ລົມພາຍຸໄຊໂຄລນ ຂະໜາດແຮງ ພັດຖະຫລົ່ມ ເກາະຟິຈິ

ຕົ້ນໄມ້ຖືກລົມໄຊໂຄລນ Winston ພັດຫັກຕັນທາງ ທີ່ເມືອງ Nakasi. (20 ກຸມພາ 2016)

ລັດຖະບານ Fiji ໄດ້ປະກາດຫ້າມບໍ່ໃຫ້ປະຊາຊົນອອກນອກ
ເຮືອນໃນທົ່ວປະເທດ ຂະນະທີ່ ລົມພາຍຸ​ໄຊ​ໂຄລນ ຂະໜາດ
​ແຮງ ກຳລັງ​ເຄື່ອນ​ເຂົ້າ​ໄປ​ໃກ້ໆ​ປະ​ເທດ​ເກາະດັ່ງກ່າວ ທີ່​ມີປະ
ຊາຊົນ 900,000 ຄົນ.​

​ໃນ​ຂະນະ​ທີ່​ຈຸດ​ສູນ​ກາງຂອງ​ລົມພາຍຸ​ໄຊ​ໂຄລນ Winston ຍັງ
​ບໍ່​ທັນ​ພັດ​ເຂົ້າຖະຫຼົ່ມ ສອງ​ເກາະ​ໃຫຍ່​ເທື່ອ​ນັ້ນ ​ແຕ່ Fiji ກໍ​ມີ​ລົມ
​ແຮງ​ແລ້ວ​ເຖິງ 220 ກິ​ໂລ​ແມັດ​ຕໍ່ຊົ່ວ​ໂມງ​ພັດ​ເຂົ້າປະ​ທະຊຶ່ງ​ໃນ
ບາງໂອກາດ​ມີ​ຄວາ​ມ​ແຮງ​ເຖິງ 300 ກິ​ໂລ​ແມັດ​ຕໍ່​ຊົ່ວໂມງ.

ຖ້ຽວ​ບິນ​ນາໆ​ຊາດ​ແມ່ນ​ໄດ້​ຖືກ​ຍົກ​ເລີກ ​ແລະ​ຫລາຍໆ​ຮ້ອຍ​ຄົນ​
ໄດ້​ຖືກຍົກ​ຍ້າຍ​ໄປ​ຢູ່​ສູນ​ກາງ​ຫລົບ​ໄພ​ລົມພາຍຸ​ທີ່​ໄດ້​ຈັດຕັ້ງຂຶ້ນ.

ຮູບຖ່າຍຈາກດາວທຽມໄຊໂຄລນ Winston

ນາຍົກລັດຖະມົນຕີ Fiji ທ່ານ Vorege Bainimarama ກ່າວ​ຕໍ່​ປະຊາຊົນ​ວ່າ ​ໃນ​ຂະນະ
ທີ່​ປະ​ເທດ​ຊາດພວມ​ປະ​ເຊີນ​ໜ້າ​ກັບ​ລົມພາຍຸ​ທີ່​ແຮງ​ທີ່​ສຸດ​ຢູ່​ນີ້. ພວກເຮົາ​ຕ້ອງ​ໄດ້​ສາມັກຄີ​ກັນ ​ແລະ​ເບິ່ງ​ແຍງ​ກັນ​ແລະ​ກັນ.​ ​ໃຫ້​ມີ​ຄວາມ​ລະມັດລະວັງ ​ແລະ​ກຽມພ້ອມ.

ອົງການ​ພະຍາກອນ​ອາກາດ ​ຂອງ Fiji ​ເຕືອນ​ປະຊາຊົນ ທີ່​ອາ​ໄສ​ຢູ່​ທາງ​ກ້ຳ​ຕາເວັນ​ອອກ​ຂອງ​ປະ​ເທດ ​ໃຫ້​ລະມັດລະວັງ​ລົມ​ທີ່​ມີ​ຄວາມ​ແຮງ​ສູງ​ແລະເປັນ​ອັນຕະລາຍ.

Your browser doesn’t support HTML5

Fiji Cyclone