
ຄັນໃດໆ ກ່ຽວກັບການໃຫ້ຄວາມເຫັນຂອງອົງດາໄລລາມະ ທີ່ຈະຊົງຢຸດເຊົາຫຼິ້ນບົດບາດທາງ
ດ້ານການເມືອງນັ້ນໂດຍເວົ້າວ່າມັນເປັນກົນອຸບາຍເພື່ອຫຼອກລວງປະຊາຄົມນາໆຊາດ. ນອກ
ນີ້ທ່ານນາງ Jiang Yu ໂຄສົກກະຊວງການຕ່າງປະເທດຈີນຍັງໄດ້ກ່າວປະນາມ ສະພາພັດ
ຖິ່ນຂອງທິເບດວ່າ ເປັນອົງການຈັດຕັ້ງທາງການເມືອງທີ່ຜິດກົດໝາຍ