ໄຊປຣັສ ບັນລຸຂໍ້ຕົກລົງ ຫລີກລ່ຽງ ການລົ້ມລະລາຍ (ວີດິໂອ)

ຊາວໄຊປຣັສ ຄົນນຶ່ງຖືປ້າຍມີຄໍາເວົ້າວ່າ "ໄຊປຣັສ ຕື່ນເຖີດຈາກ ການຫຼັບນອນ" ໃນຂະນະທີ່ລາວເຂົ້າຮ່ວມ ການສວນສະໜາມ ເນື່ອງໃນ ວັນຊາດຂອງກຣີສ, ທີ 25 ມີນາ 2013 ມື້ນີ້.

ໄຊ​ປຣັສ ​ໄດ້​ຫລີກລ່ຽງຈາກ​ການ​ລົ້ມ​ລະລາຍ​ ໂດຍ​ໄດ້​ຕົກລົງຮັບ​
ເອົາ​ເງື່ອນ​ໄຂ​ໃນການ​ຊ່ວຍ​ເຫຼືອຂອງ​ສະຫະພາບ​ຢູ​ໂຣບ ທີ່​ຮວມ​
ທັງການປິດ​ທະນາຄານ​ໃຫຍ່ທີ່ສອງ​ຂ​ອງປະ​ເທດ​ ​ທີ່​ສົ່ງ​ຜົນ​ກະ
ທົບ​ໃຫ້ບັນດາ​ຜູ້​ຝາກ​ເງິນທີ່​ຮັ່ງມີ​ຂອງທະນາຄານ ຕ້ອງ​ປະສົບ​
ກັບ​ການ​ສູນເສຍເງິນ​ຢ່າງ​ຫຼວງ ຫຼາຍ. ເພື່ອ​ເປັນການ​ຕອບແທນ
ປະ​ເທດ​ເກາະດັ່ງກ່າວທີ່​ຂາດ​ເຂີນ​ເງິນສົດ​ນັ້ນ ຈະ​ໄດ້​ຮັບເງິນ
​ຊ່ວຍ​ເຫຼືອ​ 13 ພັນ​ລ້ານ​ໂດ​ລາ ​ຈາກ​ບັນດາອົງການ​ໃຫ້​ຢືມ​ເງິນ.

ການຕົກລົງ​ກັນ​ດັ່ງກ່າວ ທີ່​ປະ​ເຊີນ​ກັບ​ເສັ້ນ​ຕາຍໃນ​ວັນ​ຈັນ​ມື້​ນີ້ ​
ແມ່ນ ຮວມ​ທັງ​ການ​ປິດ​ທະນາຄານ Laiki ຂອງ​ໄຊ​ປຣັສ ​ແລະ​
ຍົກຍ້າຍບັນຊີ​ເງິນ​ຝາກ ທີ່​ມີ​ຈໍານວນ 130.000 ​ໂດ​ລາ ຫລື​ໜ້ອຍ​
ກວ່ານັ້ນ ​ໄປ​ໄວ້ທະນາຄານແຫ່ງ​ຊາດໄຊ​ປຣັສ ທີ່ມີ​ຖານະ​ໝັ້ນຄົງ
​ກ່ວາ​. ບັນຊີ​ທີ່​ມີ​ເງິນ​ຫລາຍ​ກວ່າ 130.000 ພັນໂດ​ລາ ​ແມ່ນບໍ່ໄດ້
​ຮັບ​ການ​ຄໍ້າປະກັນ​ ພາຍໃຕ້​ກົດ​ລະບຽບ​ຂອງສະຫະພາບ​ຢູ​ໂຣບ ​ແລະ​ເຈົ້າ​ຂອງ​ບັນຊີ​ກໍ​ແມ່ນ​ຈະ​ເສຍເງິນ​ຂອງ​ຕົນ​ໄປ​ລ້າໆ. ຈໍານວນ​ເງິນເສຍ​ຫາຍ ​ຍັງ​ບໍ່​ທັນ​ເປັນ​ທີ່​ແຈ່ມ​ແຈ້ງ​ໃນ​ທັນ​ທີນີ້​ເທື່ອ.

ຂໍ້​ຕົກລົງ​ໄດ້​ບັນລຸ​ກັນໃນ​ຕອນ​ເຊົ້າ​ຂອງ​ວັນ​ຈັນ​ມື້​ນີ້ ໃນ​ນາ​ທີ​ສຸດ​ທ້າຍ​ຂອງ​ການ​ສົນທະນາ​
ກັນທີ່ ​ກຸງບຣັສ​ເຊີ​ລສ໌ ກັບ​ສະຫະພາບ​ຢູ​ໂຣບ ທະນາຄານກາງ​ຢູ​ໂຣບ ​ແລະ ກອງ​ທຶນ​ສາກົນ (IMF)​. ​ເພື່ອໃຫ້​ໄດ້​ຮັບ​ເງິນ​ກູ້​ຈາກ​ອົງການ​ຕ່າງໆ​ເຫຼົ່ານັ້ນ ​ເພື່ອ​ເອົາ​ມາກ​ອບກູ້
​ສະຖານະ​ການ​ດ້ານ​ການ​ເງິນ​ຂອງ​ຕົນ​ນັ້ນ ລັດຖະບານ​ໄຊ​ປຣັສຈະຕ້ອງ​ຊອກ​ຫາ​ເງິນ ຈໍານວນ 7.500 ລ້ານ​ໂດ​ລ່າ​ ມາ​ໃຫ້​ໄດ້ ດ້ວຍ​ຕົນ​ເອງ.

ບັນດາ​ອົງການ​ໃຫ້​ເງິນ​ກູ້​ຢືມ​ນາ​ໆ​ຊາດ​ກ່າວ​ວ່າ ໂຕແບບ​ທຸລະ​ກິດ​ຂອງ​ໄຊ​ປຣັສ ທີ່​ດຶງ​ດູດ​ເອົາ​ນັກ​ລົງທຶນ​ນາໆ​ຊາດ ຊຶ່ງ​ໃນນັ້ນ​ມີຊາວຣັດ​ເຊຍຫລາຍ​ຄົນ ​ໂດຍການ​ເກັບ​ພາສີ​ຕໍ່າ ​ແລະກົດ​ລະບຽບ​ຄວບ​ຄຸມການ​ເງິນ ທີ່​ບໍ່​ເຄ່ງ​ຄັດ​ນັ້ນ ​ໄດ້​ສົ່ງ​ຜົນ​ສະທ້ອນກັບ​ ທີ່ເຮັດໃຫ້​
ເກີດບັນ​ຫາ​ແກ່​ຕົນເອງ ​ແລະ​ຈະ​ຕ້ອງໄດ້ຖືກ​ສັບ​ປ່ຽນ.

ວີດິໂອ ກອງປະຊຸມກັບອີຢູ ແລະ ລມຕ ການເງິນຂອງໄຊປຣັສ ຖະແຫຼງ:

Your browser doesn’t support HTML5

Syprus