ອົງດາໄລ ລາມະ ຕັດວ່າ ຈີນ ຍິ່ງໃຫຍ່ ແຕ່ມີ ລັດຖະບານ ທີ່ອັນຕະລາຍ (ວີິດີໂອ)

Your browser doesn’t support HTML5

ອົງດາໄລ ລາມະ ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດທີ່ລີ້ໄພຢູ່
ໃນຕ່າງປະເທດ ຊົງເອີ້ນຈີນວ່າ ເປັນປະເທດທີ່ຍິ່ງໃຫຍ່ແຕ່ຊົງບັນ ລະຍາຍເຖິງລະບອບການເມືອງຂອງຈີນວ່າ ເປັນອັນຕະລາຍ.

ອົງດາໄລ ລາມະຊົງກ່າວຕໍ່ພວກຜູ້ຟັງ ທີ່ພະວິຫານໃຫຍ່ແຫ່ງຊາດ
ໃນກຸງວໍຊິງຕັນໃນມື້ວັນສຸກວານນີ້ວ່າ ປະຊາຊົນຈີນຕ້ອງການສິດ
ເສລີພາບຫຼາຍຂຶ້ນ ແລະ ການກວດກາຄວບຄຸມຂອງລັດຖະບານ
ໜ້ອຍລົງ.

ອົງດາໄລ ລາມະຊົງກ່າວວ່າ ລະບົບການເມືອງຂອງຈີນ ແມ່ນເປັນ
ໄພອັນຕະລາຍຕໍ່ການພັດທະນາຄວາມນຶກຄິດປະດິດສ້າງຂອງສ່ວນບຸກຄົນແລະຊົງກ່າວຕື່ມ
ວ່າ ພະອົງມີຄວາມວິຕົກກັງວົນວ່າຊາວຈີນທີ່ຍາກຈົນ ແມ່ນມີຄວາມຍຸ່ງຍາກ ທີ່ຈະໄດ້ຮັບການ ແກ້ໄຂຄວາມຂັດຂ້ອງໝອງໃຈຂອງພວກເຂົາເຈົ້າ ໂດຍຜ່ານລະບົບຍຸຕິທຳ.

ເມື່ອມີຜູ້ຟັງຖາມອົງດາໄລ ລາມະວ່າ ເປັນຫຍັງຈີນຈຶ່ງຄັດຄ້ານຕໍ່ການສະເດັດມາປະພາດກຸງ ວໍຊິງຕັນຂອງພະອົງ? ພະອົງຊົງຕອບວ່າ ໃຫ້ຖາມຈີນເອງກ່ຽວກັບເລື່ອງນີ້.

ເຈົ້າໜ້າທີ່ຈີນກ່າວວ່າ ຕົນໄດ້ຍື່ນໜັງສືປະທ້ວງ ຕໍ່ສະຫະລັດ ກ່ຽວກັບການສະເດັດ ໄປຢ້ຽມ ຢາມຫໍລັດຖະສະພາສະຫະລັດໃນວັນພະຫັດຜ່ານມານີ້ບ່ອນທີ່ພະອົງໄດ້ນຳພາການສູດມົນ ທີ່ສະພາສູງສະຫະລັດ ແລະຊົງໄດ້ພົບປະບັນດາຜູ້ນຳລັດຖະສະພາຂອງສະຫະລັດ.

ໂຄສົກຄົນນຶ່ງຂອງກະຊວງການຕ່າງປະເທດຈີນກ່າວວ່າ ລັດຖະສະພາສະຫະລັດຄວນປະຕິ ບັດຕາມຄຳໝັ້ນໝາຍຂອງຕົນທີ່ຈະຮັບຮູ້ທິເບດໃນຖານະທີ່ເປັນພາກສ່ວນນຶ່ງຂອງຈີນແລະ ບໍ່ໃຫ້ການສະໜັບສະໜຸນຕໍ່ຄວາມເປັນເອກກະລາດຂອງທິເບດ.​